ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ໜ່ວຍພັກຮາກຖານສະຖາບັນເສດຖະກິດ-ການເງິນ, ໄດ້ເປີດຂຶ້ນໃນວັນທີ 23 ທັນວາ 2025 ນີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພູວົງ ກິດຕະວົງ ຄະນະປະຈໍາພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງການເງິນ, ມີສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ຟອງສີສຸພັນ ພົມມະວົງ ເລຂາໜ່ວຍພັກຮາກຖານ, ຫົວໜ້າສະຖາບັນເສດຖະກິດ-ການເງິນ, ມີຄະນະໜ່ວຍພັກຮາກຖານ, ພ້ອມດ້ວຍສະມາຊິກພັກ ແລະ ແຂກຮັບເຊີນເຂົ້າຮ່ວມ.

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ໜ່ວຍພັກຮາກຖານສະຖາບັນເສດຖະກິດ-ການເງິນ, ໄດ້ພ້ອມກັນຄົ້ນ ຄວ້າປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານການເມືອງ,ບົດສຳຫຼວດການນຳພາລວມ, ແຜນພັດທະນາສະຖາບັນເສດ ຖະກິດ-ການເງິນໄລຍະ 05 ປີ (2026-2030) ແລະ ໄດ້ພ້ອມກັນຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດ ຮຽນໃນການນຳພາ-ຊີ້ນຳ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນໄລຍະ 05 ປີຜ່ານມາ,ພ້ອມນັ້ນຍັງໄດ້ເປັນເອກະສັນກັນຮັບຮອງເອົາທິດທາງແຜນການ 05 ປີໃນຕໍ່ໜ້ານັບແຕ່ປີ 2026-2030.
![]() | ![]() |
ພ້ອມກັນນີ້,ໃນກອງປະຊຸມໄດ້ຮັບຟັງການລາຍງານ, ການປະກອບຄຳເຫັນຈາກຜູ້ຕາງໜ້າສະມາຊິກພັກ, ໄດ້ສະແດງຄວາມເປັນເອກະພາບຕໍ່ຮ່າງບົດລາຍງານການເມືອງ, ແຜນພັດທະນາສະຖາບັນ ແລະ ບົດສໍາຫຼວດການນໍາພາ ລວມຂອງຄະນະພັກຮາກຖານ; ເອກະພາບຕໍ່ທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຮອບດ້ານເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ມີເນື້ອໃນສົມບູນຂຶ້ນຕື່ມ.
ໃນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກເອົາຄະນະພັກຮາກຖານ (ຊຸດໃໝ່) ບົນພື້ນຖານມາດຖານ, ເງື່ອນໄຂທີ່ກຳນົດໄວ້,ໂດຍມີຜູ້ຮັບສະໝັກເລືອກຕັ້ງ ຈຳນວນ 09 ສະຫາຍ, ຍິງ 2 ສະຫາຍ. ໃນນີ້,ເລືອກເອົາ ຈຳນວນ 07 ສະຫາຍ; ຜ່ານກອງປະຊຸມຄັ້ງປະຖົມມະລຶກຂອງຄະນະພັກຮາກຖານສະຖາບັນເສດຖະກິດ-ການເງິນ ຄັ້ງທີ IV ເອກະສັນເລືອກເອົາເລຂາ, ຮອງເລຂາ, ປະທານກວດກາພັກ, ຮອງປະທານກວດກາພັກ ແລະ ກໍາມະການໜ່ວຍພັກດັ່ງນີ້ :

![]() | ![]() |
![]() | ![]() |
![]() |
- ສະຫາຍ ທອງລິດ ກິ່ງແກ້ວອຸດົມ ເປັນເລຂາໜ່ວຍພັກຮາກຖານ
- ສະຫາຍ ວຽງຄອນ ບົວພະຈັນ ຮອງເລຂາ, ທັງເປັນປະທານກວດກາໜ່ວຍພັກ
- ສະຫາຍ ບຸນທະວີ ຈັນທະວົງສາ ຮອງປະທານກວດກາໜ່ວຍພັກ
- ສະຫາຍ ປອ ທະນູໄຊ ສີວັນນະລິດ ກໍາມະການໜ່ວຍພັກ
- ສະຫາຍ ສົມບັດ ເພັດສະລາດ ກໍາມະການໜ່ວຍພັກ
- ສະຫາຍ ນາງ ນວນໄທ ວົງໄຊຍະລາດ ກໍາມະການໜ່ວຍພັກ
- ສະຫາຍ ວົງເດືອນ ແກ້ວບົວບານ ກໍາມະການໜ່ວຍພັກ
ໂອກາດນີ້, ສະຫາຍ ພູວົງ ກິດຕະວົງ ຄະນະປະຈໍາພັກ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງການເງິນ, ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນຳສະມາຊິກພັກພະນັກງານ-ລັດຖະກອນ, ປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ຍາດມາໄດ້ຜົນສຳເລັດຫຼາຍດ້ານ; ສະຫາຍຍັງໄດ້ໃຫ້ທິດຊີ້ນໍາເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ແລະ ຮຽກຮ້ອງມາຍັງສະມາຊິກພັກ,ພະນັກງານ-ລັດຖະກອນທັງໝົດພາຍໃນສະຖາບັນເຊີດຊູສະຕິປັນຍາ, ຍົກສູງຄວາມຮັບຜິດຊອບໃຫ້ສູງຂຶ້ນ, ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ, ພັດທະນາສະຖາບັນໃຫ້ເປັນສູນກາງໃນການບໍາລຸງ, ກໍ່ສ້າງຊັບພະຍາກອນດ້ານເສດຖະກິດ-ການເງິນມີຄວາມເຕີບໃຫຍ່ ເຂັ້ມແຂງທັນສະໄໝ, ໄດ້ມາດຕະຖານ, ເຊື່ອມໂຍງກັບພາກພື້ນ ແລະ ສາກົນເທື່ອລະກ້າວ.
![]() | ![]() |









