• ກະຊວງການເງິນ
  • |
  • 2025-12-23
  • |
  • ວຽກວິຊາສະເພາະ

 

        ໃນວັນທີ 23 ທັນວາ 2025 ທີ່ ສະຖານບັນ ເສດຖະກິດ-ການເງິນ, ກະຊວງການເງິນ ຫ້ອງການຄະນະກຳມະການຮ່ວມມື ລາວ-ຈີນໄດ້ ຈັດພິທິປິດ ຊຸດຝຶກອົບຮົມ ເຕັກນິກການປຸງແຕ່ງ ຜະລິດຕະພັນ ກະສິກໍາ ສໍາລັບ ສປປ ລາວ ປະຈຳປີ 2025 ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈຳການ, ຫົວໜ້າຫ້ອງການຄະນະກຳມະການຮ່ວມມຶ ລາວ-ຈີນ, ທ່ານ ຄຳແກ້ວ ມະຫາໄຊ ເລຂາໂທ ຫ້ອງການເສດຖະກິດ-ການຄ້າ ສະຖານທູດຈີນປະຈຳລາວ ແລະ ທ່ານ Ma Teng ຫົວໜ້າສູນຮ່ວມມືສາກົນ, ກຸ່ມບໍລິສັດ ສະຖາບັນກົນຈັກ ແລະ ການຄົ້ນຄວ້າ ວິທະຍາສາດ ດ້ານກະສິກໍາ ສປ ຈີນ ຈຳກັດ ພ້ອມດ້ວຍ ບັນດານັກວິທະຍາກອນສະເພາະດ້ານລະດັບແຖວໜ້າ ຂອງ ສປ ຈີນ, ນັກວິທະຍາກອນ ແລະ ແຂກຖືກເຊີນເຂົ້າຮ່ວມ. 

              ໂອກາດນີ້ ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈຳການ, ຫົວໜ້າຫ້ອງການຄະນະກຳມະການຮ່ວມມຶ ລາວ-ຈີນ ໄດ້ກ່າວວ່າ: ຊຸດຝຶກອົບຮົມນີ້ ແມ່ນມີເນື້ອໃນ ລົງເລິກທາງດ້ານເຕັກນິກ ແລະ ມີລັກສະນະວິຊາການສູງ ເຊິ່ງໄດ້ຮັບກຽດຈາກວິທະຍາກອນ (ຄູ-ອາຈານ) ທີ່ມີຄວາມຊ່ຽວຊານສະເພາະດ້ານລະດັບແຖວໜ້າ ຂອງ ສປ ຈີນ ມາແບ່ງປັນປະສົບການ ແລະ ຖ່າຍທອດຄວາມຮູ້ ໃຫ້ແກ່ນັກສຳມະນາກອນລາວ, ສ່ວນນັກສໍາມະນາກອນລາວທີ່ເຂົ້າຮ່ວມ ກໍ່ສາມາດເວົ້າໄດ້ວ່າແມ່ນຜູ້ທີ່ມີລະດັບເຕັກນິກວິຊາສະເພາະໃນລະດັບທີ່ແນ່ນອນ ທີ່ຖືກຄັດເລືອກໃຫ້ຕາງໜ້າຂົງເຂດຂະແໜງການຂອງຕົນ ເພື່ອເຂົ້າຮ່ວມ ຜ່ານການຝຶກອົບຮົມ ຕະຫຼອດໄລຍະເວລາ 35 ວັນ, ບັນດານັກສໍາມະນາກອນ ທັງໝົດຈະສາມາດນຳເອົາບົດຮຽນ, ເຕັກນິກວິຊາການ ແລະ ຄວາມຮູ້ ທີ່ເກັບກ່ຽວໄດ້ໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ຢູ່ຂົງເຂດ, ຂະແໜງການທີ່ຕົນຮັບຜິດຊອບຢ່າງມີປະສິດທິຜົນສູງສຸດ. 

        ໂອກາດໜ້າຖ້າມີ ຢາກສະເໜີໃຫ້ ຈັດຝຶກອົບຮົມດ້ານນີ້ຕື່ມອີກ ຢູ່ພາຍໃນປະເທດຈີນ,​ ເພື່ອສ້າງເງື່ອນໄຂ ໃຫ້ນັກສໍາມະນາກອນລາວ ມີໂອກາດໄດ້ໄປຮຽນຮູ້ ແລະ ເຫັນຜົນງານການພັດທະນາທາງດ້ານເຕັກນິກວິຊາການຕົວຈິງ ຢູ່ປະເທດຈີນ. ພ້ອມນີ້ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ Ma Teng ຫົວໜ້າສູນຮ່ວມມືສາກົນ, ກຸ່ມບໍລິສັດ ສະຖາບັນກົນຈັກ ແລະ ການຄົ້ນຄວ້າວິທະຍາສາດດ້ານກະສິກໍາ ສປ ຈີນ ຈຳກັດ ໂດຍທ່ານໄດ້ກ່າວວ່າ: ຊຸດຝຶກອົບຮົມນີ້ແມ່ນພາລະກິດສໍາຄັນໃນການຊ່ວຍເຫຼືອການກະສິກຳ ເຮັດເສດຖະກິດ-ການຄ້າ ຂອງ ສປປ ລາວ ໄດ້ຮັບການຂະຫຍາຍຕົວ,ໃຫ້ປະຊາຊົນຫຼຸດຜ່ອນຄວາມທຸກຍາກ, ເພີ່ມລາຍຮັບ ແລະ ສົ່ງເສີມການຟື້ນຟູຊົນນະບົດ. ໂຄງການຝຶກອົບຮົມ ດັ່ງກ່າວ ແມ່ນສອດຄ່ອງກັບ ຄວາມຕ້ອງການ ຂອງການພັດທະນາກະສິກຳຂອງລາວ ຢ່າງໃກ້ຊິດ, ໂດຍການສ້າງລະບົບການຝຶກອົບຮົມທີ່ສົມບູນ ເນັ້ນໃສ່ທິດສະດີ ແລະ ການປະຕິບັດຕົວຈິງ ປະສົມປະສານ, ຊ່ວຍໃຫ້ນັກສຳມະນາກອນສາມາດບັນລຸການເຊື່ອມໂຍງຄວາມຮູ້ ແລະ ປະຕິບັດ ຢ່າງເລິກເຊິ່ງ.

        ໃນຕອນທ້າຍໄດ້ມີພິທີມອບໃບຢັ້ງຢືນ ໃຫ້ນັກສຳມະນາກອນ ຈຳນວນ 50 ທານ ທີສໍາເລັດ ການຝຶກອົບຮົມຄັ້ງນີ້ ດ້ວຍຄວາມສຳເລັດຈົບງາມ.

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ