ວຽກງານຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດເປັນວຽກງານໜຶ່ງ ທີ່ມີບົດບາດສຳຄັນ ໃນການກະຕຸ້ນ ແລະ ຊຸກຍູ້ໃຫ້ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເຊິ່ງວຽກງານດັ່ງກາວຕິດພັນໂດຍກົງກັບການຄຸ້ມຄອງດ້ານລາຍຈ່າຍງົບປະມານໃຫ້ມີປະສິດທິພາບ. ໃນໄລຍະຜ່ານມາ ລັດຖະບານ ໄດ້ເອົາໃຈໃສ່ຕໍ່ດັ່ງກ່າວ ໂດຍການສ້າງນິຕິກຳ ແລະ ເຄື່ອງມືເພື່ອມາຄຸ້ມຄອງ ໃນແຕ່ລະໄລຍະ ເປັນຕົ້ນ: ໄດ້ສ້າງ ແລະ ປັບປຸງດຳລັດວ່າດ້ວຍການປະມູນຈັດຊື້ສີນຄ້າ, ການກໍ່ສ້າງ, ການສ້ອມແປງ ແລະ ການບໍລິການດ້ວຍທຶນຂອງລັດ ສະບັບເລກທີ 03/ນຍ ລົງວັນທີ 09 ມັງກອນ 2004 ແລະ ກົດໝາຍວ່າດ້ວຍການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ສະບັບເລກທີ 30/ສພຊ ລົງວັນທີ 02 ພະຈິກ 2017. ບັນດານິຕິກຳຕ່າງໆ ລ້ວນແລ້ວແຕ່ສ້າງ ແລະ ປະກາດນໍາໃຊ້ມາດົນນານພໍສົມຄວນ ແຕ່ບໍ່ໄດ້ດຳເນີນການປະເມີນຜົນຂອງການນໍາໃຊ້ ແລະ ຈັດຕັ້ງປະຕິບັດຕົວຈີງວ່າມີຜົນດີ-ຜົນເສຍ, ມີທ່າກ້າວໜ້າ ແລະ ຄົງຄ້າງ, ທຽບກັບສະພາບເສດຖະກິດໃນປະຈຸບັນ. ສະນັ້ນ, ການປະເມີນຄັ້ງນີ້ສຸດທີມີຄວາມສຳຄັນຢ່າງເລີກເຊິ່ງ ແລະ ໄດ້ຮັບການຊ່ວຍເຫຼືອທາງວິຊາການຈາກທະນາຄານພັດທະນາອາຊີ ໂດຍການນໍາໃຊ້ເຄື່ອງມື - Methodology for Assessing Procurement System (MAPS) ເຊິ່ງເປັນຫຼັກການຂອງອົງການ OECD ທີ່ສາກົນຍອມຮັບ ກອງປະຊຸມໄດ້ຮັບຟັງການນໍາສະເໜີ 2 ບົດຈາກຄະນະຮັບຜິດຊອບ ແລະ ຊ່ຽວຊານຈາກ ADB ກ່ຽວກັບຄວາມເປັນມາ ແລະ ເນື້ອໃນບົດລາຍງານການປະເມີນຜົນດັ່ງກ່າວ, ພ້ອມນັ້ນກອງປະຊຸມຍັງໄດ້ພ້ອມກັນເອົາໃຈໃສ່ປະກອບຄຳຄິດຄຳເຫັນເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນສົມບູນ ເປັນເຄື່ອງມືສຳຄັນ ແລະ ເອກະສານອ້າງອິງໃນການປັບປຸງກົດໜາຍ ແລະ ນິຕິກຳລຸ່ມກົດໝາຍ ຂອງວຽກງານການຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ ເພື່ອເປັນເຄື່ອງມືຄຸ້ມຄອງດ້ານລາຍຈ່າຍງົບປະມານຂອງລັດໃຫ້ມີປະສິດທິຜົນສູງ. ໃນຕອນທ້າຍປະທານກອງປະຊຸມໄດ້ເນັ້ນໃຫ້ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນສຸມສະຕິປັນຍາຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງເລິກເຊິ່ງ, ຢ່າງກົງໄປກົງມາ ແລະ ສ້າງສັນ ເພື່ອພ້ອມກັນສືບຕໍ່ສູ້ຊົນຈັດຕັ້ງປະຕິບັດວຽກງານປະເມີນ ແລະ ການຈັດຊື້-ຈັດຈ້າງ ໃຫ້ນັບມື້ນັບມີປະສິດທິພາບ ແລະ ປະສິດທິຜົນສູງຂື້ນ. 


