• ກະຊວງການເງິນ
  • |
  • 2026-01-06
  • |
  • ສາມອົງການຈັດຕັ້ງ

         ໃນວັນທີ 06 ມັງກອນ 2026, ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງການເງິນ ນໍາໂດຍ ສະຫາຍ  ສົມຈິດ ຄໍາມຸງຄຸນ ເລຂາທິການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງການເງິນ, ຫົວໜ້າຫ້ອງການ ກະຊວງ ພ້ອມດວ້ຍຄະນະ ໄດ້ນໍາເອົາອຸປະກອນການສຶກສາ ແລະ ກິລາ ໄປມອບໃຫ້ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ແລະ ກ່າວຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ ໂດຍ ສະຫາຍ ພັນເອກ ວັນໄຊ ວົງປັນຍາ ຄະນະອຳນວຍການ, ຫົວໜ້າຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ.

          ໃນພິທີ ມອບ-ຮັບ ອຸປະກອນການສຶກສາ ແລະ ກິລາ ສະຫາຍ ສົມຈິດ ຄໍາມຸງຄຸນ ໃຫ້ຮູ້ວ່າ: ອຸປະກອນການສຶກສາ ແລະ ກິລາ ຄັ້ງນີ້ ເພື່ອຈະຊ່ວຍຍົກລະດັບການສຶກສາ ແລະ ກິລາ ໃຫ້ນ້ອງນັກຮຽນ ກໍຄືລູກຫຼານພະນັກງານທະຫານ, ຊົນເຜົ່າຕ່າງໆ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ ແນໃສ່ສ້າງຊັບພະຍາກອນມະນຸດໃນກອງທັບ, ສ້າງພະນັກງານ-ນັກຮົບ, ສ້າງເປັນພະນັກງານ ຮຸ່ນສືບທອດ-ປ່ຽນແທນ ຢູ່ໃນຖັນແຖວກອງທັບ ໃຫ້ມີຄວາມຮູ້ທາງດ້ານວັດທະນະທຳທີ່ແນ່ນອນ ໂດຍແນໃສ່ຄວາມຮຽກຮ້ອງຕ້ອງການ ແລະ ໃຫ້ສອດຄ່ອງກັບຈຸດພິເສດເງື່ອນໄຂໄລຍະໃໝ່ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ. ເຊິ່ງອຸປະກອນ ປະກອບມີ: ຄອມພິວເຕີ 02 ຊຸດ, ປຣິ້ນເຕີ 02 ຊຸດ, ປຶ້ມ 300 ແພັກ, ບິກ 20 ກັບ, ສໍດໍາ 84 ແພັກ ພ້ອມດ້ວຍອຸປະກອນການສຶກສາ ແລະ ກິລາ ຫຼາຍຢ່າງ ລວມມູນຄ່າ 71 ລ້ານກວ່າກີບ.

          ໂອກາດນີ້ ສະຫາຍ ພັນເອກ ວັນໄຊ ວົງປັນຍາ ໄດ້ສະແດງຄວາມຂອບໃຈ ຕໍ່ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ກະຊວງການເງິນ ທີ່ໄດ້ນໍາເອົາອຸປະກອນການສຶກສາ ແລະ ກິລາ ມາຊ່ວຍເຫຼືອໃຫ້ໂຮງຮຽນ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ອຸປະກອນຄັ້ງນີ້ ເຂົ້າໃນການຮຽນ-ການສອນ ໃຫ້ເກີດປະໂຫຍດສູງສຸດ ເພື່ອຍົກລະດັບການສຶກສາຂອງນ້ອງຮັກຮຽນ ໃຫ້ນັບມື້ນັບດີຂຶ້ນ. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ໃຫ້ຮູ້ວ່າ: ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ສ້າງຕັ້ງຂຶ້ນໃນວັນທີ 24 ມີນາ 2022, ເປັນໂຮງຮຽນກິນ-ນອນ, ມີຫໍພັກ, ມີເຄື່ອງນຸງຫົ່ມ, ມີອັດຕາກິນ, ເຂົ້າກິນ ແລະ ເງິນເບ້ຍລ້ຽງ ທຽບເທົ່າທະຫານຊັ້ນ 02. ປັດຈຸບັນ ການຮຽນ-ການສອນ ມັດທະຍົມຕອນຕົ້ນ ມີ 3 ຊັ້ນຮຽນ (ມ.1, ມ.2, ມ.3) ແລະ ມັດທະຍົມຕອນປາຍ ມີ 3 ຊັ້ນຮຽນ (ມ.5, ມ.6, ມ.7) ເຊິ່ງໃນສົກຮຽນ 2025-2026 ມີນັກຮຽນທັງໝົດ 672 ຄົນ, ຍິງ 230 ຄົນ, ສຳລັບ ຫລັກສູດການຮຽນ-ການສອນ ໄດ້ນໍາໃຊ້ ຫລັກສູດການສຶກສາຂອງມັດທະຍົມຕົ້ນ ແລະ ມັດທະຍົມປາຍ ຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ, ເມື່ອສິ້ນສຸດການຮຽນ ຫລື ຮຽນຈົບ ນັກຮຽນຜູ້ທີ່ດີ, ຮຽນເກັ່ງ, ມີສຸຂະພາບແຂງແຮງ, ຄົບເງື່ອນໄຂມາດຖານ ທີ່ໄດ້ກຳນົດໄວ້ ຈະໄດ້ເຂົ້າສັງກັດໃນກອງທັບ, ເຂົ້າເປົ້າໝາຍກໍ່ສ້າງ, ສະເໜີເຂົ້າທະຫານອາຊີບ, ທຽບຊັ້ນສິບໂທ, ເອົາເຂົ້າຮຽນນາຍສິບ ຫລື ໄປຮຽນວິຊາສະເພາະຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ເພື່ອສ້າງເປັນພະນັກງານຮຸ່ນສືບທອດໃຫ້ແກ່ກອງທັບ. ສ່ວນຜູ້ທີ່ມີເງື່ອນໄຂ, ມາດຖານບໍ່ຄົບຖ້ວນ, ບໍ່ສາມາດສັງກັດເຂົ້າໃນກອງທັບໄດ້ ແຕ່ຜູ້ກ່ຽວມີພອນສະຫວັນທາງດ້ານການສຶກສາ ແມ່ນຈະສົ່ງໄປສຶກສາຮໍ່າຮຽນຕໍ່ ພາຍຫລັງສໍາເລັດການສຶກສາແລ້ວ ແມ່ນຈະສົ່ງໃຫ້ພໍ່ແມ່ ຫຼື ຜູ້ປົກຄອງ ເພື່ອປະກອບອາຊີບອື່ນ ຕາມພື້ນຖານຂອງແຕ່ລະທ້ອງຖິ່ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ