ໃນວັນທີ 21 ມັງກອນ 2026, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ຈັດກອງປະຊຸມເຜີຍແຜ່, ຝຶກອົບຮົມວຽກງານປະເມີນຜົນ ແລະ ການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ໃຫ້ແກ່ພະນັກງານຂະແໜງ ຈັດຊື້-ຈັດຈ້າງ ໃນຂອບເຂດທົ່ວປະເທດ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ມີຄະນະກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ, ຄະນະພະແນກການເງິນແຂວງ ແລະນະຄອນຫຼວງວຽງຈັນ ພ້ອມດ້ວຍ ຄະນະພະແນກຂອງກົມກ່ຽວຂ້ອງ, ຂະແໜງຈັດ-ຊື້ຈັດຈ້າງ ແລະ ພະນັກງານ ວິຊາການເຂົ້າຮ່ວມ.
![]() | ![]() |
ວຽກງານການປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ເປັນວຽກໜຶ່ງທີ່ຖືກປັບປຸງໃໝ່ ພາຍຫລັງທີ່ມີການໂຮມກົງຈັກການຈັດຕັ້ງ ກະຊວງການເງິນ ກັບ ກະຊວງແຜນການ ແລະ ການລົງທຶນ ເຂົົ້າກັນ ເມື່ອສອງວຽກໂຮມກັນ ຖືວ່າເປັນກຳລັງແຮງສຳຄັນຂອງການສ້າງແຜນການລົງທຶນຂອງລັດ ແລະ ການຈັດຊື້-ຈັດຈ້າງ, ໂຄງການລົງທຶນຂອງລັດ ເປັນຂະບວນການນໍາໃຊ້ ງົບປະມານຂອງລັດທີ່ມີການໂຮມກັນເປັນລະບົບວົງຈອນຢູ່ຈຸດດຽວ ຖືວ່າມີປະສິດທິພາບ ແລະ ປະສິດທິຜົນໃນການນໍາໃຊ້ງົບປະມານຂອງລັດ ຈາກຄວາມສຳຄັນດັ່ງກ່າວ ແມ່ນມີຄວາມຈຳເປັນທີ່ພະນັກງານໃນ ຂະແໜງການປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ຕ້ອງໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ທີ່ຖືກຕ້ອງໄປຕາມທິດທາງດຽວກັນທັງສູນກາງ ແລະ ທ້ອງຖິ່ນ.
![]() |
ພາຍຫລັງທີ່ໄດ້ຮັບການປັບປຸງ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ໄດ້ເອົາໃຈໃສ່ ຄົ້ນຄ້ວາ ແລະ ຕີລາຄາ ຜົນການປະຕິບັດໜ້າວຽກຜ່ານມາ ທີ່ມີຈຸດດີ, ຂໍ້ຄົງຄ້າງ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ຈະຕ້ອງຮີບຮອ້ນແກ້ໄຂ. ສະນັ້ນ ຈຶ່ງມີການປັບປຸງ ຄຳເເນະນໍາ ເລກທີ 606/ຜທ ກ່ຽວກັບການສ້າງແຜນການລົງທຶນລັດ ແລະ ຄຳແນະນໍາ ເລກທີ 477/ກງ ກ່ຽວກັບການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ.
ໂອກາດນີ້, ທ່ານ ອຸຕະແກ້ວ ແກ້ວດວງສິນ ຫົວໜ້າ ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ມີຄຳເຫັນວ່າກອງປະຊຸມເຜີຍແຜ່ ແລະ ຝຶກອົບຮົມ ຄັ້ງນີ້ ບັນດານັກວິທະຍາກອນຈະໄດ້ຮັບຮູ້ເຖິງການປັບປຸງໃໝ່ ແລະ ພ້ອມກັນແລກປ່ຽນ ບົດຮຽນຕົວຈິງ ເພື່ອປັບປຸງໃຫ້ວຽກການປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ໃຫ້ມີການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ຄ່ຽງຄູ່ກັບວຽກວິຊາສະເພາະ ເຖິງແມ່ນວ່າຍັງມີບາງບັນຫາທີ່ເປັນຂໍ້ຈຳກັດ ໃນການປະຕິບັດວຽກງານດັ່ງກ່າວກໍ່ຕາມ ການສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ຕໍ່ນິຕິກຳ ຈຶ່ງສຳຄັນ ເຮັດໃຫ້ເກີດຄວາມເຂົ້າໃຈໄປໃນທາງດຽວກັນ ພ້ອມນັ້ນ, ທ່ານ ຍັງສະເໜີໃຫ້ນັກວິທະຍາກອນ ຈົ່ງນໍາສະເໜີແຕ່ຈຸດບັນຫາສຳຄັນທີ່ຕິດພັນກັບວຽກຕົວຈິງ ພ້ອມທັງເນັ້ນຢໍ້າໃຫ້ບັນດານັກວິທະຍາກອນ ຈົ່ງພ້ອມກັນເອົາໃຈໃສ່ສຶກສາ ແລະ ກຳໃຫ້ໄດ້ວຽກງານ ປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ເພື່ອນຳໄປປະຕິບັດໃນວຽກຂອງຕົນຢ່າງມີປະສິດທິພາບຫຼາຍຂື້ນ.
![]() | ![]() |





