• ກະຊວງການເງິນ
  • |
  • 2026-01-15
  • |
  • ວຽກຮ່ວມມື

       ໃນວັນທີ 15 ມັງກອນ 2026 ໄດ້ຈັດກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງການເງິນ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ຂຶ້ນ ໂດຍການເປັນເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ເຫຼັກໄຫຼ ສີວິໄລ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງການໂຍທາທິການ ແລະ ຂົນສົ່ງ ມີທ່ານ ຮອງລັດຖະມົນຕີ, ທ່ານຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ ຂອງສອງຂະແໜງການ ເຂົ້າຮ່ວມຢ່າງພ້ອມພຽງ. 

        ໃນກອງປະຊຸມໄດ້ພ້ອມກັນປຶກສາຫາລື ບັນຫາຂໍ້ຄົງຄ້າງ ແລະ ມາດຕະການແກ້ໄຂການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງສອງຂະແໜງການຮ່ວມກັນ ຊື່ງມີ 06 ບັນຫາຕົ້ນຕໍ່ຄື: 1) ການຈັດເກັບຄ່າທຳນຽມຕູ້ບັນທຸກສິນຄ້າເຂົ້າ-ອອກ ຜ່ານດ້ານຂະໜາດ 40 ຟຸດ ແລະ ຕູ້ບັນທຸກສິນຄ້າຂະໜາດພິເສດ ທີ່ມາທາງລົດ ແລະ ທາງລົດໄຟ; 2) ການນຳໃຊ້ ຕາຕະລາງ 07 ເຂົ້າໃນການຫັກລົບຄ່າຫຼຸ້ຍຫ້ຽນຂອງຍານພາຫະນະໃຫ້ແທດເໝາະກັບສະພາບການນຳໃຊ້ຕົວຈິງ ແລະ ໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ; 3) ການເຂົ້າເຖິງຂໍ້ມູນການຂຶ້ນທະບຽນພາຫະນະໃນລະບົບຄຸ້ມຄອງຍານພະຫະນະຂອງກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ຍັງມີຂໍ້ຈຳກັດ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ສຶບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ, ການສະກັດກັ້ນບັນຫາປະກົດການຍໍ້ທໍ້ດ້ານພາຫະນະນຳເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າໝາຍ; 4) ຈັດຕັ້ງປະຕິບັດມະຕິຂອງສະພາແຫ່ງຊາດ ສະບັບເລກທີ 165/ສພຊ ແລະ ມະຕິ ສະບັບເລກທີ 10/ລບ ນະໂຍບາຍກໍ່ສ້າງໄລຍະໃໝ່; 5) ການຈັດຕັ້ງປະຕິບັດໂຄງການBRT ແລະ 6) ການຈັດເກັບຄ່າທຳນຽມຄ່າຜ່ານຂົວມິດຕະພາບລາວ-ໄທ ແຫ່ງທີ່ 4 ແຂວງບໍ່ແກ້ວ ແລະ ບັນຫາອື່ນໆທີ່ຕິດພັນເພື່ອໃຫ້ສາມາດແກ້ໄຂ້ ແລະ ຈັດຕັ້ງປະຕິບັດບັນດາວຽກງານໄດ້ຢ່າງມີປະສິດທິພາບປະສິດທິຜົນເພື່ອລວມສູນບັນດາຂໍ້ມູນຕ່າງໆໄດ້.

 

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ