• ກະຊວງການເງິນ
  • |
  • 2025-12-16
  • |
  • ວຽກວິຊາສະເພາະ

       ຄະນະຊີ້ນໍາລະດັບຊາດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ນໍາໂດຍທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນໍາລະດັບຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມວຽກງານການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງຈໍາປາສັກ.

       ໃນວັນທີ 16 ທັນວາ 2025 ນີ້ ຄະນະຊີ້ນໍາລະດັບຊາດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ໄດ້ເຂົ້າຮ່ວມກອງປະຊຸມ ເພື່ອຮັບຟັງການລາຍງານຄວາມຄືບໜ້າການສໍາຫຼວດຢູ່ຂັ້ນແຂວງ ໂດຍການເປັນປະທານຮ່ວມຂອງ ທ່ານ ສັນຕິພາ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນໍາລະດັບຊາດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ແລະ ທ່ານ ປອ ຄໍາປະຈັກ ແກ້ວພູວົງ ຫົວໜ້າຄະນະການສໍາຫຼວດພົນລະເມືອງ ແລະ ທີຢູ່ອາໄສ ແຂວງຈໍາປາສັກ, ມີທ່ານ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ ກະຊວງການເງິນ ພ້ອມດ້ວຍຄະນະພະແນກການເງິນຂອງແຂວງ; ຜູ້ຕາງໜ້າຈາກອົງການ UNFPA ປະຈໍາ ສປປ ລາວ; ທ່ານ ເອກອັກຄະລັດຖະທູດ ອົດສະຕາລີ ປະຈໍາ ສປປ ລາວ ແລະ ຄະນະຊີ້ນໍາການສໍາຫຼວດ ຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

       ໃນກອງປະຊຸມ, ທ່ານ ປອ ຄໍາປະຈັກ ແກ້ວພູວົງ ໄດ້ລາຍງານຄວາມຄືບໜ້າການເກັບກຳຂໍ້ມູນ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ແຕ່ວັນທີ 03 ພະຈິກ ຫາ 16 ທັນວາ 2025 ຂອງແຂວງຈຳປາສັກ. ເຊິ່ງຈຳນວນເຂດສຳຫຼວດທັງຫມົດໃນແຂວງມີ 882 ເຂດ ສຳເລັດ 867 ເຂດ ກວມເອົາປະມານ 98% ແລະ ຍັງສືບຕໍ່ດຳເນີນການສຳຫຼວດ 17 ເຂດ; ຄາດຄະເນຈໍານວນອາຄານມີ 362,750 ໃນນັ້ນອາຄານທີ່ໄດ້ ສຳເລັດການສຳຫລວດ ມີປະມານ 99%; ຄາດຄະເນຈໍານວນທີຢູ່ອາໄສມີປະມານ 270,514 ທີຢູ່ອາໄສ ໃນນັ້ນ ສໍາເລັດຕົວຈິງປະມານ 183,783 ທີຢູ່ອາໄສ ຊຶ່ງໄດ້ສໍາເລັດການສຳພາດປະມານ 75.6%, ທີ່ຢູ່ອາໄສວ່າງເປົ່າມີ 24.3%, ຄົວເຮືອນປະຕິເສດ ແລະຕິດຕໍ່ບໍ່ໄດ້ມີປະມານ 0.1%; ຈຳນວນຄົວເຮືອນທັງຫມົດ ມີ 139,078 ຄົວເຮືອນ ໃນນັ້ນມີຄົວເຮືອນສ່ວນບຸກຄົນ 137,578 ຄົວເຮືອນ ກວມເອົາ 99%, ຄົວເຮືອນລວມໝູ່ມີ 1,500 ຄົວເຮືອນ. ມີພົນລະເມືອງຕົວຈິງປະມານ 606,077 ຄົນ ຍິງ 302,652 ຄົນ.

       ໃນຕອນບ່າຍຂອງວັນດຽວກັນ,    ຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມວຽກງານການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທີ່ເມືອງຊະນະສົມບູນ. ໃນນັ້ນ ປະກອບມີ 88 ເຂດສໍາຫຼວດ, ມີນັກກວດກາພາກສະໜາມທັງໝົດ 22 ທ່ານ ຜ່ານການຈັດຕັ້ງປະຕິບັດຕົວຈິງພາກສະໜາມຕາມການລາຍງານຂອງນັກກວດກາພາກສະໜາມ ໄລຍະວັນທີ 3 ພະຈິກ - 12 ທັນວາ 2025 ສໍາເລັດທັງໝົດ 88 ເຂດ, ກວມເອົາ 100% ຂອງຈໍານວນເຂດທັງໝົດ ເຊິ່ງສາມາດສັງລວມຈຳນວນທີ່ຢູ່ອາໄສທີ່ຖືກຈົດນັບ 18.945 ທີ່ຢູ່ອາໄສ (ຈຳນວນທີ່ຢູ່ອາໄສຈົດນັບສຳເລັດ: 13.670 ທີ່ຢູ່ອາໄສ ແລະ ຈຳນວນທີ່ຢູ່ອາໄສທີ່ ວ່າງເປົ່າ/ຊ່ວງລະດູການ/ບໍ່ແມ່ນເປົ້າຫມາຍຂອງການສຳລວດ: 5.441  ທີ່ຢູ່ອາໄສ); ຈຳນວນຄົວເຮືອນສ່ວນບຸກຄົນທີ່ຖືກຈົດນັບ 13.530  ຄົວເຮືອນ; ຈຳນວນປະຊາກອນທີ່ຖືກຈົດນັບ 52.150 ຄົນ (ເພດຊາຍ 25.374 ຄົນ, ຍິງ: 26.832  ຄົນ); ຈໍານວນຄົວເຮືອນລວມຫມູ່ທີ່ໄດ້ຈົດນັບ 170 ຄົວເຮືອນ (ຈຳນວນປະຊາກອນທີ່ຖືກຈົດນັບ 389 ຄົນ ໃນນີ້ ຈຳນວນເພດຊາຍ: 336 ຄົນ, ຍິງ: 53 ຄົນ).

       ສໍາລັບ ເມືອງຊະນະສົມບູນ ມີເຂດທີ່ກວມເອົາເມືອງ ແລະ ແຂວງອື່ນປະກອບມີ 2 ເຂດ ແລະ ມີ 1 ເຂດ ທີ່ເມືອງອື່ນກວມເອົາຄື:

-       ເຂດທີ 1602057 ກວມເອົາເຂດບ້ານ ໜອງແຮ້ງ ເມືອງຄົງເຊໂດນ ແຂວງ ສາລະວັນ ເຊິ່ງມີອາຄານທັງໝົດ 53 ອາຄານ.

-       ເຂດທີ 1602063 ກວມເອົາເຂດບ້ານ ດອນເຂາະ ນະຄອນປາກເຊ ແຂວງ ຈໍາປາສັກ ເຊິ່ງມີອາຄານທັງໝົດ 43 ອາຄານ.

-       ເຂດບ້ານປາກຊອນ (ຄຸ້ມບ້ານທາດ) ທີ່ເຂດເມືອງບາງຈຽງກວມເອົາ ເຊິ່ງມີອາຄານທັງໝົດ 56 ອາຄານ.

© 2025 Copyright: ກະຊວງການເງິນ, ສປປ ລາວ