• ກະຊວງການເງິນ
  • |
  • 2026-01-09
  • |
  • ວຽກງານພັກ-ພະນັກງານ

        ໃນວັນທີ 9 ມັງກອນ 2026 ນີ້, ທີ່ ກະຊວງການເງິນ, ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ວັນທີ 2 ທັນວາ 1975 ຫາ 2 ທັນວາ 2025) ໃຫ້ບັນດາພະນັກງານ; ໂດຍການເຂົ້າຮ່ວມຂອງທ່ານ ນາງ ຍອດ ແພງສົມບັດ ຫົວໜ້າຄັງເງິນແຫ່ງລັດ ມີຄະນະກົມ, ຄະ ນະພະແນກ ພ້ອມດ້ວຍພະນັກງານ ວິຊາການເຂົ້າຮ່ວມ.

        ໃນພິທີ, ໄດ້ຜ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາ ປະນາ ສປປ ລາວ ສະບັບເລກທີ 282/ປປທ, ລົງວັນທີ 20 ພະຈິກ 2025, ເຊິ່ງປະທານປະເທດໄດ້ອອກລັດຖະດໍາລັດປະດັບຫຼຽນກາລະນຶກໃຫ້ພະນັກງານ-ລັດຖະກອນປະຈໍາການ ແລະ ພະນັກງານບໍານານ ຂອງກະຊວງການເງິນ ທັງໝົດ ຈໍານວນ 1,044 ທ່ານ, ຍິງ 302 ທ່ານ. ໃນນີ້, ພະນັກງານ-ລັດຖະກອນປະຈໍາການ ຈໍານວນ 540 ທ່ານ, ຍິງ 192 ທ່ານ, ພະນັກງານບໍານານຂອງຈໍານວນ 504 ທ່ານ, ຍິງ 110 ທ່ານ.

        ພິທີປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເປັນການຫວນຄືນເຖິງວັນມະຫາໄຊຊະນະແຫ່ງການປະຕິວັດຊາດ ປະຊາທິປະໄຕ, ລະນຶກເຖິງຜົນງານ ແລະ ການເສຍສະລະອັນຍິ່ງໃຫຍ່ຂອງປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ບັນດາຜູ້ນຳ, ນັກປະຕິວັດ, ວິລະຊົນ, ສະມາຊິກພັກ-ພະນັກງານ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ ທີ່ໄດ້ອຸທິດໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດຢ່າງພິລະອາດຫານຈົນສາມາດຍາດໄດ້ເອກະລາດແຫ່ງຊາດ; ປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະ ຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

          ເປັນກຽດປະດັບຫລຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໂດຍທ່ານ ນາງ ຍອດ ແພງສົມບັດ. ພ້ອມດຽວກັນນີ້ ທ່ານ ນາງ ບົວເລິງຄິນ ດວງສະຫວັນ ຮອງຫົວໜ້າຄັງເງິນແຫ່ງລັດ, ຍັງໄດ້ ມອບໃບຍ້ອງຍໍຜົນງານພະນັກງານ-ລັດຖະກອນຂອງຄັງເງິນແຫ່ງລັດປະຈຳປີ 2024 ອີກດ້ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ