• ກະຊວງການເງິນ
  • |
  • 2025-12-20
  • |
  • ວຽກຮ່ວມມື

        ເພື່ອຜັນຂະຫຍາຍຜົນການຕົກລົງເປັນເອກະພາບ ຂອງການນໍາສູງສຸດຂອງສອງປະເທດ ລາວ ແລະ ຈີນ ໃນໂອກາດພົບປະກັນ ໃນຕົ້ນເດືອນກັນຍາ 2025 ທີ່ຜ່ານມາ ແລະ ລົງເລິກຕິດຕາມຊຸກຍູ້ວຽກງານການຮ່ວມມື ລະຫວ່າງ ລາວ ແລະ ຈີນ; ໃນລະຫວ່າງ ວັນທີ 18-19 ທັນວາ 2025 ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈໍາການ ຄະນະກໍາມະການຮ່ວມມືລາວ-ຈີນ ໄດ້ນໍາພາຄະນະຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຂັ້ນສູນກາງ ເດີນທາງໄປເຄື່ອນໄຫວຕິດຕາມຊຸກຍູ້ວຽກງານການຮ່ວມມື ຢູ່ ເຂດດ່ານຊາຍແດນລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ) ແຂວງຫຼວງນໍ້າທາ, ໂດຍສະເພາະແມ່ນບັນດາໂຄງການປັບປຸງກໍ່ສ້າງ ແລະ ຍົກລະດັບ ພື້ນຖານໂຄງລ່າງ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການໄປມາຫາສູ່, ການຄົມມະນາຄົມ-ຂົນສົ່ງສິນຄ້າ, ການທ່ອງທ່ຽວ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

          ໃນໂອກາດນີ້, ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຜູ້ປະຈໍາການ ຄະນະກໍາມະການຮ່ວມມືລາວ-ຈີນ ພ້ອມດ້ວຍຄະນະ ໄດ້ພົບປະປຶກສາຫາລື ແລະ ດໍາເນີນກອງປະຊຸມ ຮ່ວມກັບ ທ່ານ ພູນແກ້ວ ເຫຼົາອິນ ຮອງປະທານຄະນະກໍາມະການປົກຄອງແຂວງຫຼວງນໍ້າທາ ພ້ອມດ້ວຍຜູ້ຕາງໜ້າຈາກພະແນກການກ່ຽວຂ້ອງຂອງແຂວງ ແລະ ບັນດາຜູ້ຕາງໜ້າຈາກຫົວໜ່ວຍວິສາຫະກິດຈີນ. ກອງປະຊຸມ ໄດ້ລົງເລິກປຶກສາຫາລື ເພື່ອຊຸກຍູ້ບັນດາວຽກງານການຮ່ວມມື ລະຫວ່າງ ລາວ-ຈີນ ​ ເປັນຕົ້ນແມ່ນ: 1) ການກະກຽມຄວາມພ້ອມໃນການກໍ່ສ້າງອາຄານກວດກາຮ່ວມ ແບບປະຕູດຽວ ຄັ້ງດຽວ ຢູ່ ເບື້ອງຕອນດິນລາວ, ຕາມການຕົກລົງເປັນເອກະພາບກັນ ໃນສົນທິສັນຍາ ວ່າດ້ວຍ “ການຈັດຕັ້ງປະຕິບັດວຽກງານກວດກາ “ປະຕູດຽວ, ຄັ້ງດຽວ” ສະເພາະຂົນສົ່ງຜູ້ໂດຍສານຢູ່ດ່ານສະຖານີລົດໄຟສາກົນ ລາວ-ຈີນ (ບໍ່ເຕ່ນ-ບໍ່ຫານ)”,​ ເພື່ອປັບປຸງບົດສະ           ເໜີໂຄງການ ແລະ ນໍາສະເໜີຂໍການຊ່ວຍເຫຼືອ ຈາກ ສປ ຈີນ. 2) ປຶກສາຫາລື ຕໍ່ກັບ ການກໍານົດແລວທາງ ຂອງເສັ້ນທາງເລກທີ 13 ເໜືອ ຕອນຢູ່ເຂດບໍ່ເຕ່ນ (ແຕ່ບໍ່ປຽດ ຫາ ດ່ານບໍ່ເຕ່ນ ຍາວປະມານ 5.4 ກິໂລແມັດ) ທີ່ ສປ ຈີນ ມີແຜນຈະໃຫ້ການຊ່ວຍເຫຼືອປັບປຸງກໍ່ສ້າງ ແລະ ຍົກລະດັບຄືນໃໝ່, ເຊິ່ງໃນເດືອນຕຸລາທີ່ຜ່ານມາ ຄະນະຊ່ຽວຊານຈີນ ໄດ້ລົງມາສໍາຫຼວດເບື້ອງຕົ້ນ ຢູ່ພາກສະໜາມ. 3) ຕິດຕາມຊຸກຍູ້ ການກະກຽມກໍ່ສ້າງໂຄງການທາງດ່ວນລາວ-ຈີນ ຊ່ວງທີ 4 ແຕ່ເມືອງໄຊ ຫາ ບໍ່ເຕ່ນ, ເພື່ອສ້າງເງື່ອນໄຂສະດວກໃນການຄົມມະນາຄົມ-ຂົນສົ່ງສິນຄ້າ ຍູ້ແຮງການພັດທະນາຕາມແລວທາງເສດຖະກິດລາວ-ຈີນ. 4) ຖືໂອກາດຕິດຕາມຊຸກຍູ້ ໂຄງການຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງຫຼຸດຜ່ອນຄວາມທຸກຍາກ ຢູ່ ຊົນນະບົດລາວ ຊຸດທີ 2 ທີ່ປະຕິບັດຢູ່ ແຂວງຫຼວງນໍ້າທາ ເຊິ່ງເປັນໂຄງການຊ່ວຍເຫຼືອລ້າ ຈາກ ສປ ຈີນ ທີ່ໄດ້ກໍ່ສ້າງສໍາເລັດ ແລະ ສົ່ງມອບ ຝ່າຍລາວເປັນຜູ້ຄຸ້ມຄອງນໍາໃຊ້ແລ້ວ. ນອກນັ້ນ, ຄະນະຜູ້ແທນ ຈາກສູນກາງ ແລະ ແຂວງຫຼວງນໍ້າທາ ໄດ້ພ້ອມກັນລົງໄປເບິ່ງສະຖານທີ່ຕົວຈິງ ທີ່ມີແຜນຈະກໍານົດເປັນຈຸດກໍ່ສ້າງ ໂຄງການອາຄານກວດກາຮ່ວມປະຕູດຽວ ຄັ້ງດຽວ ຢູ່ດ່ານຊາຍແດນລົດໄຟສາກົນ ລາວ-ຈີນ, ຈຸດແລວທາງຂອງໂຄງການປັບປຸງຍົກລະດັບທາງຫຼວງແຫ່ງຊາດ ເລກທີ 13 ເໜືອ ຊ່ວງແຕ່ບໍ່ປຽດ ຫາ ບໍ່ເຕ່ນ, ຕິດຕາມການປະຕິບັດໂຄງການປັບປຸງຍົກລະດັບດ່ານກວດກາລົດຂົນສົ່ງສິນຄ້າ 12 ເລນ ແລະ ທັດສະນະຢ້ຽມຊົມ ເບິ່ງການພັດທະນາຕົວຈິງຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ແລະ ອື່ນໆ. 

        ການຮ່ວມມືພັດທະນາ ເພື່ອປັບປຸງກໍ່ສ້າງພື້ນຖານໂຄງລ່າງ ດ້ານຄົມມະນາຄົມ ແລະ ຂົນສົ່ງ ໃຫ້ສາມາດຮອງຮັບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ສັງຄົມ ໃນຕໍ່ໜ້າ, ລວມທັງການສ້າງລະບົບການກວດກາຜ່ານດ່ານ ທີ່ມີຄວາມຮັດກຸມຮອບດ້ານ, ດ້ວຍການຫັນເປັນທັນສະໄໝ, ກະທັດຮັດ ແລະ ວ່ອງໄວ, ຖືເປັນວຽກງານຈຸດສຸມທີ່ສໍາຄັນ ໃນການຊຸກຍູ້ຜັນຂະຫຍາຍ ການເຊື່ອມຈອດທາງດ້ານນະໂຍບາຍ ລະຫວ່າງ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ກັບ ຍຸດທະສາດ ”ການຫັນຈາກປະເທດບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນໃຈກາງການເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ”. ພາຍຫຼັງບັນດາໂຄງການຕ່າງໆເຫຼົ່ານີ້ ໄດ້ຮັບການກໍ່ສ້າງສໍາເລັດ, ຈະກາຍເປັນພື້ນຖານທີ່ໜັກແໜ້ນໃຫ້ແກ່ການຮ່ວມມືພັດທະນາເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ລາວ-ຈີນ ຢ່າງບໍ່ຢຸດຢັ້ງ. 

© 2025 Copyright: ກະຊວງການເງິນ, ສປປ ລາວ