• ກະຊວງການເງິນ
  • |
  • 2025-12-12
  • |
  • ວຽກງານພັກ-ພະນັກງານ

        ໃນທ້າຍອາທິດຜ່ານມານີ້, ຄະນະພັກຮາກຖານພະແນກການເງິນ ປະຈຳແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຕົນຂຶ້ນ ທີ່ສະໂມສອນຂອງຫ້ອງວ່າການແຂວງສະຫວັນນະເຂດ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ ແລະ ສະຫາຍ ນາງ ບົວສະຫວັນ ລຸຍບົວທອງ ກຳມະການພັກແຂວງ ເລຂາຄະນະພັກຮາກຖານ ຫົວໜ້າພະແນກການເງິນ ປະຈຳແຂວງສະຫວັນນະເຂດ, ມີບັນດາສະຫາຍຈາກຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ ພ້ອມດ້ວຍບັນດາສະຫາຍຜູ້ແທນສົມບູນ ແລະ ແຂກຖືກເຊີນຈາກພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

        ໃນກອງປະຊຸມ, ສະຫາຍ ນາງ ບົວສະຫວັນ ລຸຍບົວທອງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ ສະຫາຍ ບຸນເພັງ ເຂັມມາລາ ຮອງເລຂາຄະນະພັກຮາກຖານ ກໍ່ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມ ພ້ອມທັງຜ່ານທິດທາງແຜນການໃນ 5 ປີຕໍ່ໜ້າ ເຊິ່ງເຫັນໄດ້ການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ຄະນະພັກຮາກຖານພະແນກການເງິນແຂວງ ໄດ້ເອົາໃຈໃສ່ໃນການປັບປຸງກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນຳ, ເຮັດໃຫ້ຖັນແຖວສະມາຊິກພັກໄດ້ຮັບການປັບປຸງ, ກໍ່ສ້າງທັງປະລິມານ ແລະຄຸນນະພາບຕໍ່ເນື່ອງ ພາຍຫຼັງປັບປຸງກົງຈັກການຈັດຕັ້ງໂຮມ 2 ພະແນກ ເຫັນໄດ້ກົງຈັກການຈັດຕັ້ງມີຄວາມກະທັດຮັດ ແລະຈຳນວນສະມາຊິກພັກໃນຮາກຖານເພີ່ມຂຶ້ນ. 

       ປະຈຸບັນຄະນະພັກຮາກຖານພະແນກການເງິນແຂວງ ປະກອບມີ 5 ໜ່ວຍພັກ, ມີສະມາຊິກພັກທັງໝົດ 184 ສະຫາຍ, ຍິງ 82 ສະຫາຍ, ນຳພາ-ຊີ້ນຳໃນ 7 ຂະແໜງການ ຄື: ຂະແໜງຈັດຕັ້ງ ແລະ ບໍລິຫານ, ຂະແໜງກວດກາ, ຂະແໜງງົບປະມານແຫ່ງລັດ, ຂະແໜງແຜນການ ແລະ ສະຖິຕິ, ຂະແໜງຈັດຊື້-ຈັດຈ້າງ, ຂະແໜງຄຸ້ມຄອງຊັບສິນແຫ່ງລັດ ແລະ ຂະແໜງຄຸ້ມຄອງບັນຊີ. ໃນໄລຍະ 5 ປີຜ່ານມາ, ພະແນກການເງິນປະຈຳແຂວງໄດ້ຄົ້ນຄວ້າສ້າງແຜນເຄື່ອນໄຫວ ແລະ ສະຫຼຸບສັງລວມວຽກງານ ຂອງພະແນກການເງິນ ເປັນປະຈຳ ເພື່ອລາຍງານໃຫ້ຫົວໜ້າຫ້ອງວ່າການແຂວງ, ຄະນະຈັດຕັ້ງແຂວງ ແລະ ຫ້ອງການ ກະຊວງການເງິນ ຢ່າງເປັນປົກກະຕິ, ສຳເລັດການເຂົ້າຮ່ວມເປັນຄະນະກຳມະການຕິດຕາມກວດກາໂຄງການລົງທຶນຂອງລັດແຕ່ຫົວທີ ປະຈຳປີ 2021 ແລະ 2022 ພາຍໃນແຂວງສະຫວັນນະເຂດ ລວມມີ 24 ໂຄງການ (ສໍາເລັດແລ້ວ) ໂດຍປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 2684/ຈຂ.ສຂ ລົງວັນທີ 23 ພະຈິກ 2022. 

        ວຽກງານງົບປະມານແຫ່ງລັດ, ດ້ານລາຍຮັບງົບປະມານສາມາດປະຕິບັດລາຍຮັບໄດ້ 15,844.15 ຕື້ກີບ,ທຽບໃສ່ໄລຍະຂອງ 5 ປີກ່ອນ ເພີ່ມຂຶ້ນ 39.35%, ພົ້ນເດັ່ນແມ່ນສາມາດປະຕິບັດລາຍຮັບງົບປະມານຢ່າງຕັ້ງໜ້າ ເຊິ່ງການຈັດເກັບລາຍຮັບແມ່ນເພີ່ມຂຶ້ນ ແລະ ລື່ນມະຕິຂອງກອງປະຊຸມສະພາຮັບຮອງ 35.78% ຂອງແຜນການ 5 ປີ, ລື່ນແຜນທີ່ກະຊວງການເງິນແຈ້ງໃນແຕ່ລະປີ, ເທົ່າກັບ 21.57% ແລະ ນັບແຕ່ປີ 2022 ເປັນຕົ້ນມາ ດ້ານລາຍຈ່າຍ ໄດ້ຈັດຕັ້ງປະຕິບັດ ຄຳສັ່ງເລກທີ 09/ນຍ ແລະ ຂໍ້ຕົກລົງເລກທີ 0200/ກງ ເຊິ່ງໄດ້ເຮັດໃຫ້ການຄຸ້ມຄອງລາຍຈ່າຍງົບປະມານຮັດກຸມຂຶ້ນ ໃນໄລຍະ 5 ປີ (2021-2025) ສາມາດປະຕິບັດລາຍຈ່າຍໄດ້ທັງໝົດ 5,175.49 ຕື້ກີບ, ເທົ່າກັບ 96.67%.

        ກອງປະຊຸມຄັ້ງນີ້, ບັນດາຜູ້ແທນໄດ້ໃຊ້ສິດປະຊາທິປະໄຕຂອງຕົນຢ່າງເຕັມສ່ວນ ເລືອກເອົາຄະນະພັກຮາກຖານພະແນກການເງິນ ປະຈຳແຂວງສະຫວັນນະເຂດ ຊຸດໃໝ່ ເຊິ່ງໃນນີ້ໄດ້ມີຄວາມເປັນເອກະພາບສູງ ເລືອກເອົາເລຂາ, ຮອງເລຂາ, ປະທານກວດກາໜ່ວຍພັກ ແລະ ກຳມະການຄະນະພັກຮາກຖານ ສາມາດເລືອກໄດ້ດັ່ງນີ້:

  1. ສະຫາຍ ນາງ ບົວສະຫວັນ ລຸຍບົວທອງ ເປັນເລຂາຄະນະພັກຮາກຖານພະແນກ, 
  2. ສະຫາຍ ປອ ບຸນເພັງ ເຂັມມາລາ ເປັນຮອງເລຂາຄະນະພັກຮາກຖານພະແນກ, 
  3. ສະຫາຍ ໄພສານ ຈັນສີນາ ເປັນກຳມະການພັກ ພ້ອມທັງເປັນປະທານກວດກາຄະນະພັກຮາກຖານ,
  4. ສະຫາຍ ແກ້ວປະເສີດ ສຸຣິນພູມີ          ກຳມະການຄະນະພັກຮາກຖານ
  5. ສະຫາຍ ໝອນຄຳ ສຸລິນພູມີ             ກຳມະການຄະນະພັກຮາກຖານ
  6. ສະຫາຍ ໄຊດວງວັນ ບຸນລາວົງ           ກຳມະການຄະນະພັກຮາກຖານ
  7. ສະຫາຍ ນາງ ລະອອງທິບ ແສງພະເກດ ກຳມະການຄະນະພັກຮາກຖານ 
  8. ນາງ ເພັດສະໝອນ ແກ້ວວົງເງິນ         ຮອງປະທານກວດກາພັກ
  9. ສະຫາຍ ເດດປະຊາ ພົມມະສອນ         ຮອງປະທານກວດກາພັກ.

         ໂອກາດດັ່ງກ່າວ, ຍັງໄດ້ຮັບຟັງການໂອ້ລົມ ໃຫ້ທິດຊີ້ນໍາ ຈາກສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ ເພື່ອເປັນທິດທາງ ໃນການຈັດຕັ້ງປະຕິບັດວຽກງານ ກໍຄື ການປະຕິບັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍ ໃນຕໍ່ໜ້າ ຂອງຄະນະພັກຮາກຖານ ພະແນກການເງິນ ປະຈຳແຂວງສະຫວັນນະເຂດ ໃຫ້ມີຜົນສໍາເລັດເປັນກ້າວໆ.

© 2025 Copyright: ກະຊວງການເງິນ, ສປປ ລາວ