• ກະຊວງການເງິນ
  • |
  • 2025-12-23
  • |
  • ວຽກວິຊາສະເພາະ

        ໃນວັນທີ 23 ທັນວາ 2025 ທີ່ພະແນກການເງິນນະຄອນຫຼວງວຽງຈັນ ໄດ້ເປີດຊຸດຝຶກອົບຮົມເຜີຍແຜ່, ແນະນຳ ແລະ ລະບຽບຄຸ້ມຄອງການເງິນຕາແສງ ຜ່ານທາງລະບົບເອເລັກໂຕຣນິກ ໃຫ້ພະນັກງານການເງິິນ ໃນ 09 ເມືອງ ທົ່ວນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ວຽງສາລີ ອິນທະພົນ ຮອງຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ, ມີປະທານ, ຮອງປະທານ ຄະນະປົກຄອງ 9 ເມືອງ ທີ່ຂື້ນກັບນະຄອນຫຼວງວຽງຈັນ, ຫົວໜ້າການເງິນເມືອງ, ຫົວໜ້າສ່ວຍສາອາກອນ, ຫົວໜ້າຄັ້ງເງິນປະຈຳເມືອງ ແລະ ວິທະຍາກອນຈາກຂະແໜງຄຸ້ມຄອງການບັນຊີ ເຂົ້າຮ່ວມ ທັງໝົດ 130 ທ່ານ.

        ໂອກາດນີ້, ທ່ານ ວຽງສາລີ ອິນທະພົນ ຮອງຫົວໜ້າພະແນກການເງິນນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ເພື່ອເປັນການເຜີຍແຜ່, ແນະນຳ, ລະບົບຄຸ້ມຄອງການເງິນຕາແສງ ຜ່ານທາງເອເລັກໂຕຣນິກ, ການນຳໃຊ້ໂປຣແກຣມ ລະບົບຄຸ້ມຄອງການເງິນຕາແສງ ຜ່ານທາງເອເລັກໂຕນິກ ໃຫ້ພະນັກງານການເງິນ ທີ່ຕິດພັນກັບການເງິນຕາແສງ ໃນຄັ້ງນີ້; ອິງຕາມຂໍ້ຕົກລົງ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍ ການຮັບຮອງເອົາລະບຽບການຄຸ້ມຄອງການເງິນຕາແສງ ສະບັບເລກທີ 1291/ຈນວ, ລົງວັນທີ 09 ທັນວາ 2025 ແລະ ເພື່ອເຮັດໃຫ້ການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ, ຄ່າບໍລິການຂອງຕາແສງ ໃຫ້ຖືກຕ້ອງ, ຄົບຖ້ວນ, ໂປ່ງໃສ, ມີປະສິດທິຜົນ, ແນໃສ່ຍົກສູງຄວາມເປັນເຈົ້າການ. ສະນັ້ນ, ເພື່ອແນໃສ່ສ້າງເສດຖະກິດຂອງຕາແສງ ໃຫ້ກາຍເປັນຕາແສງພັດທະນາ ສາມາດຮັບປະກັນໃນດ້ານລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຂອງຕາແສງ ຢ່າງເປັນລະບົບ ໃນຮູບແບບຫັນເປັນທັນສະໄໝ ໃຫ້ໄປຕາມທິດນໍາຂອງພັກ-ລັດ. ໂດຍສະເພາະ ແມ່ນຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງເອົາຈໍານວນຕາແສງ ໃນທົ່ວປະເທດ ສະບັບເລກທີ 147/ນຍ, ລົງວັນທີ 17 ພະຈິກ 2025,​ ຄໍາແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການສ້າງຕາແສງ ສະບັບເລກທີ 431/ຄຈສພ, ລົງວັນທີ 15 ຕຸລາ 2025. ໃນການຈັດຕັ້ງປະຕິບັດວຽກງານການ​ເງິນຕາແສງ ຢູ່ຂັ້ນທ້ອງຖິ່ນ ຮາກຖານຕາແສງ ແມ່ນມີຄວາມຫຍຸ້ງຍາກ ຖ້າຫາກບໍ່ມີລະບົບຄຸ້ມຄອງ ທີ່ຫັນເປັນທັນສະໄໝຂອງອົງການປົກຄອງຕາແສງ. ສະນັ້ນ, ພະແນກການເງິນນະຄອນຫຼວງວຽງຈັນ ກໍຄື ຂະແໜງຄຸ້ມຄອງການບັນຊີ ຈຶ່ງໄດ້ຄົ້ນຄວ້າສ້າງ ລະບົບຄຸ້ມຄອງການເງິນຕາແສງ ຜ່ານທາງເອເລັກໂຕຣນິກຂຶ້ນມາ ເພື່ອຮັບໃຊ້ລະບຽບຄຸ້ມຄອງການເງິນຕາແສງຜ່ານທາງເອເລັກໂຕຣນິກ ໃຫ້ມີຄວາມສະດວກ ໃນການຈັດຕັ້ງປະຕິບັດລະບຽບຄຸ້ມຄອງການເງິນຕາແສງ ໃຫ້ເປັນເອກະພາບກັນ ທົ່ວນະຄອນຫຼວງວຽງຈັນ.

        ພ້ອມດຽວກັນນີ້, ຍັງໄດ້ຮັບຟັງການເຜີຍແຜ່, ແນະນຳ ແລະ ຝຶກ​ອົບ​ຮົມ​ ລະບຽບຄຸ້ມຄອງການເງິນຕາແສງ, ການນຳໃຊ້ໂປຣແກຣມ ລະບົບຄຸ້ມຄອງການເງິນຕາແສງ ຜ່ານທາງເອເລັກໂຕນິກ ໂດຍທ່ານ ທອງແດງ ສຸດທິວົງ ຫົວໜ້າຂະແໜງຄຸ້ມຄອງການບັນຊີ.

© 2025 Copyright: ກະຊວງການເງິນ, ສປປ ລາວ