• ກະຊວງການເງິນ
  • |
  • 2025-12-30
  • |
  • ວຽກວິຊາສະເພາະ

     ໃນວັນທີ 30 ທັນວາ 2025, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ກະຊວງການເງິນ ໄດ້ປະຊຸມຮ່ວມກັບກົມຂົວທາງ, ກົມເຄຫາ ແລະ ຜັງເມືອງ ແລະ ກົມໂຍທາທາງນໍ້າ ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍການເປັນປະທານຮ່ວມຂອງ ທ່ານ ອຸຕະແກ້ວ ແກ້ວດວນສິນ ຫົວໜ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ແລະ ທ່ານ ນະລົງໄຊ ມີວາປະດິດ ຮອງຫົວໜ້າກົມເຄຫາ ແລະ ຜັງເມືອງ, ມີບັນດາພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

          ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ກົມທາງນໍ້າ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພະແນກໂຍທາທິການແຂວງ ກ່ຽວກັບການຢັ້ງຢືນແບບແຕ້ມ, ມູນຄ່າໂຄງການ ແລະ ຫົວໜ່ວຍລາຄາ; ການສະເໜີກໍໍ່ສ້າງ, ສ້ອມແປງ ໂຄງການຂົວ-ທາງ ໃນຂອບເຂດທົົ່ວປະເທດ; ມາດຕະຖານເຕັກນິກການອອກແບບທາງ; ມາດຕະຖານກ່ຽວກັບການໃຊ້ອົງປະກອບທາງ; ການຍົກຍ້າຍສິ່ງກີດຂວາງ ແລະ ຊົດເຊີຍເວນຄືນ ຕ້ອງໄດ້ມາຈາກຂໍໍ້ມູນການສຶກສາ, ສໍາຫຼວດ-ອອກແບບ ເປັນຕົ້ນ ແມ່ນການຍົກຍ້າຍເສົາໄຟຟ້າ ແລະ ຕິດຕັ້ງຄືນ; ການສະເໜີໂຄງການກໍໍ່ສ້າງ ຕ້ອງແມ່ນໂຄງການທີີ່ໄດ້ຜ່ານກາານສຶກສາຄວາມເປັນໄປໄດ້ ແລະ/ຫຼື ສໍາຫຼວດ-ອອກແບບ ຕາມຂັ້ນຕອນຂອງກົດໝາຍ ຢ່າງຄົບຖ້ວນ; ການປະກອບເອກະສານໂຄງການ ເພື່ອສົົ່ງມາດໍາເນີນການປະເມີນຕ້ອງເປັນສະບັບຕົ້ນເທົົ່ານັ້ນ; ການກະກຽມໂຄງການ ແມ່ນສະເໜີໃຫ້ປະຕິບັດຂັ້ນຕອນ ຕາມກົດໝາຍວ່າດ້ວຍການກໍໍ່ສ້າງ, ກົດໝາຍວ່າດ້ວຍ ການລົງທຶນຂອງລັດ ແລະ ນິຕິກໍາທີີ່ກ່ຽວຂ້ອງຢ່າງເຂັ້ມງວດ; ຜົນຂອງການສຶກສາສໍາຫຼວດ-ອອກແບບ ຕ້ອງປະກອບມີບົດລາຍງານການສໍາຫຼວດ-ອອກແບບ, ຜົນສໍາຫຼວດທາງ ທໍລະນີສາດ ແລະ ອຸທົກກະສາດ (ຜົນຊີເຈາະ) ເພື່ອຄວາມຊັດເຈນໃນການຄິດໄລ່ບໍລິມາດ ຂຸດ, ຊີເຈາະລະເບີດຫີນ,  ການຄາດຄະເນເຂດທີີ່ຈໍາເປັນຕ້ອງຂຸດດິນບວມ, ຖົມຫີນພູຮອງພື້ນ ລວມເຖິງນໍໍ້າໃຕ້ດິນ ເພື່ອເຮັດໃຫ້ການຄິດໄລ່ບໍລິມາດມີຄວາມໃກ້ຄຽງ ແລະ ຜິດດ່ຽງໜ້ອຍທີີ່ສຸດ.

          ກອງປະຊຸມ ຍັງໄດ້ປຶກສາຫາລືໃນຫຼາຍວຽກງານ ໂດຍສະເພາະເລີີ່ມແຕ່ປີ 2026 ເປັນຕົ້ນໄປ ຖ້າບໍໍ່ໄດ້ຜ່ານການສໍາຫຼວດ-ອອກແບບກ່ອນ ແລະ ບໍໍ່ມີຜົນສໍາຫຼວດດັ່ງກ່າວ, ກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ ຈະບໍໍ່ຮັບເຂົ້າຄົ້ນຄວ້າປະເມີນໃຫ້.

© 2025 Copyright: ກະຊວງການເງິນ, ສປປ ລາວ