• ກະຊວງການເງິນ
  • |
  • 2025-12-24
  • |
  • ວຽກວິຊາສະເພາະ

        ໃນວັນທີ 24 ທັນວາ 2025, ໄດ້ມີກອງປະຊຸມປຶກສາຫາລື ປະກອບຄຳເຫັນໃສ່ຮ່າງວິໄສທັດ ຮອດປີ 2040 ແລະ ຍຸດທະສາດການເງິນແຫ່ງລັດຮອດປີ 2035,​ໂດຍການເປັນປະທານ ຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ຕາງໜ້າຈາກກົມ ອົງການ ກະຊວງກ່ຽວຂ້ອງເຂົ້າຮ່ວມ.

        ໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ ໄດ້ມີຄຳເຫັນວ່າ: ໄລຍະຜ່ານມາ ຄະນະຮັບຜິດຊອບກໍໄດ້ມີການຈັດກອງປະຊຸມ ເພື່ອລະດົມຄຳຄິດເຫັນຈາກຫຼາຍ ພາກສ່ວນ ທັງຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຫຼາຍຄັ້ງ ຈົນໄດ້ເປັນຮ່າງທີ່ສົມບູນພໍສົມຄວນ; ແຕ່ພາຍຫຼັງ ໄດ້ມີການປັບປຸງກົງຈັກການຈັດຕັ້ງຂອງ ກະຊວງການເງິນ ໄດ້ມີບາງວຽກງານແມ່ນມີການປ່ຽນແປງ ຄະນະຮັບຜິດຊອບຈຶ່ງໄດ້ມີການປັບປຸງຮ່າງເອກະສານດັ່ງກ່າວ ແລະ ມີຄວາມຈໍາເປັນຕ້ອງໄດ້ມີການດໍາເນີນ ການລະດົມຄວາມຄິດເຫັນຕື່ມ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຈຳນວນໜຶ່ງ ເພື່ອໃຫ້ແທດເໝາະກັບສະ ພາບການປ່ຽນແປງໃໝ່.

        ປະຈຸບັນແມ່ນພວມຢູ່ໃນໄລຍະທ້າຍສະໄໝຂອງການຈັດຕັ້ງຜັນຂະຫຍາຍ ວິໄສທັດ ຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025 ຊຶ່ງ ພວກເຮົາໄດ້ເລີ່ມແຕ່ຫົວທີ ໃນການທົບທວນ ແລະ ປະເມີນຄືນ ທັງໝົດຂອງການຈັດຕັ້ງປະຕິບັດໃນ 10 ຍຸດທະສາດ, ທີ່ຈັດຕັ້ງຜັນຂະຫຍາຍຜ່ານແຜນປະຕິຮູບການເງິນແຫ່ງລັດ ໄລຍະ II ທີ່ລວມມີ 2 ບາດກ້າວ ຄື: ບາດກ້າວທີ 1 (2018-2020) ແລະ ບາດກ້າວທີ 2 (2021-2025) ເພື່ອໃຫ້ສາມາດເຫັນໄດ້ ຄວາມຄືບໜ້າການພັດທະນາ ທີ່ພົ້ນເດັ່ນ ໃນແຕ່ລະດ້ານ ແລະ ສາມາດສະຫຼຸບຕີລາຄາ ສາເຫດທີ່ພາໃຫ້ມີຜົນສໍາເລັດ ແລະ ບັນດາຂໍ້ຄົງຄ້າງ ເພື່ອເຮັດໃຫ້ການຄົ້ນຄວ້າສ້າງ ວິໄສທັດ ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ໃນໄລຍະຕໍ່ໜ້າ ຖືກຕ້ອງສອດຄ່ອງຕາມສະພາບການຂະຫຍາຍຕົວຂອງເສດຖະ ກິດ-ສັງຄົມ ໃນໄລຍະໃໝ່ ໂດຍກຳນົດໃຫ້ໄດ້ທິດທາງລວມ ແລະ ຄາດໝາຍສູ້ຊົນ ກໍຄືການກຳນົດແຜນວຽກຈຸດສຸມ ໃນແຕ່ລະດ້ານ ໃຫ້ມີ ຄວາມແທດເໝາະ ກໍຄືເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມຄ່ອງຄົວ ຢ່າງມີປະສິດທິ ພາບ ແລະ ປະສິດທິຜົນ.

        ເຊິ່ງ ວິໄສທັດ ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ໃນຕໍ່ໜ້າ ແມ່ນໄດ້ຄົ້ນຄວ້າ ອອກມາເປັນ 12 ຍຸດທະສາດ ໂດຍການສືບຕໍ່ບັນດາ 10 ຍຸດທະສາດ ແລະ ເພີ່ມຕື່ມ 2 ຍຸດທະສາດ ຕິດພັນ ກັບ ການແບ່ງຂັ້ນຄຸ້ມຄອງດ້ານງົບປະມານແຫ່ງລັດ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ແລະ ການຄຸ້ມຄອງ ການເງິນແຫ່ງລັດສີຂຽວ ໂດຍລ້ວນແຕ່ເປັນວຽກງານໃໝ່ທີ່ຈຳເປັນໃນການພັດທະນາການເງິນແຫ່ງລັດ.

        ໃນກອງປະຊຸມ ໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລື ແລກປ່ຽນຄໍາເຫັນ ຢ່າງກົງໄປ ກົງມາດ້ວຍຄວາມຮັບ ຜິດຊອບສູງ ແລະ ມີວິທະຍາສາດບົນພື້ນຖານວຽກງານທີ່ຕິດພັນກັບບັນດາກົມ ແລະ ແຕ່ລະຂະແໜງການ. ເນື້ອໃນທີ່ໄດ້ຜັນຂະຫຍາຍ ວຽກງານຄຸ້ມຄອງລາຍຮັບ, ຄຸ້ມຄອງລາຍຈ່າຍ, ການຄຸ້ມຄອງລັດວິສາຫະກິດ, ວຽກງານຄຸ້ມຄອງໜີ້ສິນ ສາທາລະນະ, ວຽກພັດທະນາການເງິນເປັນທັນສະໄໝ ແລະ ວຽກອື່ນໆ, ພ້ອມທັງ ສຸມໃສ່ຄົ້ນຄວ້າຮ່ວມກັນ ກ່ຽວກັບການກຳນົດທິດທາງລວມ, ຄາດໝາຍມະຫາພາກ ແລະ ວຽກງານຈຸດສຸມ ໃນແຕ່ລະດ້ານ ໃຫ້ມີຄວາມ ຊັດເຈນ, ພາວະວິໄສ ແລະ ສອດຄ່ອງກັບທິດທາງການພັດທະນາແບບຍືນຍົງ.

© 2025 Copyright: ກະຊວງການເງິນ, ສປປ ລາວ