• ກົມສ່ວຍສາອາກອນ
  • |
  • 2026-01-19
  • |
  • ວຽກວິຊາສະເພາະ

       ໃນວັນທີ 19 ມັງກອນ 2026, ກົມສ່ວຍສາອາກອນ ກະຊວງການເງິນ ຈັດ ກອງປະຊຸມເຜີຍແຜ່ແນະນໍາ ໃບແຈ້ງມອບອາກອນມູນຄ່າເພີ່ມສະບັບປັບປຸງ ແລະ ແນະນຳການແຈ້ງມອບອາກອນມູນຄ່າເພີ່ມຜ່ານລະບົບ TaxRIS ໃຫ້ ຫົວໜ່ວຍວິສາຫະກິດ ທີ່ຂື້ນກັບກົມສ່ວຍສາອາກອນ ແລະ ຫົວໜ່ວຍວິສາຫະກິດ ທີ່ຂຶ້ນກັບນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນ ມີ ຄະນະພະແນກ,​ ຄະນະນໍາ ສ່ວຍສາອາກອນປະຈໍານະຄອນຫຼວງ, ຫົວໜ່ວຍວິສາຫະກິດທີ່ຂື້ນກັບຂັ້ນຄຸ້ມຄອງຂອງກົມສ່ວຍສາອາກອນ ແລະ ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນເຂົ້າຮ່ວມ.

       ລະບົບ TaxRIS ໄດ້ເລີ່ມຈັດຕັ້ງຜັນຂະຫຍາຍໄປໃນຂອບເຂດທົ່ວປະເທດ ນັບແຕ່ປີ 2018 ເປັນຕົ້ນມາ ຊຶ່ງ ໄດ້ຂະຫຍາຍ ແລະ ເປີດການນໍາໃຊ້ລະບົບດັ່ງກ່າວ ໃນຂອບເຂດທົ່ວປະເທດ ໂດຍປະກອບມີ: ກົມສ່ວຍສາອາກອນ, ນະຄອນຫຼວງວຽງຈັນ ແລະ 17 ແຂວງ, 148 ເມືອງ (ລວມ 3 ນະຄອນ) ແລະ 6 ເຂດເສດຖະກິດພິເສດ.

        ໂດຍອີງໃສ່ສະພາບເງື່ອນໄຂໃນປະຈຸບັນ ເປັນຕົ້ນ ການປັບປຸງກົດໝາຍ ໂດຍສະເພາະ ແມ່ນ ກົດໝາຍອາກອນມູນຄ່າເພີ່ມ ສະບັບປັບປຸງ ເລກທີ 60/ສພຊ, ເຊື່ອມຕໍ່ຂໍ້ມູນຈາກລະບົບພາສີ, ເຊື່ອມຕໍ່ກັບຂໍ້ມູນໃບເກັບເງິນເອເລັກໂຕນິກເຂົ້າມາໃນລະບົບ TaxRIS, ຈຶ່ງເຮັດໃຫ້ມີການປັບປຸງກົນໄກ ການແຈ້ງໃຫ້ມີຄວາມສະດວກຂື້ນກວ່າເກົ່າ, ມີການຍົກລະດັບ ລະບົບໃຫ້ສາມາດເຊື່ອມຕໍ່ ລະບົບຕ່າງໆຈາກທັງພາຍນອກ ແລະ ກົມກອງພາຍໃນກະຊວງການເງິນ ເພື່ອດຶງຂໍ້ມູນເຂົ້າໃບແຈ້ງລ່ວງໜ້າໃຫ້ ຫົວໜ່ວຍວິສາຫະກິດ ເພື່ອຈະຊ່ວຍໃຫ້ ວິສາຫະກິດສາມາດປະຕິບັດພັນທະໄດ້ຖືກຕ້ອງ ແລະ ງ່າຍດາຍຂື້ນໃຫ້ມີຄວາມສອດຄ່ອງຕາມທີ່ກົດໝາຍໄດ້ກໍານົດ. ຈາກສະພາບການປັບປຸງ, ປ່ຽນແປງ ຈຶ່ງ ຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແລະ ຖືວ່າເປັນໂອກາດດີ ໃຫ້ບັນດາຜູ້ແຈ້ງມອບ ອາກອນມູນຄ່າເພີ່ມ ທົບທວນຄືນ ແລະ ນໍາສະເໜີບັນຫາຕ່າງໆ ໃສ່ກັບການນຳໃຊ້ຕົວຈິງ ລວມເຖິງ ການຮຽນຮູ້ ເອົາບົດຮຽນອັນໃໝ່ ເພື່ອໃຫ້ ສາມາດຈັດຕັ້ງປະຕິບັດ ວຽກງານການແຈ້ງ ອາກອນມູນຄ່າເພີ່ມ ໃຫ້ມີປະສິດທິຜົນດີຂື້ນ.

       ໂອກາດນີ້ ທ່ານ ສຸພັນ ວິລະວົງ ຮອງຫົວໜ້າກົມສ່ວຍສາອາກອນມີຄຳເຫັນຊົມເຊີຍບັນດາ ຄະນະຮັບຜິດຊອບ, ບັນດານັກວິທະຍາກອນ ທີ່ໄດ້ສະຫຼະເວລາເຂົ້າຮ່ວມ ແລະ ທ່ານຍັງໄດ້ຕີລາຄາສູງ ຄວາມເອົາໃຈໃສ່ ດ້ວຍຄວາມຮັບຜິດຊອບ ໃນການຮັບຟັງການບັນຍາຍ ພ້ອມກັບ ສົນທະນາ ແລກປ່ຽນບົດຮຽນ ຂອງແຕ່ລະບັນຫາ ກັນຢ່າງເລິກເຊິ່ງ  ເພື່ອ ໃຫ້ນັກວິທະຍາກອນສາມາດເກັບກ່ຽວເອົາບົດຮຽນໄປນໍາໃຊ້ ແລະ ນຳໄປປະຕິບັດວຽກງານຕົວຈິງ ໃຫ້ໄດ້ໝາກຜົນດີຂື້ນ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ