ກົມເເຜນການ, ກະຊວງການເງິນ ໄດ້ຈັດກອງປະຊຸມ ສະຫຼຸບຜົນການຈັດຕັ້ງປະຕິບັດ ເພື່ອປິດໂຄງການຄວບຄຸມຄວາມສ່ຽງໄພພິບັດຈາກທໍາມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (SEADRM) ໃນວັນທີ 29 ທັນວາ 2025 ທີ່ ໂຮງແຮມ ລາວພລາຊາ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງ ການເງິນ, ມີ ທ່ານຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ຫົວໜ້າຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ແລະ ບັນດາກົມກ່ຽວຂ້ອງອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.
ກອງປະຊຸມໄດ້ສະຫຼຸບໝາກຜົນການຈັດຕັ້ງປະຕິບັດໂຄງການ ໃນໄລຍະເວລາ 8 ປີ (ແຕ່ປີ 2017-2024) ໃນການປົກປ້ອງປະຊາຊົນຈາກໄພນ້ຳຖ້ວມ, ການຍົກລະດັບ ລະບົບພະຍາກອນອາກາດໃຫ້ທັນສະໄໝ ແລະ ການລິເລີ່ມກົນໄກປະກັນໄພພິບັດ ທີ່ເປັນນະວັດຕະກຳໃໝ່.
ໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດຈາກທຳມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ເລີ່ມຈັດຕັ້ງ ປະຕິບັດມາຕັ້ງແຕ່ປີ 2017 ເປັນໂຄງການຊ່ວຍເຫຼືອທາງດ້ານການພັດທະນາ ຈາກທະນາຄານໂລກ ມີໄລຍະຈັດຕັ້ງປະຕິບັດ 8 ປີ ແຕ່ປີ 2017-2024 ປະກອບໄປດ້ວຍ 5 ໜ້າວຽກຫຼັກ/ອົງປະກອບ ຄື: ການຄຸ້ມຄອງຄວາມສ່ຽງໄພນໍ້າຖ້ວມໃນຕົວເມືອງ, ແຂວງອຸດົມໄຊ, ແຂວງຫລວງພະບາງ ແລະ ແຂວງບໍລິຄຳໄຊ; ການຫັນລະບົບອຸຕຸນິຍົມ-ອຸທົກກະສາດ ແລະ ການແຈ້ງເຕືອນໄພລ່ວງໜ້າໃຫ້ເປັນທັນສະໄໝ; ການສ້າງຄວາມເຂັ້ມແຂງດ້ານການເງິນ ແລະ ການ ສະໜອງທຶນ ສໍາລັບການຄຸ້ມຄອງໄພພິບັດ; ການເຊື່ອມສານການຫຼຸດຜ່ອນຄວາມສ່ຽງໄພພິບັດທຳມະຊາດ ເຂົ້າໃນຂະບວນການລົງທຶນຂອງລັດ ແລະ ວຽກບໍລິຫານໂຄງການ ພ້ອມກັບ ກົນໄກການຕອບໂຕ້ສຸກເສີນຕໍ່ເຫດການໄພພິບັດ, ເປັນແຜນງານທີ່ບໍ່ມີງົບປະມານ ແຕ່ສາມາດຈັດສັນມານຳໃຊ້ໄດ້ ໃນກໍລະນີມີເຫດການໄພພິບັດເກີດຂຶ້ນສຸກເສີນ.
![]() | ![]() |
ໂຄງການດັ່ງກ່າວເຫັນໄດ້ຜົນສຳເລັດຫຼາຍອັນທີ່ພົ້ນເດັ່ນຫຼາຍດ້ານ ເປັນຕົ້ນແມ່ນ: ການປົກປ້ອງຊີວິດ ແລະ ຊັບສິນ, ລະບົບແຈ້ງເຕືອນໄພພິບັດທີ່ທັນສະໄໝ, ເພດຍິງໄດ້ຮັບຜົນປະໂຫຍດຫຼາຍຂື້ນ, ຜູ້ຊົມໃຊ້ພໍໃຈໃນຂໍ້ມູນອຸຕຸນິຍົມ, ສາມາດເຂົ້າເຖີິງປະກັນໄພລະດັບຊາດ ແລະ ໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດຖືກເຊື່ອມສານເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເຮັດໃຫ້ຄວາມເຂັ້ມແຂງກາຍເປັນບຸລິມະສິດຫຼັກຂອງຊາດ.
ໂອກາດນີ້ ທ່ານ ນາງ ພອນວັນ ອຸທະວົງ ໄດ້ມີຄຳເຫັນໂອ້ລົມວ່າ: "ເຖິງແມ່ນວ່າໂຄງການຈະສິ້ນສຸດລົງໃນດ້ານການຈັດຕັ້ງປະຕິບັດ, ແຕ່ການສ້າງຄວາມຍືນຍົງ ໃນວຽກງານຄວບຄຸມຄວາມສ່ຽງໄພພິບັດຈາກທໍາມະຊາດ ເເລະ ສ້າງຄວາມເຂັ້ມເເຂງໃຫ້ເເກ່ການເງິນພາກລັດ ໃນການຮັບມືໄພພິບັດ ເເມ່ນເປັນວຽກງານທີ່ຕ້ອງໄດ້ສືບຕໍ່ປົກກະຕິ ເພື່ອຮັບປະກັນວ່າທຸກໆກີບທີ່ລົງທຶນເຂົ້າໃນການຕອບໂຕ້ໄພພິບັດ ແມ່ນຖືກນຳໃຊ້ຢ່າງມີປະສິດທິພາບ ເພື່ອຄວາມປອດໄພຂອງປະຊາຊົນ."
ໃນຂະນະທີ່ໂຄງການຄວບຄຸມຄວາມສ່ຽງຈາກໄພພິບັດທຳມະຊາດໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ໄລຍະທີ 1 ໄດ້ສິ້ນສຸດລົງ, ລັດຖະບານ ແຫ່ງ ສປປ ລາວ ແລະ ທະນາຄານໂລກ ແມ່ນເຂົ້າສູ່ການກະກຽມ ໂຄງການ ໄລຍະ 2 (2026 – 2030) ຄາດວ່າຈະໄດ້ເລີ່ມຈັດຕັ້ງປະຕິບັດ ໂຄງການ ໄລຍະ 2 ໃນຕົ້ນເດືອນກໍລະກົດ 2026. ເຊິ່ງຈະສືບຕໍ່ຖອດຖອນບົດຮຽນ ແລະ ຂະຫຍາຍຜົນສຳເລັດ ເພື່ອສ້າງຄວາມຍືນຍົງໃຫ້ແກ່ການລົງທຶນໃນໄລຍະຍາວ.

