• ກົມຄຸ້ມຄອງຊັບສິນແຫ່ງລັດ
  • |
  • 2025-12-25
  • |
  • ວຽກຮ່ວມມື

       ໃນວັນທີ 25 ທັນວາ 2025 ນີ້, ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມເຮັດວຽກຮ່ວມກັນລະຫວ່າງກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ສປປ ລາວ ແລະ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ສສ. ຫວຽດນາມ, ຕາງໜ້າໂດຍທ່ານ ວົງພະສິດ ສີລາວົງ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ສປປ ລາວ ແລະ ທ່ານທ່ານ ເລ ຕວ້ນ ແອັງ ຮອງຫົວໜ້າກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ສສ. ຫວຽດນາມ, ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.

        ການຮ່ວມເຮັດວຽກຄັ້ງນີ້ ໄດ້ພ້ອມກັນຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດວຽກງານພາຍໃຕ້ຂອບການຮ່ວມມືໃນໄລຍະທີ່ຜ່ານມາ. ພ້ອມນັ້ນ, ທັງສອງຝ່າຍໄດ້ເປັນເອກະພາບ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການເຄື່ອນໄຫວຮ່ວມມືໃນຄັ້ງນີ້. ນອກຈາກການຊ່ວຍເຫຼືອດ້ານບົດຮຽນໃນວຽກງານການກວດກາ, ຢັ້ງຢືນຊັບສິນລັດ, ການຫັນເປັນທັນສະໄໝໃນການຄຸ້ມຄອງ-ນຳໃຊ້ຊັບສິນລັດ ແລະ ການຂະຫຍາຍຖານລາຍຮັບຈາກຊັບສິນລັດ, ທັງສອງຝ່າຍຍັງໄດ້ແລກ ປ່ຽນບົດຮຽນກ່ຽວກັບການຄຸ້ມຄອງຊັບສິນຂອງລັດຂອງບັນດາທ້ອງຖິ່ນ, ບົນພື້ນຖານບົດຮຽນ ແລະ ປະສົບການຂອງຄະນະຜູ້ແທນ ສສ. ຫວຽດນາມ, ກົມຄຸ້ມຄອງຊັບສິນແຫ່ງລັດລາວ ໄດ້ຮັບເອົາບົດຮຽນດັ່ງກ່າວ ເພື່ອລາຍງານຕໍ່ທ່ານ ລັດຖະມົນຕີກະຊວງການເງິນລາວ ແລະ ລັດຖະບານ ສປປ ລາວ ໃນການກະກຽມສ້າງຍຸດທະສາດ ແລະ ຜັນຂະຫຍາຍຍຸດທະສາດກ່ຽວກັບການກວດກາ, ການຫັນເປັນທັນສະໄໝໃນການຄຸ້ມຄອງຊັບສິນຂອງລັດ ແລະ ບັນຫາອື່ນທີ່ກ່ຽວຂ້ອງ.

        ໃນຕອນທ້າຍຂອງກອງປະຊຸມທັງສອງຝ່າຍໄດ້ເຊັນບົດ​ບັນທຶກ​ຊ່ວຍ​ຈຳ​​ ​ເພື່ອ​ເປັນ​ພື້ນຖານ​ລາຍ​ງານ​ຕໍ່​ການ​ນຳ​ກະຊວງການເງິນ ຂອງທັງສອງຝ່າຍນໍາອີກດ້ວຍ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ