• ກະຊວງການເງິນ
  • |
  • 2025-12-18
  • |
  • ວຽກວິຊາສະເພາະ

ສຳມະນາວິທະຍາສາດ “ບົດບາດຂອງນະໂຍບາຍການເງິນ ເພື່ອການເຕີບໂຕເສດຖະກິດຢ່າງທົ່ວເຖິງ”

          ໃນວັນທີ 18 ທັນວາ 2025 ໄດ້ມີກອງປະຊຸມສຳມະນາວິທະຍາສາດ ໃນຫົວຂໍ້: ບົດບາດຂອງນະໂຍບາຍການເງິນເພື່ອການເຕີບໂຕເສດຖະກິດຢ່າງທົ່ວເຖິງ, ການສ້າງຊັບພະຍາກອນດ້ານມະນຸດ ແລະ ການເພີ່ມຄວາມຢືດຢຸ່ນຂອງທຸລະກິດ ໃນຍຸກທີ່ມີການປ່ຽນແປງໄວ ໂດຍການເປັນປະທານຮ່ວມ ຂອງທ່ານ ນາງພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງການເງິນ, ທ່ານ ນາງ ມາຕິນ ເທເລີ ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ  ຫຼື UNDP ປະຈຳ ສປປ ລາວ,                   ຕາງໜ້າກະຊວງ, ອົງການທຽບເທົ່າ, ພະແນກການເງິນແຂວງທົ່ວປະເທດເຂົ້າຮ່ວມ.

        ໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ ໄດ້ມີຄຳເຫັນວ່າ: ດັ່ງທີ່ໄດ້ຮັບຮູ້ແລ້ວວ່າການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາໃນໄລຍະຜ່ານມາ ເຖິງວ່າຈະມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະເລ່ຍ 5 ປີຜ່ານມາແມ່ນຢູ່ໃນລະດັບປະມານ 4,2%, ແຕ່ການຂະຫຍາຍຕົວນັ້ນແມ່ນຍັງບໍ່ທັນມີຄວາມໝັ້ນທ່ຽງ ແລະ ຍືນຍົງເທື່ອ, ການພັດທະນາຍັງບໍ່ຕິດພັນກັບທ່າແຮງບົ່ມຊ້ອນທີ່ມີໃນຕົວຈິງຂອງປະເທດ ເຊິ່ງເຫັນໄດ້ຈາກການເຕີບໂຕເສດຖະກິດພວກເຮົາ ໃນໄລຍະຜ່ານມາ ຍັງອາໄສຂະແໜງການຊັບພະຍາກອນທໍາມະຊາດເປັນສ່ວນໃຫ່ຍ ໂດຍສະເພາະແມ່ນໂຄງການພະລັງງານໄຟຟ້າ, ໂຄງການແຮ່ທາດ ແລະ ໂຄງການກໍ່ສ້າງໂຄງລ່າງພື້ນຖານຂະໜາດໃຫ່ຍ ເຊິ່ງບັນດາໂຄງການເຫຼົ່ານີ້ສ່ວນໃຫຍ່ແມ່ນການລົງທຶນເອກະຊົນຈາກຕ່າງປະເທດ ແລະ ຫຼາຍໂຄງການຍັງບໍ່ໄດ້ປະກອບສ່ວນຢ່າງເຕັມສ່ວນ ເຂົ້າໃນການຂະຫຍາຍ ຕົວຂອງເສດຖະກິດຢ່າງມີຄຸນນະພາບ.

        ນອກຈາກນັ້ນ, ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນຕົ້ນບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ບັນຫາໜີ້ສິນ ໄດ້ສົ່ງຜົນກະທົບຕໍ່ກັບຄວາມເຊື່ອໝັ້ນຂອງການລົງທຶນ ເພື່ອຊຸກຍູ້ການຂະຫຍາຍຕົວເສດຖະກິດພາຍໃນປະເທດ ໃນໄລຍະຜ່ານມາ, ພ້ອມນັ້ນພວກເຮົາຍັງມີສະພາບການຮົ່ວໄຫລຂອງການຈັດເກັບລາຍຮັບງົບປະມານ, ການຄຸ້ມຄອງລາຍຈ່າຍຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນເທົ່າທີ່ຄວນ. ສະນັ້ນ, ຈຶ່ງເຮັດໃຫ້ການເຕີບໂຕເສດຖະກິດຫຼຸດລົງຈາກລະດັບ 7-8%/ປີ ມາຢູ່ໃນລະດັບ 4-5%. ຈາກສະພາບການດັ່ງກ່າວພັກ-ລັດຖະບານ ຈຶ່ງໄດ້ມີການຄົ້ນຄວ້າຊອກຫານະໂຍບາຍ ແລະ ມາດຕະການຕ່າງໆ ໂດຍສະເພາະແມ່ນກໍານົດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ, ພ້ອມທັງອອກມະຕິ 04 /ກມສພ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະ   ໃໝ່ (ສອຈ) ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນດັ່ງກ່າວ.

        ພ້ອມດຽວກັນນັ້ນ, ການສ້າງຊັບພະຍາກອນມະນຸດຖືວ່າມີຄວາມສໍາຄັນຫຼາຍ ເຊິ່ງຈະກາຍເປັນກໍາລັງແຮງ ແລະ ມີບົດບາດສໍາຄັນຫຼາຍຕໍ່ກັບການສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງປະເທດໃນຕໍ່ໜ້າ ສະນັ້ນໃນຕໍ່ໜ້າ, ຈະຕ້ອງໄດ້ມີການລົງທຶນເຂົ້າໃນການພັດທະນາຊັບພະຍາກອນມະນຸດຄືແນວໃດ ອີງໃສ່ງົບປະມານທີ່ເຮົາມີຢູ່ຢ່າງຈໍາກັດ, ເນື່ອງຈາກຊາວໜຸ່ມ ຫຼື ໄວໜຸ່ມຖືເປັນຈຸລັງສໍາຄັນສຸດຂອງສັງຄົມ, ເປັນຕົວແທນໃຫ້ແກ່ກໍາລັງແຮງຂອງຊາດ, ທຸກກິດຈະກໍາທາງເສດຖະກິດລ້ວນແຕ່ອາໄສໄວໜຸ່ມໃນການສັນສ້າງສິ່ງໃໝ່ທີ່ຂັບເຄື່ອນເສດຖະກິດຂອງປະເທດຊາດໄປໄດ້. ດັ່ງນັ້ນ, ຈະພັດທະນາຊັບພະຍາກອນມະນຸດຄືແນວໃດ ເພື່ອສ້າງໃຫ້ເຂົາເຈົ້າກາຍເປັນກໍາລັງແຮງໃນການປະກອບສ່ວນພັດ ທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ໄດ້ປະໂຫຍດສູງສຸດ, ເຮົາຕ້ອງລົງທຶນແນວໃດເພື່ອໃຫ້ຜົນຕອບແທນກັບມາຈາກການລົງທຶນເຂົ້າໃນຊັບພະຍາກອນມະນຸດ ເພື່ອໃຫ້ກາຍເປັນກໍາລັງແຮງງານທີ່ມີຄຸນນະພາບ-ປະສິດ ທິພາບທາງດ້ານມັນສະໝອງ ແລະ ສຸຂະພາບຮ່າງກາຍທີ່ດີໃຫ້ມີຜົນກັບຄືນສູ່ເສດຖະກິດທັງຂອງຕົນເອງ ແລະ ຂອງປະເທດຊາດ.

 

 

 

© 2025 Copyright: ກະຊວງການເງິນ, ສປປ ລາວ