• ກະຊວງການເງິນ
  • |
  • 2025-12-19
  • |
  • ວຽກຮ່ວມມື

        ເພື່ອເປັນການປຶກສາຫາລື ແລະ ຢັ້ງຢືນຜົນການທົບທວນຄືນ ການຈັດຕັ້ງປະຕິບັດທ້າຍສະໄໝ ເພື່ອຮັບປະກັນວ່າ ບົດລາຍງານ Implementation Completion Report (ICR) ສະບັບນີ້ ໄດ້ສ່ອງແສງເຖິງຜົນສໍາເລັດທີ່ຍາດມາໄດ້, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ຢ່າງຄົບຖ້ວນ ເພື່ອເປັນບ່ອນອີງໃນການປັບປຸງ ແກ້ໄຂບັນດາສິ່ງທ້າທາຍຕ່າງໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໂຄງການ SEADRM ໄລຍະ II ມີປະສິດທີພາບ ປະສິດທິຜົນ ເເລະ ສອດຄ່ອງກັບທິດທາງລວມຂອງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030).​

        ໃນວັນທີ 19 ທັນວາ 2025, ທີ່ໂຮງເເຮມລາວພຣາຊາ, ນະຄອນຫຼວງວຽງຈັນ; ກົມແຜນການ ກະຊວງການເງິນ ໄດ້ຈັດກອງປະຊຸມສຳມະນາ ການທົບທວນຄືນການຈັດຕັ້ງປະຕິບັດທ້າຍສະໄໝ ພາຍໃຕ້ໂຄງການຄວບຄຸມຄວາມສ່ຽງໄພພິບັດທໍາມະຊາດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ (SEA-DRM Project), ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ກະຊວງການເງິນ, ປະທານຄະນະຊີ້ນໍາໂຄງການ ແລະ ທ່ານ ນາງ ວຽງສະໄໝ ສຣິດທິຣາດ, ຮັກສາການ ຫົວໜ້າຫ້ອງການທະນາຄານໂລກ ປະຈໍາລາວ; ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ບັນດາຜູ້ຮັບຜິດຊອບຂອງກະຊວງກ່ຽວຂ້ອງ ແລະ ແຂວງຕົວແບບຂອງໂຄງການເຂົ້າຮ່ວມ, ພ້ອມດ້ວຍຊ່ຽວຊານ ແລະ ຜູ້ເຂົ້າຮ່ວມຈາກທະນາຄານໂລກ. 

        ໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີ, ກະຊວງການເງິນ ໄດ້ກ່າວມີຄໍາເຫັນວ່າ: ການທົບທວນຄືນຜົນການຈັດຕັ້ງປະຕິບັດທ້າຍສະໄໝຂອງ ໂຄງການ SEADRM​ ເຊິ່ງໂຄງການນີ້ແມ່ນໝາກຜົນແຫ່ງການຮ່ວມມືອັນ ແໜ້ນແຟ້ນ ລະຫວ່າງ ກະຊວງການເງິນ ແລະ ທະນາຄານໂລກ. ໃນໄລຍະຜ່ານມາ ພວກເຮົາໄດ້ຮ່ວມມືກັນຢ່າງໃກ້ຊິດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການເງິນພາກລັດ ແລະ ສ້າງຂີິດຄວາມສາມາດໃນການຮັບມື ຕໍ່ກັບໄພທຳມະຊາດ ທີ່ນັບມື້ນັບມີຄວາມຮຸນແຮງຂຶ້ນ. ທ່ານ ຍັງໄດ້ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ແລະ ດ້ານການເງິນ ຂອງທະນາຄານໂລກທີ່ໄດ້ໃຫ້ການຊ່ວຍເຫຼືອ ສະໜັບສະໜູນ ລັດຖະບານລາວ ຕະຫຼອດໄລຍະການຈັດຕັ້ງປະ ຕິບັດໂຄງການ ໄລຍະ 8 ປີ ທີ່ຜ່ານມາ ນັບແຕ່ປີ 2017 ເປັນຕົ້ນມາ.

            ກອງປະຊຸມ ຄະນະຊ່ຽວຊານຂອງທະນາຄານໂລກໄດ້ທົບທວນ ຄືນຈຸດປະສົງ, ຂະບວນການຈັດຕັ້ງປະຕິບັດ ເເລະ ຜົນສຳເລັດຂອງກອບ ໃນຕິດຕາມຜົນໄດ້ຮັບຂອງໂຄງການ ເເລະ ການຕີລາຄາຢ່າງກົງໄປກົງມາ ຕໍ່ກັບສິ່ງທ້າທາຍຕ່າງໆ ທີ່ພວກເຮົາໄດ້ພົບພໍ້ ພ້ອມທັງໄດ້ແລກປ່ຽນຄຳເຫັນ ປະສົບການ ທັງດ້ານຂໍ້ສະດວກ ແລະ ຫຍຸ້ງຍາກໃນໄລຍະຜ່ານມາ ເພື່ອພ້ອມກັນຊອກຫາ ວິທີທາງປັບປຸງແກ້ໄຂວຽກງານໃຫ້ຈັດຕັ້ງປະຕິບັດຕົວຈິງຢ່າງຄ່ອງຕົວ ແລະ ສາມາດເປັນບ່ອນອີງໄດ້ຢ່າງມີປະສິດທິຜົນສູງ.

© 2025 Copyright: ກະຊວງການເງິນ, ສປປ ລາວ