ໃນລະຫວ່າງວັນທີ 20-22 ມັງກອນ 2025 ກົມສ່ວຍສາອາກອນ ສປປ ລາວ ຮ່ວມກັບ ທະນາຄານໂລກ WB ເປີດຊຸດຝຶກອົບຮົມ ໃນຫົວຂໍ້: ການບໍລິຫານຄວາມສ່ຽງໃນການປະຕິບັດລະບຽບການດ້ານສ່ວຍສາອາກອນ ໂດຍການເປັນປະທານຂອງທ່ານ ຄໍາພັນ ພັນທຸລັກ ຮອງຫົວໜ້າກົມສ່ວຍສາອາກອນ, ມີຊ່ຽວຊານອາວຸໂສ ດ້ານການບໍລິຫານພາກລັດປະຈຳທະນາຄານໂລກ (WB), ທີ່ປຶກສາຈາກທະນາຄານໂລກ (WB), ບັນດາຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການ ຈາກບັນດາພະແນກອ້ອມຂ້າງກົມສ່ວຍສາອາກອນ, ຕາງໜ້າຈາກສ່ວຍສາອາກອນປະຈຳແຂວງ ແລະ ນະຄອນຫຼວງວຽງຈັນ ທີ່ເຂົ້າຮ່ວມຊຸດຝຶກອົບຮົມ ແລະ ທີ່ຕິດຕາມເຂົ້າຮ່ວມທາງໄກ.
![]() |
ໂອກາດດັ່ງກ່າວ, ທ່ານ ຄໍາພັນ ພັນທຸລັກ ໃຫ້ຮູ້ວ່າ: ການຝຶກອົບຮົມໃນຄັ້ງນີ້ ແມ່ນຈັດຂຶ້ນພາຍໃຕ້ໂຄງການທີ່ກໍາລັງຈັດຕັ້ງປະຕິບັດຢູ່ ໂດຍແມ່ນໂຄງການປັບປຸງການຄຸ້ມຄອງການເງິນແຫ່ງລັດ ໄລຍະ 3. ສຳລັບກົມສ່ວຍສາອາກອນ ແມ່ນນອນໃນແຜນງານທີ 2 ກໍຄື ການປັບປຸງການຄຸ້ມຄອງລາຍຮັບ ເຊິ່ງໄດ້ຮັບທຶນສະໜັບສະໜູນຈາກ ສະຫະພາບເອີຣົບ, ທະນາຄານໂລກ ແລະ ລັດຖະບານອົດສະຕາລີ. ວຽກງານການກວດກາໄລ່ລຽງອາກອນ ແມ່ນມີຄວາມສຳຄັນຫຼາຍໃນຂະແໜງສ່ວຍສາອາກອນ ໂດຍສະເພາະແມ່ນວຽກງານການບໍລິຫານຄວາມສ່ຽງ ທີ່ເປັນເຄື່ອງມືທີ່ສຳຄັນໃຫ້ກັບເຈົ້າໜ້າທີ່ໃນການວາງແຜນການກວດກາໄລ່ລຽງ ເພາະມັນຈະຊ່ວຍໃຫ້ການຄຸ້ມຄອງສ່ວຍສາອາກອນມີປະສິດທິພາບ, ຍຸຕິທຳ, ໂປ່ງໃສ
![]() |
ໃນການຝຶກອົບຮົມຄັ້ງນີ້ ຈະຊ່ວຍໃນການເພີ່ມການປະຕິບັດຕາມກົດໝາຍສ່ວຍສາອາກອນ, ການນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ, ສົ່ງເສີມຄວາມຍຸຕິທຳ, ຫຼຸດລາຍຈ່າຍງົບປະມານທີ່ນຳໃຊ້ໃນວຽກງານກວດກາລົງ, ສ້າງຄວາມໄວ້ເນື້ອເຊື່ອໃຈຈາກຜູ້ເສຍອາກອນ. ສະນັ້ນ, ເພື່ອສ້າງຄວາມຕື່ນຕົວໃນການປະຕິບັດກົດໝາຍຂອງຜູ້ເສຍອາກອນ ຕໍ່ວຽກງານກວດກາໄລ່ລຽງ ຜູ້ທີ່ເຂົ້າຮ່ວມແມ່ນຈະໄດ້ຮັບຟັງ ແລະ ຮຽນຮູ້ບົດຮຽນສາກົນຈາກຊ່ຽວຊານ ຜູ້ຊົງຄຸນວຸດທິ ແລະ ມີປະສົບການ ເພື່ອຮຽນຮູ້ ແລກປ່ຽນບົດຮຽນໃນຫລາຍຫົວຂໍ້ເປັນຕົ້ນ: ການທົບທວນຄືນການຈັດຕັ້ງປະຕິບັດວຽກງານກວດກາໄລ່ລຽງຂອງກົມສ່ວຍສາອາກອນໃນປີ 2024 ທີ່ຜ່ານມາ (ບັນຫາສຳຄັນ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດລະບຽບການກວດກາໄລ່ລຽງທີ່ມີການປັບປຸງ), ຄວາມເປັນມາ ແລະ ເຫດຜົນ ໃນການບໍລິຫານຄວາມສ່ຽງໃນການປະຕິບັດລະບຽບການດ້ານສ່ວຍສາອາກອນ (CRM); ສິ່ງທີ່ສໍາຄັນກ່ຽວກັບການອອກແບບ ແລະ ການຈັດຕັ້ງປະຕິບັດໂຄງການ (CRM); ໂຄງການ/ກອບວຽກງານ ການຄຸ້ມຄອງຄວາມສ່ຽງໃນການປະຕິບັດລະບຽບການດ້ານສ່ວຍສາອາກອນ.
![]() |
ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ນັກສຳມະນາກອນແຕ່ລະທ່ານ ຕ້ອງໄດ້ຍົກສູງຄວາມເອົາໃຈໃສ່ດ້ວຍຄວາມຮັບຜິດຊອບ, ໃນແຕ່ລະຫົວຂໍ້ທີ່ຊ່ຽວຊານສະເໜີ ຖ້າຫາກມີປະເດັນໃດທີ່ຍັງບໍ່ຊັດເຈນ ແມ່ນໃຫ້ນັກສຳມະນາກອນເຈາະຈີ້ມ ແລະ ຕັ້ງຄຳຖາມ ເພື່ອໃຫ້ສາມາດຖອດຖອນແລກປ່ຽນບົດຮຽນຈາກຊ່ຽວຊານ ເພື່ອມາດັດປັບເຂົ້າໃນການຈັດຕັ້ງປະຕິບັດຕົວຈິງໃນໜ້າວຽກຂອງບັນດາທ່ານ ໃຫ້ມີຜົນສໍາເລັດອັນສູງສຸດ.