• ກົມຄຸ້ມຄອງການບັນຊີ
  • |
  • 2026-01-21
  • |
  • ວຽກວິຊາສະເພາະ

        ໃນວັນທີ 21 ມັງກອນ 2026 ໄດ້ມີກອງປະຊຸມວິຊາການຂະແໜງຄຸ້ມຄອງການບັນຊີທົ່ວປະເທດ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026. ໂດຍການເຂົ້າຮ່ວມຂອງທ່ານ ສຸລິວັດ ສຸວັນນະຈູມຄຳ                      ຮອງລັດຖະມົນຕີກະຊວງການເງິນ ຕາງໜ້າຂະແໜງຄຸ້ມຄອງການບັນຊີ ບັນດາແຂວງ ທົ່ວປະເທດເຂົ້າຮ່ວມ.

        ໂອກາດນີ້ ທ່ານ ສຸລິວັດ ສຸວັນນະຈູມຄຳ  ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນວ່າ: ວຽກງານບັນຊີ ແມ່ນເຄື່ອງມືທີ່ສໍາຄັນໃນການຄຸ້ມຄອງການເງິນແຫ່ງລັດ ເພື່ອໃຫ້ໄດ້ຂໍ້ມູນການເງິນ ທີ່ໜ້າເຊື່ອຖື ແນໃສ່ເປັນພື້ນຖານໃນການວິເຄາະ ວິໄຈ ສໍາລັບການກໍານົດມາດຕະການໃນປັບປຸງຖານະການເງິນ ຂອງຫົວໜ່ວຍຖືບັນຊີ. ທັງນີ້, ກໍຈະຊ່ວຍໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ຄຸ້ມຄອງການປະຕິບັດ ລາຍຈ່າຍງົບປະມານ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ. ສະນັ້ນພັກ  ແລະ ລັດຖະບານ ຈຶ່ງຖືສຳຄັນວຽກງານບັນຊີ ແລະ ກວດສອບອິດສະລະ ແລະ ເຫັນໄດ້ຄວາມຈໍາເປັນອັນຮີບດ່ວນ ໂດຍສະເພາະແມ່ນ ການສ້າງ ແລະ ປັບປຸງ ນິຕິກໍາ, ກົນໄກໃນການຊຸກຍູ້ ແລະ ສົ່ງເສີມໃຫ້ຫົວໜ່ວຍຖືບັນຊີແຫ່ງລັດ ແລະ ຫົວໜ່ວຍຖືບັນຊີວິສາຫະກິດ ເປັນຕົ້ນ ຈຸນລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ, ວິສາຫະກິດຂະໜາດໃຫຍ່ ແລະ ວິສາຫະກິດທີ່ຕິດພັນກັບຜົນປະໂຫຍດສາທາລະນະ ຖືບັນຊີໃຫ້ຖືກຕ້ອງຄົບຖ້ວນ ຕາມກົດໝາຍບັນຊີ ແລະ ປະຕິບັດຕາມ ກົດໝາຍກວດສອບອິດສະລະ ແລະ ລະບຽບການທີ່ກ່ຽວຂ້ອງ. ພ້ອມນັ້ນ, ຍັງຕ້ອງໄດ້ ຄຸ້ມຄອງຕິດຕາມ ກວດກາປະເມີນ ແລະ ດັດສົມ ບັນດາວິສາຫະກິດບັນຊີ  ແລະ ວິສາຫະກິດກວດສອບ ໃຫ້ປະຕິບັດກົດໝາຍ ແລະ ນິຕິກໍາ ໃຕ້ກົດໝາຍ ຢ່າງເຄັ່ງຂັດ. ພ້ອມນັ້ນ, ທ່ານ ຍັງໄດ້ ສະເໜີບາງຄຳຖາມສຳຄັນ ເພື່ອເປັນພື້ນຖານໃນການຄົ້ນຄວ້າ ແລກປ່ຽນຄຳເຫັນໃຫ້ແກ່ ຜູ້ແທນເຂົ້າຮ່ວມກອງປະຊຸມ.

        ພ້ອມນີ້ ທ່ານ ປອ ນາງ ພິລານີ ພິດສະໄໝ ຮອງຫົວໜ້າກົມຄຸ້ມຄອງການບັນຊີ ໄດ້ຜ່ານບົດສະຫຼຸບຫຍໍ້ການຈັດຕັ້ງປະຕິບັດວຽກງານບັນຊີ ແລະ ກວດສອບອິດສະລະ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ໂດຍ ໄດ້ຍົກໃຫ້ເຫັນ ຜົນສຳເລັດຢ່າງເປັນຮູບປະທຳໃນຫຼາຍດ້ານ ໃນບັນດາໜ້າວຽກຈຸດສຸມ ສຳຄັນຕ່າງໆ ເປັນຕົ້ນ ວຽກງານການຫັນເປັນທັນສະໄໝ ເຫັນວ່າ ສຳເລັດ ການນຳໃຊ້ລະບົບ ທັນສະໄໝ ເຂົ້າໃນວຽກງານການຄຸ້ມຄອງບັນຊີຕ່າງໆ ເຮັດໃຫ້ ການຄຸ້ມຄອງບັນຊີແຕ່ລະຂັ້ນ ແຕ່ທ້ອງຖິ່ນຫາສູນກາງ ມີຄວາມສະດວກວ່ອງໄວ ໂປ່ງໄສ ສາມາດກວດສອບໄດ້.

        ກອງປະຊຸມໃນຄັ້ງນີ້ ຈະໄດ້ສະຫຼຸບຕີລາຄາຜົນສໍາເລັດ ແລະ ໄຈ້ແຍກໃຫ້ເຫັນ ຂໍ້ສະດວກ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການບັນຊີ ແລະ ກວດສອບອິດສະລະ ໃນຂອບເຂດທົ່ວປະເທດ ປະຈໍາປີ 2025 ເພື່ອໃຫ້ສາມາດ ກໍານົດທິດທາງຈຸດສຸມ ປີ 2026 ເພື່ອເປັນການແກ້ໄຂຂໍ້ຄົງຄ້າງ ແລະ ພັດທະນາຂະແໜງບັນຊີໃຫ້ເຂັ້ມແຂງ ແນໃສ່ສ້າງເປັນເຄື່ອງມືທີ່ແທ້ຈິງ ໃນການປັບປຸງການຄຸ້ມຄອງການເງິນຂອງລັດ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດ ໃຫ້ມີການຂະຫຍາຍຕົວ ຢ່າງຕໍ່ເນື່ອງ ຕາມນະໂຍບາຍຂອງພັກ ແລະ ລັດຖະບານ.

         ກອງປະຊຸມໄດ້ມີການຄົ້ນຄວ້າແລກປ່ຽນຄຳຄິດເຫັນ ຈາກບັນດາແຂວງ ຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມ ຢ່າງກົງໄປກົງມາ ເພື່ອພ້ອມກັນແກ້ໄຂບັນຫາທີ່ຍັງບໍ່ທັນມີຄວາມຄ່ອງຕົວ ເພື່ອເຮັດໃຫ້               ຂະແໜງບັນຊີ ກ້າວໄປທາງໜ້າຢ່າງໜັກແໜ້ນ ເຂັ້ມແຂງ ວ່ອງໄວ ໂປ່ງໃສ ສາມາດ ກວດສອບໄດ້.

© 2025 Copyright: ກະຊວງການເງິນ, ສປປ ລາວ