ປຶກສາຫາລືແລກປ່ຽນ ກ່ຽວກັບການສໍາຫຼວດເສດຖະກິດ ທົ່ວປະເທດ ຄັ້ງທີ I
ເພື່ອເປັນການແລກປ່ຽນບົດຮຽນຕໍ່ກັບພາລະບົດບາດລະຫວ່າງ ກົມສະຖິຕິເສດຖະກິດ ແລະ ສັງຄົມ ແລະ ກົມສ່ວຍສາອາກອນ ພ້ອມກັນຄົ້ນຄວ້າກອບການຮ່ວມເຮັດວຽກທີ່ສາມາດເປັນໄປໄດ້ ເພື່ອສະໜັບສະໜູນວຽກງານເຊິ່ງກັນ ແລະ ກັນໃນຕໍ່ໜ້າ ພ້ອມທັງປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດການສໍາຫຼວດເສດຖະກິດ ທົ່ວປະເທດ ຄັ້ງທີ IV ເປັນຕົ້ນແມ່ນການກໍານົດເນື້ອໃນຂອງການສໍາຫຼວດ ເພື່ອຮັບໃຊ້ການຂະຫຍາຍຖານລາຍຮັບໃນອານາຄົດ ແລະ ກົນໄກການຮ່ວມມືປະສານງານເພື່ອຈັດຕັ້ງປະຕິບັດການສໍາຫຼວດດັ່ງກ່າວ.
ໃນວັນທີ 13 ມັງກອນ 2026 ກົມສະຖິຕິເສດຖະກິດ ແລະ ສັງຄົມ ແລະ ກົມສ່ວຍສາອາກອນ ໄດ້ຈັດກອງປະຊຸມປຶກສາຫາລື ແລກປ່ຽນວິຊາສະເພາະ ກ່ຽວກັບການສໍາຫຼວດເສດຖະກິດ ທົ່ວປະເທດ ຄັ້ງທີ IV, ໂດຍ ການເຂົ້າຮ່ວມຂອງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ, ກະຊວງການເງິນ ພ້ອມດ້ວຍຄະນະ ແລະ ທ່ານ ນາງ ສາລິກາ ຈັນທະລາວົງ ຮອງຫົວໜ້າກົມສະຖິຕິເສດຖະກິດ ແລະ ສັງຄົມ, ສູນສະຖິຕິແຫ່ງຊາດ ພ້ອມທັງຄະນະເຂົ້າຮ່ວມ.
ໃນວາລະກອງປະຊຸມ ສອງຝ່າຍໄດ້ມີການແລກປ່ຽນຄຳຄິດເຫັນຮ່ວມກັນຢ່າງກົງໄປກົງມາຊຶ່ງໃນນັ້ນ: ກົມສ່ວຍສາອາກອນ ໄດ້ນໍາສະເໜີ ກ່ຽວກັບໂຄງຮ່າງການຈັດຕັ້ງ ແລະ ນິຕິກໍາ ຕ່າງໆ ທີ່ກ່ຽວກັບກົມສ່ວຍສາອາກອນແຕ່ຂັ້ນສູນກາງ ເຖິງຂັ້ນທ້ອງຖິ່ນ, ທິດທາງແຜນການໃນການປັບປຸງການຂະຫຍາຍຖານລາຍຮັບ ໃນຕໍ່ໜ້າ ເປັນຕົ້ນແມ່ນການຂະຫຍາຍຖານລາຍຮັບບຸກຄົນ, ການກໍານົດລາຄາພື້ນຖານຂອງທີ່ດີນເພື່ອໄລ່ລຽງລາຍຮັບ, ການປັບປຸງຖານລາຍຮັບຫົວໜ່ວຍທຸລະກິດ ເພື່ອໃຫ້ສອດຄ່ອງກັບ ກົມທະບຽນກະຊວງອຸດສາຫະກໍາ ແລະ ການຄ້າ. 
ກົມສະຖິຕິເສດຖະກິດ ແລະ ສິ່ງແວດລ້ອມໄດ້ລາຍງານກ່ຽວກັບພາລະບົດບາດຂອງກົມ, ບັນດາຕົວຊີ້ບອກທີ່ຮັບຜິດຊອບໃນການຜະລິດ, ຄວາມຄືບໜ້າຂອງການພັດທະນາລະບົບການເຊື່ອມໂຍງຖານຂໍ້ມູນ ທີ່ເຫັນວ່າສາມາດຮ່ວມເຮັດວຽກນໍາກັນໃນຕໍ່ໜ້າ ແລະ ລົງເລິກສະເພາະຈຸດປະສົງເປົ້າໝາຍຂອງການສໍາຫຼວດເສດຖະກິດທົ່ວປະເທດຄັ້ງທີ IV, ກອງປະຊຸມ ໄດ້ເຫັນດີສືບຕໍ່ເຮັດວຽກຮ່ວມກັນລະອຽດຕື່ມ ໃນການຄົ້ນຄວ້າ ການສໍາຫຼວດທີ່ຈະຈັດຕັ້ງປະຕິບັດໃນອານາຄົດ ທີ່ສອດຄ່ອງ ໃນການຄົ້ນຄວ້າຄືນການເກັບກໍາຂໍ້ມູນລາຍຮັບບຸກຄົນ, ຈໍານວນພາຫະນະ, ຂໍ້ມູນລາຄາທີ່ດີນ ເພື່ອໃຫ້ສາມາດເປັນບ່ອນອີງ ໃນວຽກງານສ່ວຍສາອາກອນ ແລະ ວຽກງານສະຖິຕິເສດຖະກິດ ແລະ ສັງຄົມໃນອານຄົດ.