• ກະຊວງການເງິນ
  • |
  • 2025-12-17
  • |
  • ວຽກວິຊາສະເພາະ

    ຄະນະຊີ້ນຳລະດັບຊາດ ເຄື່ອນໄຫວຊຸກຍູ້ວຽກງານການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ ແຂວງຫົວພັນ

       ໃນວັນທີ 15-17 ທັນວາ 2025; ຄະນະຊີ້ນໍາລະດັບຊາດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ພ້ອມດ້ວຍຄະນະ, ໄດ້ລົງເຄື່ອນໄຫວ, ຊຸກຍູ້ຕິດຕາມວຽກງານການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ພາກສະໜາມຢູ່ແຂວງຫົວພັນ; ນຳໂດຍ ທ່ານ ທຳມາ ເພັດວີໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະ ພັນແມ່ ຍິງລາວ, ທ່ານ ວິສອນ ລາວເມົາ, ຮອງຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ ພ້ອມດວຍຄະນະ, ມີຫົວໜ້າຄະນະຊີ້ນຳຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໂອກາດດັ່ງກ່າວ, ທ່ານ ທຳມາ ເພັດວິໄຊ ໄດ້ເຂົ້າພົບປະຢ້ຽມຢາມກັບ ທ່ານ ພອນສຸກ ອິນທະວົງ ປະທານກຳມະການປົກຄອງແຂວງຫົວພັນ, ຫຼັງຈາກນັ້ນ, ໄດ້ສືບຕໍ່ດຳເນີນກອງປະຊຸມພ້ອມທັງໄດ້ຮັບຟັງການປະກອບຄຳຄິດຄໍາເຫັນ, ຕໍ່ບົດລາຍງານການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງຫົວພັນ, ເຊິ່ງມາຮອດປັດຈຸບັນການເດີນສໍາຫຼວດສາ ມາດປະຕິບັດໄດ້ແລ້ວ 96 ກວ່າສ່ວນຮ້ອຍຂອງ ຈໍານວນທີ່ຢູ່ອາໄສທັງໝົດ ແລະ ຄາດວ່າຈະສາມາດປະຕິບັດໃຫ້ແລ້ວຕາມແຜນການ.

       ໃນກອງປະຊຸມ, ທ່ານ ທຳມາ ເພັດວິໄຊ ໄດ້ຄໍາເຫັນຊີ້ນໍາກ່ຽວກັບ ການລົງຊຸກຍູ້ ແລະ ຕິດຕາມວຽກງານການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງຫົວພັນ, ວ່າການກະກຽມແມ່ນສໍາຄັນທີ່ສຸດເປັນຕົ້ນ: ດ້ານບຸກຄະລາກອນ ແລະ ການຝຶກອົບຮົມໃຫ້ຄູຝຶກ, ຝຶກອົບຮົມນັກເດີນສຳຫຼວດ ແລະ ນັກກວດກາ, ພ້ອມທັງການລົງເກັບກຳຂໍ້ມູນພາກສະໜາມຕາມແຜນການທີ່ກຳນົດໄວ້.

        ສະນັ້ນ, ເພື່ອຮັບປະກັນໃນການການເກັບກຳຂໍ້ມູນພາກສະໜາມມີປະສິດທິພາບ ແລະ ປະສິດຜົນສູງຮອງຫົວໜ້າຄະນະຊີ້ນໍາລະດັບຊາດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ເນັ້ນໜັກບາງບັນຫາສະເໜີໃຫ້ບັນດາຄະນະຊີ້ນຳແຕ່ລະຂັ້ນສືບຕໍ່ເພີ່ມທະວີວຽກງານໂຄສະນາໃຫ້ກວ້າງຂວາງ ແລະ ທົ່ວເຖິງໃນແຕ່ລະຊຸມຊົນ; ຊຸກຍູ້ຕິດຕາມ ແລະ ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ສ້າງກົນໄກໃນການປະສານງານ, ແບ່ງຄວາມຮັບຜິດຊອບແຕ່ລະຂັ້ນຢ່າງຈະແຈ້ງ, ເອົາໃຈໃສ່ປະສານສົມທົບກັບຫ້ອງການສຳຫຼວດຂັ້ນສູນກາງ ແລະ ລາຍງານໃຫ້ເປັນລະບົບຕໍ່ເນື່ອງ.

        ພ້ອມດຽວກັນນັ້ນ, ຄະນະດັ່ງກ່າວ ໄດ້ລົງຊຸກຍູ້ ແລະ ເຮັດວຽກພາກສະໜາມໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025 ຢູ່ທີ່ບ້ານ ຫ້ວຍມ້າ ເມືອງຊຳເໜືອ ແລະ ເມືອງ ສົບເບົາ ໂດຍໄດ້ຮັບຟັງການລາຍງານຄວາມຄືບໜ້າ ຈາກຜູ້ຮັບຜິດຊອບຂັ້ນເມືອງ ໄດ້ຮັບຟັງ ຂໍຫຍຸ້ງຍາກຂອງນັກເດີນສຳຫຼວດຕົວຈິງ ໂດຍລວມແລ້ວ ເຫັນວ່າ ຂໍສະດວກ ຢູ່ເຂດດັ່ງກ່າວ ຊ່ວງໄລຍະນີ້ ແມ່ນຢູ່ໃນຊ່ວງເວລາ ທີ່ປະຊາຊົນ ເກັບກ່ຽວຜົນຜະລິດ ໄຮ່ນາ ແລະ ໃຊ້ເວລາເດີນທາງໄປ-ກັບ 1-2 ວັນ ຈຶ່ງເຮັດໃຫ້ນັກເດີນສຳຫຼວດມີຄວາມຫຍຸ້ງຍາກ ໃຊເວລາລໍຖ້າຜູ້ໃຫ້ຂໍ້ມູນ ອີກປະການໜຶ່ງແມ່ນ ບັນຫາຂາດສັນຍານອິນເຕີເນັດ ຢູ່ເຂດຮ່າງໄກຊອກຫຼີກ. ແຕ່ຢ່າງໃດກໍ່ຕາມ ດ້ວຍຄວາມລຶ້ງເຄີຍ ຮູ້ຈັກ ຈຸດພິເສດ ທ້ອງຖິນຕ່າງໆໄດ້ດີ ນັກເດີນສຳຫຼວດ ກໍ່ສາມາດຈັດຕັ້ງປະຕິບັດວຽກງານໄດ້ດີພໍ່ສົມຄວນຊຶ່ງສະແດງອອກໃນການເກັບກຳຂໍ້ມູນຕ່າງໆ ສຳເລັດເກີນ 90 ສ່ວນຮ້ອຍ ຂອງຂໍ້ມູນທັງໝົດ ສ່ວນທີ່ຍັງບໍ່ທັນແລ້ວ ຄາດວ່າຈະສາມາດປະຕິບັດສຳເລັດຕາມກຳນົດເວລາຢ່າງຄົບຖ້ວນ.

© 2025 Copyright: ກະຊວງການເງິນ, ສປປ ລາວ