• ຂ່າວທ້ອງຖິ່ນ
  • |
  • 2025-12-16
  • |
  • ວຽກວິຊາສະເພາະ

        ໃນອາທິດທີ່ຜ່ານມາ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມຄະນະ ລົງເຮັດວຽກ ແລະ ຕິດຕາມການຈັດຕັ້ງປະຕິບັດວຽກງານແຜນງົບປະມານແຫ່ງລັດ ຢູ່ພະແນກການເງິນປະຈຳແຂວງຈໍາປາສັກ.

       ໂອກາດນີ້ ທ່ານ ສະໜັ່ນ ສີດາວົງ ກຳມະການພັກແຂວງ, ຫົວໜ້າພະແນກການເງິນ ແຂວງຈໍາປາສັກ ລາຍງານ ສະພາບໂດຍລວມດັ່ງນີ້: ການຈັດຕັ້ງລັດປະກອບມີ 7 ຂະແໜງ ຄື: ຂະແໜງຈັດຕັ້ງ ແລະ ບໍລິຫານ; ຂະແໜງງົບປະມານແຫ່ງລັດ; ຂະແໜງຄຸ້ມຄອງຊັບສິນແຫ່ງລັດ; ຂະແໜງກວດກາລັດ; ຂະແໜງແຜນການ ແລະ ສະຖິຕິ; ຂະແໜງຈັດຊື້-ຈັດຈ້າງ ແລະ ຂະແໜງຄຸ້ມຄອງການບັນຊີ ເຊິ່ງມີພະນັກງານ ຂະແໜງການເງິນທົ່ວແຂວງ ທັງໝົດ 622 ທ່ານ, ຍິງ 225 ທ່ານ. 

        ພ້ອມນັ້ນ, ທ່ານຍັງໄດ້ລາຍງານ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ 12 ເດືອນ  (ຮອດວັນທີ 12 ທັນວາ 2025). ດ້ານລາຍຮັບງົບປະມານໃນທົ່ວແຂວງ: ສາມາດປະຕິບັດໄດ້ 3,474.08 ຕື້ກີບ, ທຽບໃສ່ແຜນປີ ເທົ່າກັບ 111.20%; ທຽບໃສ່ໄລຍະດຽວປີ 2024  ເທົ່າກັບ 113.04% ແລະ ດ້ານລາຍຈ່າຍງົບປະມານໃນທົ່ວແຂວງ ປະຕິບັດໄດ້ 1,023.40 ຕື້ກີບ; ໃນນີ້: ເງິນ ເກີນແຜນ: 170.66 ຕື້ກີບ ແລະ ລາຍຈ່າຍປົກກະຕິ (ບໍ່ມີເງິນເກີນແຜນ):ປະຕິບັດໄດ້ 852.73 ຕື້ກີບ, ທຽບໃສ່ແຜນປີ ເທົ່າກັບ 90.13%.

        ຄາດຄະເນແຜນການສູ້ຊົນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດໝົດປີ 2025 ດ້ານລາຍຮັບງົບປະມານ ສູ້ຊົນ ປະຕິບັດໃຫ້ໄດ້ທັງໝົດ ຈໍານວນ 3,670.71 ຕື້ກີບ, ເທົ່າກັບ 117.50% ຂອງແຜນການປີ ແລະ  ດ້ານລາຍຈ່າຍ ຈະປະຕິບັດໃຫ້ໄດ້ຕາມແຜນ ສະພາອະນຸມັດ ຈໍານວນ 946.16 ຕື້ກິບ ເທົ່າກັບ 100%.

         ສຳລັບທິດທາງແຜນການງົບປະມານໃນປີຕໍ່ໜ້າ ການສ້າງແຜນງົບປະມານແຫ່ງລັດປີ 2026 ແມ່ນຈັດຕັ້ງປະຕິບັດບົນພື້ນຖານການຄຸ້ມຄອງ ແລະ ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຕາມຖານລາຍຮັບທີ່ມີໃນປີ 2025 (ຖານລາຍຮັບປົກກະຕິ ທີ່ບໍ່ລວມລາຍຮັບບັງເອີນ) ແລະ ຂຸດຄົ້ນທຸກແຫຼ່ງລາຍຮັບທີ່ບົ່ມຊ້ອນ ດ້ວຍມາດຕະການຕ່າງໆລວມທັງການຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆ ເພື່ອເພີ່ມທະວີໃນການຄຸ້ມຄ້ອງການຈັດເກັບລາຍຮັບດ້ວຍລະບົບທັນສະໄໝ ແລະ ມີມາດຕະການ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ໄປພ້ອມກັບການປັບປຸງກົງຈັກການຈັດຕັ້ງ ເຊິ່ງໃນປີ 2026 ຄາດຄະເນຈະສູ້ຊົນຈັດຕັ້ງປະຕິບັດການເກັບລາຍຮັບປະເພດຕ່າງໆ ແລະ ຄຸ້ມຄອງລາຍຈ່າຍງົບປະມານ ໃຫ້ບັນລຸຕາມແຜນການ.

        ພ້ອມນັ້ນ ໃນໂອກາດດັ່ງກ່າວ​ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນໄດ້ມີຄຳເຫັນ ຍ້ອງຍໍຊົມເຊິຍ ພະແນກການເງິນແຂວງ ທີ່ໄດ້ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ໃນໄລຍະຜ່ານມາ ສາມາດເກັບລາຍຮັບໄດ້ລື່ນແຜນ ພ້ອມທັງແນະນຳໃຫ້ຂະແໜງການເງິນແຂວງ ເອົາໃຈໄສສູ້ຊົນເກັບລາຍຮັບໃຫ້ມີທ່າອ່ຽງເພີ່ມຂື້ນ ແລະ ອັດຊ່ອງວ່າການຮົ່ວໄຫຼຂອງງົບປະມານພາຍໃນແຂວງໃຫ້ບັນລຸຕາມຄາດໝາຍທີ່ວາງໃວ້.

© 2025 Copyright: ກະຊວງການເງິນ, ສປປ ລາວ