ໃນວັນທີ 19 ມັງກອນ 2026 ໄດ້ມີກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານແຜນການປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026, ໂດຍການເປັນປະທານ ຂອງ ທ່ານ ສີຈັນທາ ທໍາມະວົງ ຮັກສາການຫົວໜ້າກົມແຜນການ, ມີຄະນະກົມກ່ຽວຂ້ອງ, ຄະນະພະແນກເຂົ້າຮ່ວມ ດ້ວຍຮູບແບບ ເຊິ່ງໜ້າ ແລະ ອອນລາຍທົ່ວປະເທດ.
ທ່ານ ສີຈັນທາ ທໍາມະວົງ ໄດ້ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ ແມ່ນເພື່ອເປັນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານແຜນການ ໂດຍສະເພາະວຽກແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ ລວມທັງກົນໄກການປະສານງານລະຫວ່າງກົມແຜນການກັບບັນດາກະຊວງອົງການ ແລະ ບັນດາແຂວງ ໃນໄລຍະ 1 ປີຜ່ານມາ ເຊິ່ງໄດ້ມີການຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດຕົວຈິງ ແລະ ພ້ອມກັນປຶກສາຫາລື ເພື່ອກໍານົດມາດຕະການແກ້ໄຂໃນຕໍ່ໜ້າ, ຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານແຜນການ ໃນໄລຍະ 1 ປີຜ່ານມາ ພ້ອມທັງທິດທາງວຽກງານຈຸດສຸມໃນຕໍ່ໜ້າ ເຊິ່ງສະເໜີໂດຍກົມແຜນການ, ກະຊວງການເງິນ ຈາກນັ້ນກໍຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາກະຊວງ-ອົງການ ແລະ ບັນດາພະແນກການເງິນແຂວງ ໃນການຈັດຕັ້ງປະຕິບັດວຽກງານຜ່ານມາ ແລະ ທິດທາງໃນຕໍ່ໜ້າ.
ກອງປະຊຸມຕາງໜ້າພະແນກການເງິນແຂວງໄດ້ມີການຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ພ້ອມກັນຕີລາຄາດ້ານດີທີ່ຕ້ອງໄດ້ສືບຕໍ່ຜັນຂະຫຍາຍ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຕ້ອງໄດ້ປັບປຸງແກ້ໄຂ ລວມທັງມາດຕະການແກ້ໄຂໃນຕໍ່ໜ້າ ເພື່ອຮັບປະກັນໃຫ້ການປະຕິບັດວຽກງານແຜນການ ມີຄວາມເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນສູງ.