ກອງປະຊຸມໃຫຍ່ ໜ່ວຍພັກຮາກຖານ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ຄັ້ງທີ VII ໄດ້ໄຂຂຶ້ນໃນວັນທີ 19 ທັນວາ 2025 ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ພູວົງ ກິດຕະວົງ ຄະນະປະຈໍາພັກ, ປະທານກວດກາພັກ, ຮອງລັດຖະມົນຕີ ກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ທໍາມະລົດ ຣາຊະພົນ ກໍາມະການພັກ, ເລຂາໜ່ວຍພັກຮາກຖານກົມ, ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ, ມີຄະນະໜ່ວຍພັກຮາກຖານ ພ້ອມດ້ວຍສະມາຊິກພັກ ແລະ ແຂກຮັບເຊີນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ລົງປະຊາມະຕິເປັນເອກກະສັນ ຮັບຮອງເອົາບັນດາເນື້ອໃນສໍາຄັນ ແລະ ຍັງໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດ ຄໍາເຫັນ ຕໍ່ ຮ່າງ ບົດລາຍງານການເມືອງ, ແຜນພັດທະນາຂະແໜງຄຸ້ມຄອງຊັບສິນແຫ່ງລັດ, ບົດສໍາຫຼວດການນໍາພາລວມຂອງຄະນະພັກ ຊຸດເກົ່າ ເຊິ່ງໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ໃນໜຶ່ງສະໄໝຜ່ານມາ, ພ້ອມທັງຮັບຮອງເອົາທິດທາງແຜນການ 05 ປີ (2026-2030).
ໃນກອງປະຊຸມ ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງສາມາດເລືອກໄດ້ ເລຂາ, ຮອງເລຂາ, ປະທານກວດກາພັກ ແລະ ກໍາມະການໜ່ວຍພັກຮາກຖານ ຊຸດໃໝ່ ດັ່ງນີ້:
- ສະຫາຍ ທໍາມະລົດ ຣາຊະພົນ ເປັນເລຂາໜ່ວຍພັກ
- ສະຫາຍ ຍົມມາລາ ວໍລະຈິດ ຮອງເລຂາໜ່ວຍພັກ, ທັງເປັນປະທານກວດກາໜ່ວຍພັກ
- ສະຫາຍ ວົງພະສິດ ສີລາວົງ ກໍາມະການໜ່ວຍພັກ
- ສະຫາຍ ວຽງທາ ຈິດດາລາ ກໍາມະການໜ່ວຍພັກ
- ສະຫາຍ ນາມແສງ ຊາທຸສິນ ກໍາມະການໜ່ວຍພັກ

ໂອກາດນີ້, ສະຫາຍ ພູວົງ ກິດຕະວົງ ໄດ້ສະແດງຄວາມຊົມເຊີຍຕໍ່ການນໍາພາ-ຊີ້ນໍາ ຂອງຄະນະພັກຊຸດເກົ່າ ທີ່ໄດ້ນໍາພາ-ຊີ້ນໍາ ສະມາຊິກພັກ-ພະນັກງານ ປະຕິບັດໜ້າທີ່ການເມືອງຂອງຕົນ ຍາດໄດ້ຜົນສໍາເລັດຫຼາຍດ້ານ. ພ້ອມກັນນັ້ນ, ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ ຊຸດໃໝ່ ຕ້ອງສືບຕໍ່ປັບປຸງແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆ. ນອກຈາກນີ້, ສະຫາຍ ຍັງໄດ້ໃຫ້ທິດຊີ້ນໍາໃນວຽກງານຂະແໜງຊັບສິນ ແລະ ສະແດງຄວາມເຊື່ອໝັ້ນສູງຕໍ່ຄະນະພັກ, ສະມາຊິກພັກທຸກສະຫາຍ ຈະສາມາດສືບຕໍ່ຈັດຕັ້ງປະຕິບັດ ມະຕິ ກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານກົມຄຸ້ມຄອງຊັບສິນແຫ່ງລັດ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ. 