• ກົມຄຸ້ມຄອງການບັນຊີ
  • |
  • 2025-12-19
  • |
  • ວຽກງານພັກ-ພະນັກງານ

        ກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກ​ຖານກົມຄຸ້ມຄອງການບັນຊີ ໄດ້ເປີດຂຶ້ນໃນວັນທີ 18 ທັນວາ 2025 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ອຸດອນ ທໍາມມະວົງສາ ເລຂາໜ່ວຍພັກຮາກຖານ ກົມຄຸ້ມຄອງການບັນຊີ, ມີສະມາຊິກພັກພາຍໃນໜ່ວຍພັກ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.

      ໃນກອງປະຊຸມໄດ້ມີການຜ່ານຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານຂອງຂະແໜງການບັນຊີ, ທິດທາງຄາດໝາຍສູ້ຊົນວຽກງານແຕ່ລະດ້ານ ແລະ ບົດສຳຫຼວດການນຳພາລວມຂອງຄະນະພັກ ໃນໄລຍະຜ່ານມາ, ໃນນັ້ນ ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການຊີ້ນຳ-ນຳພາ ແລະ ການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ໃນ 5 ປີຜ່ານມາ, ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ເປັນເອກະສັນກັນ ຮັບຮອງເອົາທິດທາງ, ແຜນການ 5 ປີ ແຕ່ປີ 2026 ຮອດປີ 2030  ນໍາອີກດ້ວຍ.

         ຈາກນັ້ນ, ໃນກອງປະຊຸມ ຜູ້ແທນກອງປະຊຸມ ຍັງໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເອກະສັນເລືອກຕັ້ງເອົາຄະນະພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຕະຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງສາມາດເລືອກໄດ້ ເລຂາ, ຮອງເລຂາ, ປະທານກວດກາພັກ ແລະ ກໍາມະການໜ່ວຍພັກ ດັ່ງນີ້: 

  1. ສະຫາຍ ອຸດອນ ທໍາມະວົງສາ ເປັນເລຂາໜ່ວຍພັກຮາກຖານ
  2. ສະຫາຍ ວິລະໄພ ອຸບົນປະເສີດ ຮອງເລຂາໜ່ວຍພັກ, ປະທານກວດກາ
  3. ສະຫາຍ ພິລານີ ພິດສະໄໝ ກໍາມະການໜ່ວຍພັກ

        ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີ ກະຊວງການເງິນ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ-ນຳພາ ຂອງຄະນະພັກຊຸດເກົ່າ ທີ່ໄດ້ຊີ້ນຳ-ນຳພາ ພະນັກງານ, ສະມາຊິກພັກ ພາຍໃນ ໜ່ວຍພັກ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນງານ ແລະ ມີຜົນສຳເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍຍັງໄດ້ມີຄວາມເປັນຫວ່ງເປັນໃຍ ຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ຊຶ່ງຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຕ້ອງໄດ້ສືບຕໍ່ນຳພາປັບປຸງ, ແກ້ໄຂ. ນອກຈາກນັ້ນ, ສະຫາຍ ຍັງໄດ້ໃຫ້ທິດຊີ້ນໍາວຽກງານແຕ່ລະດ້ານ ໃນທາງທີ່ສ້າງສັນ ແລະ ມີຄວາມເຊື້່ອໝັ້ນຕໍ່ຄະນະພັກຊຸດ              ໃໝ່ ທີ່ຈະສືບຕໍ່ຊີ້ນຳ-ນຳພາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານກົມຄຸ້ມຄອງການບັນຊີ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ.

© 2025 Copyright: ກະຊວງການເງິນ, ສປປ ລາວ