• ກົມຄຸ້ມຄອງວິສາຫະກິດການເງິນ
  • |
  • 2026-01-08
  • |
  • ວຽກວິຊາສະເພາະ

        ໃນວັນທີ 08 ມັງກອນ 2026  ກົມຄຸ້ມຄອງວິສາຫະກິດການເງິນ (ຄວກ) ກະຊວງການເງິນ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປິີ 2026 ຂື້ນ, ໂດຍການເປັນປະທານຂອງທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດການເງິນ, ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການຂອງກົມເຂົ້າຮ່ວມ.

       ໃນກອງປະຊຸມໄດ້ຮັບຟັງການສະຫຼຸບລາຍງານວຽກງານທີ່ພົ້ນເດັ່ນ, ຂໍ້ຄົງຄ້າງໃນການປະຕິບັດໜ້າທີ່ວຽກງານ ປະຈຳປີ 2025 ເເລະ ກຳນົດທິດທາງແຜນການ ປີ 2026 ຂອງວຽກງານຄຸ້ມຄອງວິສາຫະກິດການເງິນ ບັນດາພະເເນກອ້ອມຂ້າງກົມ ທັງ 04 ພະເເນກ, ເຊິ່ງກອງປະຊຸມໄດ້ມີການປຶກສາຫາລື ເເລະ ເເລກປ່ຽນຄຳຄິດເຫັນ ຕໍ່ກັບບັນ​ດາ​ໜ້າ​ວຽກຕົ້ນຕໍ່​ທີ່​ຈະຕ້ອງ​ໄດ້​ສືບ​ຕໍ່ຈັດຕັ້ງ​ປະ​ຕິ​ບັດ​ໃນ​ປີ 2026 ເປັນ​ຕົ້ນ:

  1. ແຜນການຄຸ້ມຄອງວຽກງານການປະກັນໄພໃນຕໍ່ໜ້າ ເພື່ອຍົກບົດບາດພະເເນກຄຸ້ມຄອງການປະກັນໄພຂຶ້ນເປັນສຳນັກງານ ເພື່ອເພີ່ມມາດຕະຖານການຄຸ້ມຄອງ ທຽບເທົ່າພາກພື້ນ-ສາກົນ ເເລະ ສ້າງຂະເເໜງວຽກງານການປະກັນໄພ ໃຫ້ເປັນໜຶ່ງເສົາຄໍ້າດ້ານເສດຖະກິດເເຫ່ງຊາດ; 
  2. ການສ້າງນິຕິກຳເປັນຫຼັກ ເພື່ອສ້າງຄວາມເຂັ້ມແຂງໃນການຄຸ້ມຄອງທຸລະກິດກາຊີໂນຢ່າງລວມສູນ ແລະ ສຸມໃສ່ການຈັດຕັ້ງຍຸດທະສາດຕີຖອຍຫວຍເຖື່ອນ ເເລະ ຄຸ້ມຄອງຫວຍໃນໄລຍະໃໝ່ ເພື່ອປ່ຽນແທນກົນໄກໃນປັດຈຸບັນ;
  3. ສ້າງນິຕິກໍາ ເພື່ອຄຸ້ມຄອງທຸລະກິດລະບົບສາງສິນຄ້າ ເເລະ ຊິງສັ່ງທັນສະໄໝ ໃຫ້ມີຄວາມເຂັ້ມເເຂງ, ໂລ່ງລ່ຽນ ເເລະ ເປັນຖານລາຍຮັບໃໝ່ໃຫ້ເເກ່ລັດຖະບານ ສູ້ຊົນ​ຄົ້ນ​ຄວ້າ​ສ້າງ​ຂໍ້​ຕົກ​ລົງ ຫຼື ຄຳເເນະນຳ​​ຂອງ​ກະ​ຊວງ​ການ​ເງິນ ​ໃນ​ການ​ອະ​ນຸ​ຍາດ ແລະ ​ຄຸ້ມ​ຄອງ​ບໍ​ລິ​ສັດ​ປະ​ເມີນ​ມູນ​ຄ່າ​ຊັບ​ສິນ ໃຫ້ສຳເລັດ;
  4. ຄົ້ນຄວ້າກຳນົດທິດທາງການຂຶ້ນແຜນງົບປະມານແຫ່ງລັດ ບ້ວງລາຍຈ່າຍລົງທຶນແບບຈຸດສຸມ ເເລະກົນໄກເກັບເງິນຜ່ານທາງ ໃນໂຄງການຊຸກຍູ້ສົ່ງເສີມການກໍ່ສ້າງ ແລະສ້ອມແປງທາງໃນໄລຍະໃໝ່ ຕາມມະຕິຂອງສະພາເເຫ່ງຊາດ ສະບັບເລກທີ 165/ສພຊ, ລົງວັນທີ 26 ມິຖຸນາ 2025 ເເລະ ມະຕິຂອງລັດຖະ ບານ ສະບັບເລກທີ 10/ລບ, ລົງວັນທີ 01 ກັນຍາ 2025.

ພ້ອມນັ້ນ, ກອງປະຊຸມໄດ້ມີການປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ 2026.

© 2025 Copyright: ກະຊວງການເງິນ, ສປປ ລາວ