• ກະຊວງການເງິນ
  • |
  • 2025-12-23
  • |
  • ວຽກງານພັກ-ພະນັກງານ

        ກອງປະຊຸມໃຫຍ່ ຄັ້ງທີ V ໜ່ວຍພັກຮາກຖານຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ໄດ້ໄຂ ຂຶ້ນຢ່າງເປັນທາງການ ໃນວັນທີ 23 ທັນວາ 2025 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ນາງ ພອນວັນ ອຸທະວົງ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການເງິນ, ຮອງປະທານຜູ້ປະຈໍາການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ; ສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ຈັນທະພອນ ຄໍາມະນີຈັນ ເລຂາໜ່ວຍພັກຮາກຖານ ຫ້ອງການຄະນະກຳມະການຮ່ວມມື ລາວ - ຫວຽດນາມ, ມີບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກຮາກຖານ ອ້ອມຂ້າງກະຊວງການເງິນ, ສະມາຊິກພັກສົມບູນ-ສໍາຮອງ ແລະ ມະຫາຊົນກ້າວໜ້າພາຍໃນໜ່ວຍພັກ ເຂົ້າຮ່ວມ.

          ກອງປະຊຸມ ໄດ້ຮັບຟັງບົດລາຍງານການເມືອງ, ບົດສຳຫຼວດການນຳພາລວມ ແລະ ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາຂອງໜ່ວຍພັກຮາກຖານຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຕະຫຼອດໄລຍະ 01 ສະໄໝຜ່ານມາ ເຊິ່ງເຫັນໄດ້ຜົນສໍາເລັດ ແລະ ຜົນງານອັນພົ້ນເດັ່ນຫຼາຍດ້ານ ທີ່ສາມາດຍາດມາໄດ້, ສະແດງໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ມາດຕະການແກ້ໄຂໃນຕໍ່ໜ້າ; ພ້ອມທັງໄດ້ຮັບຮອງເອົາບົດລາຍງານການເມືອງ, ທິດທາງ,​ ແຜນການ ແລະ ຄາດໝາຍສູ້ຊົນການພັດທະນາຂະແໜງການ ໃນ 01 ສະໄໝຕໍ່ໜ້າ ກໍ່ຄືໄລຍະ 2026 – 2030.

        ຈາກນັ້ນ, ບັນດາສະມາຊິກພັກ ໜ່ວຍພັກຮາກຖານຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ກໍ່ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກຮັບເລືອກຕັ້ງທັງໝົດ 05 ສະຫາຍ,ຍິງ 01 ສະຫາຍ ແລະ ສາມາດເລືອກໄດ້ 03 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກ ຂອງໜ່ວຍພັກຮາກຖານ ຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ເປັນເອກະສັນ ເລືອກເອົາ: 

  1. ສະຫາຍ ຈັນທະພອນ ຄໍາມະນີຈັນ ເປັນເລຂາໜ່ວຍພັກ;
  2. ສະຫາຍ ດາວອນ ວົງອ່ອນຈັນ ເປັນຮອງເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ;
  3. ສະຫາຍ ທັນວາໄຊ ພົນເສນາ ເປັນກໍາມະການໜ່ວຍພັກ;

        ໂອກາດດັ່ງກ່າວ, ສະຫາຍ ນາງ ພອນວັນ ອຸທະວົງ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການເງິນ, ຮອງປະທານຜູ້ປະຈໍາການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ການນຳພາ-ຊີ້ນຳສະມາຊິກພັກ-ພະນັກງານຂອງຄະນະໜ່ວຍພັກ ໃນການປະຕິບັດໜ້າທີ່ການເມືອງຂອງຕົນ ເຊິ່ງຍາດໄດ້ຜົນງານ ແລະ ຜົນສຳເລັດຫຼາຍດ້ານ ໃນໄລຍະຜ່ານມາ; ພ້ອມກັນນັ້ນ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍພັກຮາກຖານຫ້ອງການຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຕ້ອງໄດ້ສືບຕໍ່ນຳພາປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ ແລະ ເນັ້ນໜັກ ຄະນະໜ່ວຍພັກ ຊຸດໃໝ່ ເພີ່ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ທັງໝົດພາຍໃນໜ່ວຍພັກ, ເຊີດຊູສະຕິປັນຍາ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນ ເພື່ອປະຕິບັດວຽກງານວິຊາສະເພາະ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ ແລະ ດີຂຶ້ນເທື່ອລະກ້າວ ແນໃສ່ກໍ່ສ້າງໜ່ວຍພັກມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ