• ກົມການເງິນຕ່າງປະເທດ
  • |
  • 2026-01-16
  • |
  • ວຽກຮ່ວມມື

      ໃນວັນທີ 16 ມັງກອນ 2026, ທີ່ນະຄອນຫລວງວຽງຈັນ, ສປປ ລາວ ໄດ້ຈັດພິທີລົງນາມໃນຂໍ້ຕົກລົງ ສືບຕໍ່ຂະຫຍາຍໄລຍະເວລາຈັດຕັ້ງປະຕິບັດໂຄງການ ປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ແບບຍືນຍົງ (ProFEB) ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສ. ເຢຍລະມັນ ເຊິ່ງແມ່ນຂໍ້ຕົກລົງເພີ່ມທຶນເຂົ້າໃນໂຄງການ ໂດຍຜ່ານກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງ ສະຫະພັນ ສາທາລະນະລັດ ເຢຍລະມັນ (BMZ) ແລະ ສະຫະພາບເອີຣົບ (EU).

       ການລົງນາມຂໍ້ຕົກລົງນີ້ ແມ່ນໄດ້ເຊັນຢ່າງເປັນທາງການ ລະຫວ່າງ ອົງການ GIZ ປະຈໍາ ສປປ ລາວ ແລະ ກະຊວງການເງິນ; ກະຊວງກະສິກໍາ ແລະ ສິ່ງແວດລ້ອມ; ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ, ກະຊວງອຸດສາຫະກໍາ ແລະ ການຄ້າ, ພ້ອມທັງການລົງນາມເປັນພະຍານໂດຍ ເຈົ້າຫນ້າທີ່ຈາກແຂວງຄໍາມ່ວນ; ຫົວພັນ; ຫຼວງພະບາງ; ອຸດົມໄຊ; ໄຊຍະບູລີ ແລະ ແຂວງວຽງຈັນ, ພ້ອມທັງ ບັນດາຄູອາຈານ ແລະ ນັກສຶກສາ ຈາກ ມະຫາວິທະຍາໄລ ແຫ່ງຊາດລາວ ແລະ ເຈົ້າຫນ້າທີ່ຂັ້ນສູນກາງ, ຂັ້ນແຂວງ ແລະ ຕາງຫນ້າຈາກ ສະຫະພາບ ເອີຣົບ.

       ຂໍ້ຕົກລົງຄັ້ງນີ້ ແມ່ນການເພີ່ມທຶນເຂົ້າໃນການຈັດຕັ້ງປະຕິບັດໂຄງການ ເຊິ່ງປະກອບມີທຶນ 7 ລ້ານ ເອີໂຣ ຈາກລັດຖະບານເຢຍລະມັນ, ໂດຍຜ່ານ ກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງ ສະຫະພັນ ສາທາລະນະລັດ ເຢຍລະມັນ (BMZ) ແລະ 11 ລ້ານ ເອີໂຣ ຈາກ ສະຫະພາບເອີຣົບ (EU) ເພື່ອຈັດຕັ້ງປະຕິບັດແຜນງານການຮ່ວມມືລະຫວ່າງ “ທີມເອີຣົບ ແລະ ສປປ ລາວ ເພື່ອຍົກລະດັບການຄ້າ, ການລົງທຶນ ແລະ ການເຊື່ອມໂຍງແບບຍືນຍົງ ແລະ ທົ່ວເຖິງ ໃນຂະແໜງກະສິກໍາ ແລະ ປ່າໄມ້ (TICAF), ເຊິ່ງມີຈຸດປະສົງໃນການສຸມໃສ່ການສ້າງຄວາມເຂັ້ມແຂງໃນການເພີ່ມການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນ, ໂດຍສະເພາະແມ່ນແມ່ຍິງ ເຂົ້າໃນຕ່ອງໂສ້ມູນຄ່າເພີ່ມເພື່ອການຮັກສາ ແລະ ນໍາໃຊ້ປ່າໄມ້ແບບຍືນຍົງ.

            ໂຄງການດັ່ງກ່າວ ເພື່ອແນໃສ່ (i) ການເສີມສ້າງນະໂຍບາຍ ແລະ ກົດຫມາຍທີ່ຕິດພັນກັບປ່າໄມ້ໃຫ້ເຂັ້ມແຂງ, (ii) ການສົ່ງເສີມການຮ່ວມມືຫຼາຍຝ່າຍ ແລະ ການຮ່ວມມືຂ້າມຊາຍແດນ ເພື່ອການປົກປັກຮັກສາສັດປ່າ ແລະ ການຄຸ້ມຄອງການປົກປັກຮັກສາພູມີທັດຂອງອຸທິຍານແຫ່ງຊາດ ຫິນໜາມໜໍ່ ແລະ ຟອງຢາງ ແກບາງ, (iii) ສົ່ງເສີມການຄົ້ນຄວ້າ, ການຝຶກອົບຮົມ ແລະ ຂີດຄວາມສາມາດດ້ານວິຊາການ ເພື່ອປັບປຸງການຄຸ້ມຄອງຊັບພະຍາກອນປ່າໄມ້ໃຫ້ມີຄວາມຍືນຍົງຫຼາຍຍິ່ງຂຶ້ນ, (iv) ສົ່ງເສີມການຮ່ວມມືຫລາຍຝ່າຍ ເພື່ອເສີມສ້າງການຟື້ນຟູ ແລະ ການປົກປັກຮັກສາພູມີທັດປ່າໄມ້ ແລະ ຊີວະນານາພັນ ໃຫ້ສາມາດປັບຕົວກັບການປ່ຽນແປງສະພາບດິນຟ້າອາກາດ ແລະ (v) ການສ້າງຄູ່ຮ່ວມທາງການຄ້າ ເພື່ອສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອສົ່ງເສີມຕ່ອງໂສ້ມູນຄ່າເພີ່ມໃຫ້ຍືນຍົງ ແລະ ມີຄວາມສາມາດໃນການແຂ່ງຂັນ. ໂຄງການນີ້ ແມ່ນຈັດຕັ້ງປະຕິບັດຢູ່ແຂວງວຽງຈັນ, ຄໍາມ່ວນ, ຫົວພັນ, ໄຊຍະບູລີ, ຫຼວງພະບາງ ແລະ ແຂວງອຸດົມໄຊ, ເຊິ່ງໂຄງການຈະສືບຕໍ່ຈັດຕັ້ງປະຕິບັດໄປຈົນເຖິງ ເດືອນມິຖຸນາ 2027.

© 2025 Copyright: ກະຊວງການເງິນ, ສປປ ລາວ