• ຫ້ອງການ
  • |
  • 2025-12-29
  • |
  • ວຽກງານພັກ-ພະນັກງານ

        ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງ​ທີ VIII ຂອງ​ໜ່ວຍ​ພັກ​ຮາກ​ຖານ​ຫ້ອງການ ກະຊວງການເງິນ, ໄດ້ໄຂຂຶ້ນໃນຕອນບ່າຍວັນທີ 29 ທັນວາ 2025 ທີ່ກະຊວງການເງິນ; ໂດຍການເຂົ້າຮ່ວມຂອງສະ​ຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ; ມີສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ສົມຈິດ ຄໍາມຸງຄຸນ ກໍາມະການຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງການ ກະຊວງການເງິນ; ມີບັນດາຜູ້ແທນ, ແຂກຖືກເຊີນ, ບັນດາສະຫາຍຕາງໜ້າຄະນະຮັບ ຜິດຊອບຕິດຕາມກອງປະຊຸມ, ​ສະ​ຫາຍ​ສະ​ມາ​ຊິກ​ພັກ​ສົມ​ບູນ,ສຳ​ຮອງເຂົ້າຮ່ວມ.

        ກອງປະຊຸມດໍາເນີນໄປດ້ວຍບັນຍາກາດທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດພວມສຸມຈິດສຸມໃຈພ້ອມກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຂອງຊາດ ແລະ ເປັນໄລຍະທ້າຍສະໄໝຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ​ພັກ ໃຫ້​ປະ​ກົດ​ຜົນ​ເປັ​ນຈິງ.

        ໃນກອງປະຊຸມ, ສະຫາຍ ສົມຈິດ ຄໍາມຸງຄຸນ ກໍາມະການຄະນະພັກກະຊວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງການກະຊວງ, ໄດ້ຂຶ້ນກ່າວເປີດກອງປະຊຸມ ແລະ ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະ  ໜ່ວຍພັກຮາກຫ້ອງການ ຄັັ້ງທີ VII ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດກອງປະຊຸມຜ່ານມາ ແລະ ບັນດາຜູ້ແທນກອງປະ ຊຸມຈະພ້ອມກັນຮັບຟັງ ແລະ ຮັບຮອງເອົາບົດລາຍງານການເມືອງຂອງໜ່ວຍພັກຮາກຖານຫ້ອງການແຕ່ປີ 2021-2025 ແລະ ທິດທາງແຜນການແຕ່ປີ 2026-2030, ບົດສໍາຫຼວດການນໍາພາລວມຂອງໜ່ວຍພັກຮາກຖານຫ້ອງການ ສະໄໝທີ VII ເພື່ອຢັ້ງຢືນຄືນເຖິງຜົນງານການທີ່ໄດ້ນໍາພາ-ຊີ້ນໍາເຄື່ອນໄຫວວຽກງານ 5 ປີຜ່ານມາ; ອັນເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ; ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດກໍຄືແຜນພັດທະນາຂະແໜງການເງິນໃຫ້ທັນສະໄໝຕາມທິດສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ).

        ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ; ຜ່ານຮ່າງແຜນພັດທະນາວຽກງານຫ້ອງການ 5 ປີ (2026-2030); ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກຮາກຫ້ອງການ ຄັັ້ງທີ VII ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນ ແລະ ຜູ້ແທນກອງປະຊຸມປະກອບຄໍາເຫັນໃສູ່ບົດລາຍງານການເມືອງ; ບົດສໍາຫຼວດນໍາພາລວມ ແລະ ແຜນພັດທະນາວຽກງານຫ້ອງການ; ພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ, ຄວາມຮັບຜິດຊອບການເມືອງຂອງບັນດາຜູ້ແທນກອງປະຊຸມໃຫຍ່ທີ່ໄດ້ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ສໍາເລັດຕາມຈຸດປະສົງລະດັບຄາດໝາຍ.

        ພ້ອມນີ້, ກອງປະຊຸມໃຫຍ່ໄດ້ພ້ອມກັນຄົ້ນຄວ້າຢ່າງກົງໄປກົງມາ ແລະ ໄດ້ຮັບຮອງເອົາຢ່າງເປັນເອກະສັນຕໍ່ບົດ​ລາຍ​ງານ​ການ​ເມືອງ, ບົດ​ສຳຫຼວດການ​ນຳ​ພາ​ລວມ  ແລະແຜນ​ພັດ​ທະ​ນາ​ຫ້ອງການໄລ​ຍະ 5 ປີ. ພ້ອມທັງກຳ​ນົດ​ທິດ​ທາງ​ແຜນ​ການ ແລະ ຄາດ​ໝາຍ​ສູ້​ຊົນ​ການ​ພັດ​ທະ​ນາ​ວຽກງານຫ້ອງການໃນ​ໜຶ່​ງ​ສະ​ໄໝ​ຕໍ່​ໜ້າປີ 2025-2030 ແລະ ຜູ້ແທນກອງ​ປະ​ຊຸມໄດ້​ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກຄະນະໜ່ວຍພັກຮາກຖານຫ້ອງການ (ຊຸດໃໝ່) ບົນພື້ນຖານຄວາມຖືກຕ້ອງ, ສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ໃນກົດລະບຽບພັກປະຊາຊົນປະຕິວັດລາວ; ໂດຍມີຜູ້ອອກສະໝັກເລືອກຕັ້ງຈໍານວນ 09 ສະຫາຍ, ຍິງ 03 ສະຫາຍ. ໃນນີ້,ເລືອກເອົາ ຈຳນວນ 07 ສະຫາຍ, ຍິງ 03 ສະຫາຍ, ເພື່ອ​ສືບ​ຕໍ່ນຳ​ພາ-ຊີ້​ນຳ​ວຽກ​ງານ​ຫ້ອງການ ໃຫ້​ມີ​ການ​ຫັນ​ປ່ຽນ​ໄປ​​ໃນທິດ​ທາງ​ຕັ້ງ​ໜ້າ ແລະ ມີ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງ​ກ່​ວາ​ເກົ່າ ແລະ ຜ່ານກອງປະຊຸມຄັ້ງປະຖົມມະລຶກຂອງໜ່ວຍ​ພັກ​ຮາກ​ຖານ​ຫ້ອງການກະຊວງ ຄັ້ງທີ VIII ເອກະສັນເລືອກເອົາເລຂາ, ຮອງເລຂາ, ປະທານກວດກາໜ່ວຍພັກ, ຮອງປະທານກວດກາໜ່ວຍພັກ ແລະ ກໍາມະການ   ໜ່ວຍພັກດັ່ງນີ້:

  1. ສະຫາຍ ສົມຈິດ ຄໍາມຸງຄຸນ                    ເປັນເລຂາໜ່ວຍພັກຮາກຖານ
  2. ສະຫາຍ ດວງປະເສີດ ທິພົມມະຈັນ  ຮອງເລຂາ,ທັງເປັນປະທານກວດກາໜ່ວຍພັກ
  3. ສະຫາຍ ວິໄລພອນ ປຸ້ຍດວງແກ້ວ             ຮອງປະທານກວດກາໜ່ວຍພັກຮາກຖານ
  4. ສະຫາຍ ພົງສະຫວັນ ລາດທິຈັກ              ກໍາມະການໜ່ວຍພັກຮາກຖານ
  5. ສະຫາຍ ນາງ ພອນທິບ ພານິພົງ               ກໍາມະການໜ່ວຍພັກຮາກຖານ
  6. ສະຫາຍ ນາງ ນວນລະອອງ ທຳມະວົງ         ກໍາມະການໜ່ວຍພັກຮາກຖານ
  7. ສະຫາຍ ນາງ ຈັນສະຫວາດ ຈັນສຸລິຍາ        ກໍາມະການໜ່ວຍພັກຮາກຖານ

       ໂອກາດນີ້,ສະ​ຫາຍ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ; ໄດ້ໃຫ້ກຽດໂອ້ລົມເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະພັກຊຸດເກົ່າທີ່ໄດ້ນຳພາ-ຊີ້ນຳສະມາຊິກພັກພະນັກງານ-ລັດຖະກອນ, ປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ສາມາດຍາດມາໄດ້ຜົນສຳເລັດຫຼາຍດ້ານ ແລະ ສະ​ຫາຍ ເລຂາຄະນະບໍລິຫານງານພັກກະຊວງ, ໄດ້​ເນັ້ນ​ໃຫ້​ຄະ​ນະ​ໜ່ວຍພັກ​   ຮ​າກ​ຖານ​ຫ້ອງການ (ຊຸດໃໝ່) ເອົາໃຈໃສ່ບັນຫາສໍາຄັນເນື່ອງຈາກວ່າໜ່ວຍພັກຮາກຖານຫ້ອງການມີບົດບາດສໍາຄັນ

         ເປັນໃຈກາງປະສານງານກັບທຸກພາກສ່ວນ, ກຳໃຫ້ໄດ້ບັນຫາຕ່າງໆໃນທຸກຂົງເຂດ ແລະ ເປັນເສນາທິການຊ່ວຍວຽກໃຫ້ແກ່ຄະນະພັກກະຊວງການເງິນໃນການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຂອງລັດ; ສືບຕໍ່ເອົາໃຈໃສ່ສຶກສາອົບ ຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານຫ້ອງການດ້ວຍຫຼາຍຮູບການ, ຍົກສູງຄວາມຮັບຜິດຊອບ,ບຸກທະລຸທາງດ້ານຈິນຕະນາການ,ສ້າງການຫັນປ່ຽນໃນວຽກງານໃຫ້ວ່ອງໄວ ແລະ ມີຄຸນນະພາບ; ເດັດດ່ຽວ-ເຂັ້ມງວດ, ໂປ່ງໃສ ແລະ ການເປັນມືອາຊີບ; ເພີ່ມທະວີການນໍາພາຂອງຄະນະໜ່ວຍພັກຮາກຖານຫ້ອງການ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງໃນການຜັນຂະຫຍາຍມະຕິ 04 ກົມການເມືອງສູນກາງພັກວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່; ເຊີດຊູນໍ້າໃຈຮັບຜິດຊອບໃນໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ,  ຮັກສາຄວາມສາມັກຄີເປັນເອກະພາບພາຍໃນພັກ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍໃນໜ່ວຍພັກໃນໝູ່ມະຫາຊົນໃຫ້ຫຼຸດລົງເທື່ອລະກ້າວ,ຕີລາຄາປະເມີນຜົນ ສະມາຊິກພັກ-ພະນັກງານໃຫ້ເລິກເຊິ່ງໂດຍຕິດພັນກັບການເປີດບັ້ນດໍາເນີນຊີວິດການເມືອງ, ເປັນການກວດກາ-ຕີລາຄາຄຸນນະພາບຂອງສະມາຊິກພັກ-ພະນັກງານ, ເພື່ອແນໃສ່ຊຸກຍູ້ສົ່ງເສີມສະມາຊິກພັກ-ພະນັກງານທີ່ມີຜົນງານດີເດັ່ນ; ເຂັ້ມງວດໃນການປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີຄວາມເປັນເອກະພາບໃນໝູ່ຄະນະ, ມີການແບ່ງວຽກງານ,​ ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຮັບຜິດຊອບໃຫ້ຈະແຈ້ງຂາດຕົວ, ນໍາພາປະຕິບັດວຽກງານໃນແຕ່ລະໄລຍະຕ້ອງມີແຜນການ, ແຜນວຽກລະອຽດ; ມີການຕິດຕາມ, ກວດກາ, ປະເມີນຜົນ, ສະຫຼຸບຖອດຖອນບົດ ຮຽນ; ປັບປຸງກໍ່ສ້າງໜ່ວຍພັກ, ສະມາຊິກພັກ-ພະນັກງານທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບ ແຜນວິທີນໍາພາໃຫ້ຖືກຕ້ອງຕາມ 5 ເນື້ອໃນຂອງການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ບໍາລຸງຍົກລະດັບດ້ານທິດສະດີການເມືອງ ແລະ ວິຊາສະເພາະໃຫ້ແກ່ພະນັກງານນໍາພາ-ຄຸ້ມຄອງ, ພະນັກງານວິຊາການ, ເພື່ອສ້າງພະນັກງານສືບທອດປ່ຽນແທນໃຫ້ມີຄວາມຮູ້ຄວາມສາມາດເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງວຽກງານໃນໄລຍະໃໝ່; ເປັນເຈົ້າການບຸກທະລຸຢ່າງຕັ້ງໜ້າໃນວຽກງານຂອງຫ້ອງການໃຫ້ລວມສູນເປັນທັນສະໄໝ; ຊຸກຍູ້ບັນດາ 3 ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ) ປະຕິບັດວຽກງານວິຊາສະເພາະຕາມພາລະບົດບາດຂອງແຕ່ລະອົງການໃຫ້ເປັນປົກກະຕິຕໍ່ເນື່ອງກັນ.

         ໃນກອງ​ປະ​ຊຸມຍັງ​ໄດ້​ຮຽກ​ຮ້ອງ​ມາ​ຍັງ​ສະ​ມາ​ຊິກ​ພັກ, ພະນັກງານ-ລັດຖະກອນ, ຕ້ອງ​ເຊີດຊູສະຕິປັນຍາ ແລະ ຄວາມຮັບຜິດຊອບທາງດ້ານການເມືອງໃຫ້ສູງຂຶ້ນ, ເຮັດໃຫ້ວຽກງານວິຊາສະເພາະຂອງຫ້ອງການມີການຫັນ ປ່ຽນໃໝ່ທີ່ຕັ້ງໜ້າດີຂຶ້ນກວ່າເກົ່າເຮັດໃຫ້ຄະນະໜ່ວຍພັກ, ສະມາຊິກພັກມີຄວາມປອດໃສ,ເຂັ້ມແຂງ,ໜັກແໜ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ