• ກະຊວງການເງິນ
  • |
  • 2026-01-12
  • |
  • ວຽກຮ່ວມມື

      ໃນວັນທີ 12 ມັງກອນ 2026, ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີ ກະຊວງການເງິນ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມິຄາອີລາ ເຮັນນິງ (Michaela Henning) ຮອງຫົວໜ້າພະແນກອາຊີຕາເວັນອອກສຽງໄຕ້ ກະຊວງຮ່ວມມືເສດຖະກິດ ແລະ ການພັດທະນາ ສ.ເຢຍລະມັນ (BMZ) ແລະ ທ່ານເອກອັກຄະລັດຖະທູດ ສ.ເຢຍລະມັນ ປະຈໍາ ສປປ ລາວ ພ້ອມດ້ວຍຄະນະ.

       ໂອກາດນີ້,  ທ່ານ ສຸລິວັດ ສຸວັນນະຈູມຄໍາ ໄດ້ກ່າວຕ້ອນຮັບຄະນະຜູ້ແທນ ສ.ເຢຍລະມັນ ແລະ ຂອບໃຈລັດຖະບານເຢຍລະມັນ ເປັນຕົ້ນແມ່ນ GIZ ແລະ KFW ສໍາລັບການຮ່ວມມືເພື່ອການພັດທະນາໃນໄລຍະຜ່ານມາ, ເຊິ່ງສອດຄ່ອງກັບເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະການຊ່ວຍເຫຼືອໃນຂົງເຂດການຫຼຸດຜ່ອນຄວາມທຸກຍາກ, ການຈັດການຊັບພະຍາກອນທໍາມະຊາດ ໃຫ້ທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ການຝຶກອົບຮົມວິຊາຊີບ ແລະ ການຈັດສັນທີ່ດິນ; ພ້ອມກັນນັ້ນ, ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ຍັງໄດ້ເນັ້ນເຖິງຄວາມສໍາພັນທາງປະຫວັດສາດອັນດີງາມ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ສ. ເຢຍລະມັນ (ນັບແຕ່ປີ 1964 ເຖິງປັດຈຸບັນ) ແລະ ຄວາມຕັ້ງໃຈທີ່ຈະສົ່ງເສີມ ແລະ ຍົກລະດັບການຮ່ວມມືໃຫ້ແໜ້ນແຟ້ນຍິ່ງຂຶ້ນໃນອະນາຄົດ.

       ທ່ານ ນາງ ມິຄາອີລາ ເຮັນນິງ ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ກັບການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້; ພ້ອມນີ້, ທ່ານ ໄດ້ຍົກໃຫ້ເຫັນເຖິງການຮ່ວມມື ທີ່ມີຢ່າງຕໍ່ເນື່ອງ ຂອງ ສອງປະເທດຜ່ານໂຄງການ/ແຜນງານຊ່ວຍເຫຼືອທາງການເພື່ອການພັດທະນາ ໃນໄລຍະຜ່ານມາຮອດປັດຈຸບັນ ແລະ ຈະສືບຕໍ່ໃນອະນາຄົດ.

       ທ່ານ ຮອງລັດຖະມົນຕີກະຊວງການເງິນ ແຈ້ງໃຫ້ຊາບຕື່ມກ່ຽວກັບ ການໂຮມກະຊວງ ລະຫວ່າງ ກະຊວງການເງິນ ແລະ ກະຊວງແຜນການ ແລະ ການລົງທຶນ ເຮັດໃຫ້ກະຊວງການເງິນ ມີບົດບາດສຳຄັນຫຼາຍຂຶ້ນ ໂດຍສະເພາະວຽກງານການຮ່ວມມືເພື່ອການພັດທະນາ, ວຽກປະສານງານກັບບັນດາຄູ່ຮ່ວມພັດທະນາ ແລະ ການເປັນຄູ່ຮ່ວມງານທີ່ດີ. ສະນັ້ນ, ຫວັງວ່າຈະໄດ້ຮັບການ ຮ່ວມມື ແລະ ໃຫ້ການສະໜັບສະໜູນ ຈາກລັດຖະບານ ສ.ເຢຍລະມັນໃນຕໍ່ໜ້າ. ພ້ອມນີ້, ທ່ານ ຮອງລັດຖະມົນຕີ ໄດ້ໃຫ້ຄຳໝັ້ນສັນຍາໃນການແກ້ໄຂບາງບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດໂຄງການ/ແຜນງານ ເປັນຕົ້ນແມ່ນການຍົກເວັ້ນອາກອນມູນຄ່າເພີ່ມ ແລະ ໄລຍະເວລາການອອກວີຊາ ແລະ ບັດພັກເຊົ່າໃຫ້ຊ່ຽວຊານ-ອາສາສະມັກ ມາປະຈຳ ຢູ່ ແຜນງານ/ໂຄງການ ທີ່ໄດ້ຮັບການສະໜັບສະໜູນ ຈາກ ລັດຖະບານ ສ. ເຢຍລະມັນ ໃຫ້ມີຄວາມວ່ອງໄວ ແລະ ມີປະສິດທິຜົນຂຶ້ນຕື່ມ.

© 2025 Copyright: ກະຊວງການເງິນ, ສປປ ລາວ