

ໃນວັນທີ 19 ທັນວາ 2025 ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ ຮ່ວມກັບ ບໍລິສັດ PwC (Lao) ໄດ້ຈັດຝຶກອົບຮົມຮ່ວມກັນຂຶ້ນ ພາຍໄຕ້ຫົວຂໍ້: ມາດຕະຖານສາກົນດ້ານການລາຍງານການເງິນ_IAS 1 ແລະ IAS 34 ເຊິ່ງການຝືກອົບຮົມໄດ້ຈັດໃນແບບ ເຊິ່ງໜ້າ ແລະ ທາງອອນລາຍ ຜ່ານ Google meet ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີລາເພັດ ປະທານ ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ LCPAA (ສວ-ບກລ) ມີຜູ້ເຂົ້້າຮ່ວມຝຶກອົບຮົມທັງໝົດມີ 130 ທ່ານ ທີ່ມາຈາກຫຼາຍພາກສ່ວນ ເຊັ່ນ: ຕາງໜ້າພະນັກງານວິຊາການ ທີ່ເປັນແຂກຖືກເຊີນ ຂອງ ສວ-ບກລ ແລະ ບໍລິສັດ PwC (Lao) ລວມ 38 ທ່ານ, ສະມາຊິກ ບຸກຄົນ ຂອງ ສວ-ບກລ 78 ທ່ານ, ນັກຝຶກອົບຮົມ CPA 8 ທ່ານ ແລະ ບຸກຄົນທົ່ວໄປ 6 ທ່ານ.
ການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ທາງດ້ານມາດຕະຖານສາກົນ, ການລາຍງານການເງິນ, ສ້າງຂີດຄວາມສາມາດແບບຕໍ່ເນື່ອງ ໃຫ້ກັບນັກບັນຊີ ທີ່ຕິດພັນກັບຫົວໜ່ວຍທຸລະກິດຕ່າງໆ ທີມີໜ້າທີ ມີພາລະບົດບາດໃນການສ້າງເອກະສານ ລາຍງານການເງິນຕາມມາດຕະຖານສາກົນ ພ້ອມທັງ ລົກເລິກໃນພາກທິດສະດີທີ່ເປັນມາດຕະຖານການລາຍງານການເງິນສາກົນ ແລະ ນຳພານັກຝຶກອົບຮົມ ປະຕິບັດຕົວຈິງ ດ້ວຍການແກ້ໂຈດທີ່ໄດ້ສົມມຸດເປັນຕົວຢ່າງ ໂດຍການນຳໃຊ້ Microsoft Excel.
ພາຍຫຼັງສໍາເລັດການຝຶກອົບຮົມ ໄດ້ມີພິທີມອບໃບຢັ້ງຢືນໃຫ້ບັນດານັກຝຶກອົບຮົມ ໂດຍ ທ່ານ ສາຍຊົນ ສົມພານທະບານສຸກ ຮອງຫົວໜ້າຫ້ອງການ ສວ-ບກລ ດ້ວຍຜົນສຳເລັດຢ່າງຈົບງາມ.
![]() | ![]() |

