
ໃນວັນທີ 24 ທັນວາ 2025, ທີ່ກະຊວງການເງິນ, ຄະນະປະສານງານຊາວໜຸ່ມກະຊວງການເງິນ ໄດ້ຈັດກອງປະຊຸມສຳມະນາວຽກງານການເງິນ ການເຂົ້າຫາແຫຼ່ງທຶນດອກເບ້ຍຕໍ່າ ແລະ ການເຂົ້າເຖິງໂຄງການລົງທຶນຂອງລັດ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ, ມີສະຫາຍ ສົມຈິດ ຄຳມຸງຄຸນ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການເງິນ, ສະຫາຍ ນາງ ສຸວາລີ ຄຳຜຸຍ ປະທານສະມາຄົມນັກທຸລະກິດໜຸ່ມ ພ້ອມດ້ວຍ ສະມາຊິກຊາວໜຸ່ມ ກະຊວງການເງິນ, ຂະແໜງການອ້ອມຂ້າງ, ພະນັກງານ ແລະ ຄະນະປະທານສະມາຄົມ ນັກທຸລະກິດໜຸ່ມ ເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ກ່າວເປີດ ກອງປະຊຸມສຳມະນາວຽກງານການເງິນ ໃນຫົວຂໍ້ “ການເຂົ້າຫາແຫຼ່ງທຶນດອກເບ້ຍຕ່ຳ ແລະ ການເຂົ້າເຖິງໂຄງການລົງທຶນຂອງລັດ” ໂດຍກອງປະຊຸມດັ່ງກ່າວເປັນ ການແລກປ່ຽນບົດຮຽນ ເພື່ອສ້າງໃຫ້ສະມາຄົມນັກທຸລະກິດໜຸ່ມມີຄວາມເຂັ້ມແຂງ ໃນການດຳເນີນທຸລະກິດແບບໃໝ່ ດ້ວຍການເປີດໂອກາດໃຫ້ນັກທຸລະກິດໜຸ່ມ ແລະ ວິສາຫະກິດ ຂະໜາດນ້ອຍ ເຂົ້າເຖີງໂຄງການທີ່ເປັນບຸລິມະສິດຂອງລັດ, ເຂົ້າຫາແຫຼ່ງທຶນດອກເບ້ຍຕ່ຳ ແລະ ເງິນຊ່ວຍເຫຼືອລ້າຂອງລັດຖະບານ ຢ່າງມີລະບົບ ແລະ ມີຂັ້ນຕອນທີ່ຊັດເຈນ.
![]() | ![]() | ![]() |
ພ້ອມທັງ ຮັບຟັງການນຳສະເໜີບົດ ການປະເມີນໂຄງການລົງທຶນຂອງລັດກ່ອນເອົາເຂົ້າແຜນ ແລະ ການຄຸ້ມຄອງໂຄງການລົງທຶນຂອງລັດ ເພື່ອໃຫ້ສະມາຄົມ ແລະ ສະມາຊິກສະມາຄົມນັກທຸລະກິດໜຸ່ມ ສາມາດເຂົ້າຮ່ວມຂະບວນການລົງທຶນໄດ້ຢ່າງເປັນຮູບປະທຳ ໂດຍເນັ້ນການເຊື່ອມໂຍງນະໂຍບາຍ ຂອງລັດໃຫ້ກາຍເປັນການປະຕິບັດຕົວຈິງ ຜ່ານກົນໄກຮ່ວມມື, ຫຼຸດຂັ້ນຕອນ ແລະ ມີກົນໄກຕິດຕາມຜົນທີ່ຊັດເຈນ. ສະນັ້ນ, ສະຫາຍ ປະທານກອງປະຊຸມ ໄດ້ຮຽກຮ້ອງໃຫ້ບັນດາ ສະຫາຍ ໃນຄະນະບໍລິຫານງານສະມາຄົມນັກທຸລະກິດໜຸ່ມ ສຸມຈິດໃຈ ແລະ ສະຕິບັນຍາໃນການປະກອບ ຄໍາຄິດຄຳເຫັນ, ແລກປ່ຽນບົດຮຽນຕົວຈິງກັບພາກສ່ວນທີ່ກ່ຽວຂ້ອງຕໍ່ກັບບັນຫາຫົວຂໍ້ສຳມະນາໃນຄັ້ງນີ້ ຢ່າງກົງໄປ ກົງມາ ເພື່ອເຮັດໃຫ້ກອງປະຊຸມ ເຕັມໄປດ້ວຍເນື້ອໃນ ຕິດພັນກັບສະພາບການຕົວຈິງ ແລະ ບັນລຸຄາດໝາຍທີ່ວາງໄວ້.
ສ່ວນຜົນສຳເລັດຂອງກອງປະຊຸມນີ້ ຈະສາມາດສ້າງຜົນປະໂຫຍດທີ່ແທ້ຈິງໃຫ້ສະມາຊິກສະມາຄົມນັກທຸລະກິດໜຸ່ມໃນທົ່ວປະເທດ ເປັນການຊຸກຍູ້, ສົ່ງເສີມສະມາຊິກ, ຜູ້ປະກອບການໜຸ່ມ ທຸກສາຂາວິຊາຊີບໃນການສ້າງເສດຖະກິດຂະໜາດນ້ອຍ, ຂະໜາດກາງໃຫ້ມີຄວາມເຂັ້ມແຂງ ແລະ ສ້າງຊາວໜຸ່ມໃຫ້ເປັນຜູ້ປະກອບການໃໝ່ຫຼາຍຂຶ້ນ; ພ້ອມທັງ ເສີມຂະຫຍາຍສະຕິປັນຍາ, ກຳລັງແຮງ, ບຸກທະລຸດ້ານຈິນຕະນາການ, ນຳໃຊ້ເຕັກໂນໂລຊີໃໝ່ທີ່ທັນສະໄໝ ເຂົ້າໃນການຜະລິດສິນຄ້າ, ສ້າງໃຫ້ໄດ້ຜະລິດຕະພັນທີ່ຫຼາກຫຼາຍມີຄຸນນະພາບ, ສ້າງມູນຄ່າເພີ່ມໃຫ້ແກ່ການສົ່ງອອກສິນຄ້າສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ.
ໃນກອງປະຊຸມທີ່ມີຄວາມໝາຍອັນສຳຄັນນີ້ ບັນດາສະຫາຍໃນກອງປະຊຸມ ຍັງໄດ້ຮັບຟັງຄໍາເຫັນໂອ້ລົມ ຈາກ ສະຫາຍ ສັນຕິພາບ ພົມວິຫານ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການເງິນ ໂດຍສະຫາຍໄດ້ກ່າວວ່າ: ກະຊວງການເງິນ ມີບົດບາດສໍາຄັນ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແລະ ວຽກງານມະຫາພາກສໍາຄັນປິ່ນອ້ອມຮອບດ້ານ, ວຽກງານການເງິນປຽບເໝືອນໝາກຫົວໃຈ, ຄືເສັ້ນເລືອດໃຫຍ່ໃນລະບົບເສດຖະກິດ. ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຍັງມີສິ່ງທ້າທາຍຫຼາຍດ້ານ ໃນທາມກາງສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງໄວວາ, ສະຫຼັບຊັບຊ້ອນ ແລະ ຄາດຄະເນໄດ້ຍາກ, ເປັນຕົ້ນແມ່ນການບັນລຸຄາດໝາຍເສດຖະກິດມະຫາພາກ ໃນໄລຍະ 2026-2030 (ເສດຖະກິດເຕີບໂຕສະເລ່ຍ 5.5% ຕໍ່ປີ, ຮັກສາອັດຕາເງິນເຟີ້ໃຫ້ຢູ່ລະດັບຕົວເລກ ຫຼື ຕໍ່າກວ່າອັດຕາການເຕີບໂຕທາງດ້ານເສດຖະກິດ, ຄຸ້ມຄອງເກັບລາຍຮັບງົບປະມານໃຫ້ໄດ້ລະດັບ 20-22% ຂອງ GDP ແລະ ອື່ນໆ). ສະນັ້ນ, ການມີສ່ວນຮ່ວມ ຂອງທຸກພາກສ່ວນ, ລວມທັງ ສະມາຄົມນັກທຸລະກິດໜຸ່ມຫ່ງຊາດ ແມ່ນກໍາລັງສ່ວນໜຶ່ງທີ່ສຳຄັນ ເພື່ອບັນລຸຄາດໝາຍດັ່ງກ່າວ.


