ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ III ໜ່ວຍພັກຮາກຖານກົມສະຖິຕິເສດຖະກິດ ແລະ ສັງຄົມ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 24 ທັນວາ 2025 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ ຮອງລັດຖະມົນຕີກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ລຽນທອງ ສຸພານີ ເລຂາໜ່ວຍພັກຮາກຖານກົມສະຖິຕິເສດຖະກິດ ແລະ ສັງຄົມ, ພ້ອມດ້ວຍຄະນະໜ່ວຍພັກຮາກຖານກົມ, ສະມາຊິກພັກສົມບູນ-ສໍາຮອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມ ແລະ ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂອງໜ່ວຍພັກຮາກຖານກົມສະຖິຕິເສດຖະກິດ ແລະ ສັງຄົມ ຕະຫຼອດໄລຍະ 01 ສະໄໝຜ່ານມາ ເຊິ່ງເຫັນໄດ້ຜົນສໍາເລັດ ແລະ ຜົນງານອັນພົ້ນເດັ່ນຫຼາຍດ້ານ ທີ່ສາມາດຍາດມາໄດ້, ສະແດງໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ມາດຕະການແກ້ໄຂໃນຕໍ່ໜ້າ; ພ້ອມທັງໄດ້ຮັບຮອງເອົາບົດລາຍງານການເມືອງ, ທິດທາງ, ແຜນການ ແລະ ຄາດໝາຍສູ້ຊົນການພັດທະນາຂະແໜງການ ໃນ 01 ສະໄໝຕໍ່ໜ້າ ກໍ່ຄືໄລຍະ 2026 – 2030. ຈາກນັ້ນ, ບັນດາສະມາຊິກພັກ ໜ່ວຍພັກຮາກຖານກົມສະຖິຕິເສດຖະກິດ ແລະ ສັງຄົມ ກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກຮັບເລືອກຕັ້ງທັງໝົດ 07 ສະຫາຍ, ຍິງ 04 ສະຫາຍ ແລະ ສາມາດເລືອກໄດ້ 05 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ຂອງໜ່ວຍພັກຮາກຖານ ກົມສະຖິຕິເສດຖະກິດ ແລະ ສັງຄົມ ເປັນເອກະສັນ ເລືອກເອົາເລຂາ, ຮອງເລຂາ, ປະທານກວດກາພັກ ແລະ ກຳມະການໜ່ວຍພັກຮາກຖານ ຊຸດໃໝ່ ດັ່ງນີ້: ໂອກາດດັ່ງກ່າວ, ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຊົມເຊີຍຕໍ່ການນຳພາ-ຊີ້ນຳສະມາຊິກພັກ-ພະນັກງານ ຂອງຄະນະໜ່ວຍພັກ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ເຊິ່ງຍາດໄດ້ຜົນງານ ແລະ ຜົນສຳເລັດຫຼາຍດ້ານ ໃນໄລຍະຜ່ານມາ; ພ້ອມກັນນັ້ນ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍພັກຮາກຖານກົມສະຖິຕິເສດຖະກິດ ແລະ ສັງຄົມ ຕ້ອງໄດ້ສືບຕໍ່ນຳພາປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະ ເນັ້ນໜັກ ຄະນະໜ່ວຍພັກ ຊຸດໃໝ່ ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ທັງໝົດພາຍໃນໜ່ວຍພັກ, ເຊີດຊູສະຕິປັນຍາ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນ ເພື່ອປະຕິບັດວຽກງານວິຊາສະເພາະ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ດີຂຶ້ນເທື່ອລະກ້າວ ແນໃສ່ກໍ່ສ້າງໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.



