• ກົມນະໂຍບາຍການເງິນ
  • |
  • 2025-12-16
  • |
  • ວຽກງານພັກ-ພະນັກງານ

          ໃນວັນທີ 16 ທັນວາ 2025 ໜ່ວຍພັກຮາກຖານກົມນະໂຍບາຍເສດຖະກິດ ແລະ ການເງິນ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ V ຂຶ້ນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ປອ ສິດທິຣົດ ຣາຊະພົນ ກໍາມະການຄະນະບໍລິຫານງານພັກກະຊວງ ເລຂາໜ່ວຍພັກຮາກຖານກົມນະໂຍບາຍເສດຖະກິດ ແລະ ການເງິນ, ມີຄະນະໜ່ວຍພັກຮາກຖານ, ສະມາຊິກພາຍໃນໜ່ວຍພັກ ແລະ ບັນດາສະຫາຍຜູ້ຕາງໜ້າ 3 ອົງການຈັດຕັ້ງ ເຂົ້າຮ່ວມ.

        ໃນກອງປະຊຸມ ໄດ້ມີການຜ່ານຮ່າງບົດລາຍງານການເມືອງ, ບົດສຳຫຼວດ ການນໍາພາລວມໃນໜຶ່ງສະໄໝຜ່ານມາ ໄລຍະ (2020-2025) ແລະ ທິດທາງແຜນການ. ຄາດໝາຍສູ້ຊົນ ໃນຊຸມປີຕໍ່ໜ້າ ໄລຍະປີ (2026-2030) ແລະ ແຜນພັດທະນາວຽກງານຂອງກົມນະໂຍບາຍ ເສດຖະກິດ ແລະ ການເງິນ 5 ປີ ໄລຍະປີ (2026-2030). ໃນນັ້ນໄດ້ຕີລາຄາດ້ານດີ, ຈຸດອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນໃນການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກກົມ ໃນໄລຍະ 5 ປີ ຫຼື ໜຶ່ງສະໄໝ ຜ່ານມາ, ພ້ອມນີ້ ຜູ້ແທນກອງປະຊຸມຍັງໄດ້ເປັນເອກະສັນກັນຮັບຮອງ ເອົາທິດທາງແຜນການ 5 ປີ ໃນຕໍ່ໜ້າ ໄລຍະປີ (2026-2030) ແລະ ພ້ອມທັງໃຊ້ສິດ ປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກ ເອົາຄະນະໜ່ວຍ​ພັກຮາກຖານ​ກົມ​ນະໂຍບາຍເສດຖະກິດ ແລະ ການເງິນຊຸດໃໝ່ບົນພື້ນຖານຫຼັກການລວມ ສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງ ກັບມາດຖານເງື່ອນໄຂທີ່ໄດ້ກໍານົດໄວ້, ເຊິ່ງສາມາດເລືອກໄດ້ ເລຂາ, ຮອງເລຂາ-ປະທານກວດກາພັກ ແລະ ກໍາມະການໜ່ວຍພັກ ດັ່ງນີ້: 

  1. ສະຫາຍ ປອ ສິດທິຣົດ ຣາຊະພົນ        ເປັນເລຂາໜ່ວຍພັກ;
  2. ສະຫາຍ ນາງ ສີສະຫວັນ ດີດາຣາວົງ     ຮອງເລຂາໜ່ວຍພັກ, ປະທານກວດກາພັກ;
  3. ສະຫາຍ ດວງໃຈ ແກ້ວມີໄຊ             ກໍາມະການໜ່ວຍພັກ;
  4. ສະຫາຍ ພະນົມພອນ ແກ້ວວົງວິຈິດ     ກໍາມະການໜ່ວຍພັກ;
  5. ສະຫາຍ ນາງ ສຸລິທະ ແກ້ວປະເສີດ      ກໍາມະການໜ່ວຍພັກ.

        ໂອກາດດັ່ງກ່າວ, ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະໜ່ວຍພັກຮາກຖານກົມ ໃນໄລຍະຜ່ານມາ ທີ່ໄດ້ນໍາພາ-ຊີ້ນໍາ ສະມາຊິກພັກ-ພະນັກງານ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫຼາຍດ້ານ, ພ້ອມກັນນັ້ນ ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ຂໍ້ຄົງຄ້າງທີ່​ທາງ​ໜ່ວຍ​ພັກ​ ຍັງ​ບໍ່​ທັນ​ສາມາດ​ບັນລຸ​ໄດ້ ແລະ ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ຕ້ອງສືບຕໍ່ປັບປຸງແກ້ໄຂ ແລະ ສະມາຊິກພັກ-ພະນັກງານທັງໝົດພາຍໃນໜ່ວຍພັກຮາກຖານກົມນະໂຍບາຍເສດຖະກິດ ແລະ ການເງິນ ຈົ່ງໄດ້ເຊີດຊູສະຕິ ແລະ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນເລື້ອຍໆ,​ ​ເຮັດ​ໃຫ້ວຽກງານວິຊາສະເພາະ ຂອງກົມ ມີການຫັນປ່ຽນໃໝ່ທີ່ຕັ້ງໜ້າດີຂຶ້ນ, ເຮັດໃຫ້ຄະນະໜ່ວຍພັກ, ສະມາຊິກພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ