ໃນວັນທີ 23 ທັນວາ 2025 ໄດ້ມີກອງປະຊຸມ ທາບທາມຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ແລະ ກົດໜາຍ ວ່າດ້ວຍງົບປະມານແຫ່ງລັດ (ສະບັບບັບປຸງ) ຂັ້ນສູນກາງ. ໂດຍການເປັນປະ ທານຂອງທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ ໂດຍມີຕາງໜ້າຈາກ ບັນດາກະຊວງ ອົງການ ທຽບເທົ່າກ່ຽວຂ້ອງ ຂັ້ນສູຸນກາງ ແລະ ກົມທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ພູວົງ ກິດຕະວົງ ໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ການສ້າງສອງກົດໝາຍດັ່ງກ່າວ ແມ່ນວຽກງານທີ່ມີຄວາມສໍາຄັນ ແລະ ຢູ່ໃນແຜນການສ້າງ ແລະ ປັບປຸງກົດໝາຍ 05 ປີ ຂອງສະພາແຫ່ງຊາດ ຊຸດທີ X (2026-2030) ແລະ ແຜນການສ້າງ ແລະ ປັບປຸງກົດໝາຍ ຂອງກະຊວງການເງິນ. ຖ້າສອງກົດໝາຍດັ່ງກ່າວນີ້ ສໍາເລັດ ກໍຈະເປັນເຄື່ອງມືທີ່ສໍາຄັນໃນການຄຸ້ມຄອງວຽກງານການເງິນພາກລັດເວົ້າລວມ, ເວົ້າສະເພາະແມ່ນການຄຸ້ມຄອງວຽກງານຄັງເງິນ ແລະ ງົບປະ ມານ ໃນຂອບເຂດທົ່ວປະເທດ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທາບທາມ, ເອກະພາບກັນທາງດ້ານເນື້ອໃນ ແລກປ່ຽນຄຳເຫັນຕໍ່ກັບ ຮ່າງກົດໝາຍວ່າດ້ວຍຄັງເງິນແຫ່ງລັດ ແລະ ຮ່າງກົດໝາຍວ່າດ້ວຍ ງົບປະ ມານແຫ່ງລັດ, ຄະນະຮັບຜິດຊອບໄດ້ມີການຄົ້ນຄ້ວາກັບພາກສ່ວນກ່ຽວຂ້ອງໄດ້ເຮັດວຽກຮ່ວມກັນຫຼາຍຄັ້ງ ເພື່ອປັບປຸງເນື້ອໃນຂອງຮ່າງກົດໝາຍດັ່ງກ່າວ ເຫັນວ່າສໍາເລັດໃນເບື້ອງຕົ້ນ ແຕ່ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ ຈຶ່ງໄດ້ເຊີນບັນດາພາກ ສ່ວນກ່ຽວຂ້ອງປະຊຸມຮ່ວມກັນ ເພື່ອພ້ອມກັນປຶກສາຫາລື ແລກປ່ຽນຄວາມຄິດຄວາມເຫັນຮ່ວມກັນ ໃນການສ້າງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນສອດຄ່ອງ ຕໍ່ສອງຮ່າງກົດໝາຍດັ່ງກ່າວ ໃຫ້ເລັດຕາມແຜນທີ່ວາງໄວ້ ໂດຍໃຫ້ທັນຜ່ານໃນກອງປະຊຸມ ສະພາແຫ່ງຊາດ ໃນທ້າຍປີ 2026 ທີ່ຈະມາເຖິງນີ້.
ໃນກອງປະຊຸມ ຫົວໜ້າຄັງເງິນແຫ່ງລັດ ແລະ ຫົວໜ້າກົມງົບປະມານແຫ່ງລັດ ໄດ້ຂຶ້ນສະ ເໜີຮ່າງ 2 ກົດໝາຍດັ່ງກ່າວ ເພື່ອເປັນພື້ນຖານໃນການຄົ້ນຄວ້າ ປະກອບຄຳເຫັນຕາມຄຳຖາມເຈາະຈີ້ມ. ພ້ອມທັງໄດ້ມີການ ແລກປ່ຽນຄຳຄິດເຫັນຮ່ວມກັນຢ່າງກົງໄປກົງມາ ເພື່ອໃຫ້ມີເນື້ອໃນ ລະອຽດຄົບຖ້ວນ.