ໃນວັນທີ 29 ທັນວາ 2025, ສູນສະຖິຕິແຫ່ງຊາດ ກະຊວງການເງິນ ໄດ້ຈັດກອງປະຊຸມສຳມະນາ ການສົ່ງເສີມຄວາມຮູ້ດ້ານຂໍ້ມູນ (Data Literacy) ຂອງວຽກງານສະຖິຕິ ໃຫ້ຄູອາຈານ ແລະ ນັກສຶກສາ ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ມີຄະນະກົມ, ຄະນະພະແນກ ຂອງສູນສະຖິຕິແຫ່ງຊາດ ພ້ອມດ້ວຍຄະນະບໍດີ, ຄູອາຈານ ແລະ ນ້ອງນັກສຶກສາ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ນາງ ເພັດສະໝອນ ສອນ ໃຫ້ຮູ້ວ່າ: ການຈັດສໍາມະນາ ຄັ້ງນີ້ ມີຄວາມສຳຄັນຫຼາຍ ສໍາລັບສະຖາບັນການສຶກສາ ທີ່ຈະນໍາເອົາຂໍ້ມູນສະຖິຕິ ເຂົ້າໃນຫຼັກສູດການຮຽນ-ການສອນ ແລະ ເພື່ອສົ່ງເສີມ, ເຜີຍແຜ່ຂໍ້ມູນສະຖິຕິ ໃຫ້ຜູ້ໃຊ້ຂໍ້ມູນສະຖິຕິທາງການ ກໍຄືບັນດາຄູອາຈານ ແລະ ນັກຮຽນ, ນັກສຶກສາ ຊຶ່ງຈະເປັນຜູ້ທີ່ນຳຂໍ້ມູນໄປສຶກສາຄົ້ນຄວ້າ ວິເຄາະວິໄຈ ໃນຫົວຂໍ້ຕ່າງໆທີ່ຕິດພັນກັບວິຊາສະເພາະ ທີ່ຕົນເອງກໍາລັງສຶກສາຮໍ່າຮຽນ ພ້ອມກັນນັ້ນທັງເປັນການກວດສອບຄວາມສອດຄ່ອງກັບສະພາບຕົວຈິງ, ຄຸນນະພາບຂອງຂໍ້ມູນ, ແນວທາງ, ວິທີການ, ການເຂົ້າເຖິງແຫຼ່ງຂໍ້ມູນສະຖິຕິທາງການ ແລະ ທັງເປັນການແລກປ່ຽນບົດຮຽນ ປະສົບການ ລະຫວ່າງ ຜູ້ຜະລິດຂໍ້ມູນສະຖິຕິທາງການ ກໍຄືສູນສະຖິຕິແຫ່ງຊາດ ກັບ ຜູ້ນໍາໃຊ້ (ຄູອາຈານ ແລະ ນັກຮຽນ, ນັກສຶກສາ).

ໃນປະຈຸບັນ, ຂໍ້ມູນສະຖິຕິຖືວ່າເປັນຊັບພະຍາກອນທີ່ລໍ້າຄ່າທີ່ສຸດ ສໍາລັບການວາງແນວທາງນະໂຍບາຍ, ພັດທະນາເສດຖະກິດ-ສັງຄົມ ຂອງປະເທດ. “ຄວາມຮູ້ດ້ານຂໍ້ມູນ (Data Literacy)” ບໍ່ແມ່ນພຽງທັກສະທົ່ວໄປ ແຕ່ເປັນຄວາມຈຳເປັນພື້ນຖານ ສຳລັບທຸກພາລະບົດບາດ ໃຫ້ສາມາດເຂົ້າໃຈຄວາມໝາຍ, ແຫຼ່ງທີ່ມາ, ຄຸນນະພາບ ແລະ ວິທີການນຳໃຊ້ຂໍ້ມູນຢ່າງຖືກຕ້ອງ, ມີເຫດຜົນ ແລະ ມີຈັນຍາບັນ ໂດຍສະເພາະການນຳໃຊ້ຂໍ້ມູນສະຖິຕິທາງການ ທີ່ເຊື່ອຖືໄດ້ນັ້ນ ຈະຊ່ວຍໃຫ້ການຕັດສິນໃຈມີຄວາມຊັດເຈນ, ເປົ້າໝາຍ ແລະ ປະສິດທິຜົນສູງຂຶ້ນ.
ພາຍໃຕ້ສະພາບການທີ່ມີການປ່ຽນແປງຢ່າງວ່ອງໄວ ທັງດ້ານການເມືອງ, ເສດຖະກິດ-ສັງຄົມ, ສະພາບອາກາດ ແລະ ເທັກໂນໂລຊີ, ຄວາມຕ້ອງການຂໍ້ມູນທີ່ມີຄຸນນະພາບ, ທັນສະໄໝ ແລະ ທັນເວລາ ຈຶ່ງເພີ່ມຂຶ້ນຢ່າງຕໍ່ເນື່ອງ. ເພາະສະນັ້ນ ພາລະບົດບາດ, ໜ້າທີ່ ຂອງວຽກງານສະຖິຕິຈຶ່ງເຫັນວ່າຕ້ອງໄດ້ເພີ່ມຄວາມເອົາໃຈໃສ່ໃນການຜະລິດ ແລະ ສະໜອງຂໍ້ມູນສະຖິຕິທາງການໃຫ້ສົມຄູ່ກັບພາບຕົວຈິງ.
ກອງປະຊຸມສໍາມະນາຄັ້ງນີ້ ເປັນເວທີສຳຄັນທີ່ຈະເສີມສ້າງຄວາມເຂົ້າໃຈຮ່ວມກັນ ກ່ຽວກັບຄວາມສໍາຄັນ ຈຳເປັນ ແລະ ຄຸນຄ່າຂອງຄວາມຮູ້ດ້ານຂໍ້ມູນສະຖິຕິ; ແລກປ່ຽນບົດຮຽນ ແລະ ປະສົບການທີ່ດີເຊິ່ງກັນ ແລະ ກັນ ທັງຈາກຜູ້ຄູອາຈານ ແລະ ນັກຮຽນ, ນັກສຶກສາ, ນັກວິຊາການ ແລະ ຜູ້ມີປະສົບການ ການນໍາໃຊ້ ແລະ ເຜີຍແຜ່ຂໍ້ມູນສະຖິຕິ; ສ້າງເຄືອຂ່າຍຮ່ວມມື ລະຫວ່າງຜູ້ຜະລິດ ແລະ ຜູ້ນໍາໃຊ້ຂໍ້ມູນສະຖິຕິ, ເພື່ອປັບປຸງຄຸນນະພາບຂໍ້ມູນສະຖິຕິ, ການສະໜອງ ແລະ ການນຳໃຊ້ຂໍ້ມູນສະຖິຕິ ໃຫ້ສອດຄ່ອງກັບຄວາມຕ້ອງການທີ່ແທ້ຈິງ.