• ກະຊວງການເງິນ
  • |
  • 2025-12-16
  • |
  • ວຽກວິຊາສະເພາະ

       ໃນວັນທີ 16 ທັນວາ 2025; ທ່ານ ນາງ ສີພະຈັນ ນັນທະວົງສາ ກໍາມະການປະຈໍາພັກ ຮອງປະທານສູນ ກາງແນວລາວສ້າງຊາດ, ຄະນະຊີ້ນໍາລະດັບຊາດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ລົງເຄື່ອນໄຫວຊຸກຍູ້ຕິດຕາມວຽກງານການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງສາລະວັນ.

        ໂດຍໃຫ້ການຕ້ອນຮັບຂອງທ່ານ ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງໆສາລະວັນ, ມີຄະນະຊີ້ນໍາການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນແຂວງ, ຄະນະພະແນກການເງິນຂອງແຂວງ, ຮອງຫົວໜ້າກົມສະຖິຕິເສດຖະກິດ ແລະ ສັງຄົມ ສູນສະຖິຕິແຫ່ງຊາດ, ຫົວໜ້າຫ້ອງ ການສຳຫຼວດຂັ້ນເມືອງ, ນັກກວດກາຂັ້ນແຂວງ, ຂັ້ນເມືອງພ້ອມດ້ວຍຄະນະເຂົ້າຮ່ວມ.

         ກ່ອນວາລະດຳເນີນກອງປະຊຸມ,ທ່ານ ນາງ ສີພະຈັນ ນັນທະວົງສາ ກໍາມະການປະຈໍາພັກ ຮອງປະທານ ສູນກາງແນວລາວສ້າງຊາດ, ຄະນະຊີ້ນໍາລະດັບຊາດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ເຂົ້າພົບປະຢ້ຽມຢາມເພື່ອຂໍທິດຊີ້ນໍາວຽກງານດັ່ງກ່າວຢ່າງຮອບດ້ານຈາກທ່ານ  ປອ ດາວວົງ ພອນແກ້ວ ກຳມະການສູນກາງພັກ ເລຂາພັກແຂວງສາລະວັນ. ຫຼັງຈາກນັ້ນ, ໄດ້ສືບຕໍ່ກອງປະຊຸມພ້ອມທັງໄດ້ຮັບຟັງການປະ ກອບຄຳຄິດຄໍາເຫັນ, ການລາຍງານການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງສາລະວັນ, ເຊິ່ງມາຮອດປັດຈຸບັນການເດີນສໍາຫຼວດພາກສະໜາມຕົວຈິງທົ່ວແຂວງສາລະວັນແມ່ນສໍາເລັດ ຮ້ອຍສ່ວນຮ້ອຍຕາມແຜນການທີ່ວາງໄວ້.

        ທ່ານ ຄຳກິ່ງ ແກ້ວສຸພັນ ຮອງຫົວໜ້າພະແນກການເງິນແຂວງສາລະວັນ, ຫົວໜ້າຫ້ອງການສຳຫຼວດຂັ້ນ ແຂວງໄດ້ລາຍງານໂດຍສັງເຂບກ່ຽວກັບສະພາບລວມການຈັດ​ຕັ້ງປະຕິບັດການເກັບກຳຂໍ້ມູນພາກສະໜາມການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025, ແຂວງສາລະວັນມີ 8 ເມືອງ 578 ບ້ານ, ມີເຂດສໍາຫຼວດທັງໝົດ 455 ເຂດສໍາຫຼວດ. ໃນນັ້ນ, ເມືອງສາລະວັນມີ 106 ເຂດສໍາຫຼວດ, ເມືອງຕະໂອ້ຍ 24 ເຂດສໍາຫຼວດ, ເມືອງຕຸ້ມລານ 30 ເຂດສໍາຫຼວດ, ເມືອງລະຄອນເພັງ 64 ເຂດສໍາຫຼວດ, ເມືອງຄົງເຊໂດນ 89 ເຂດສໍາຫຼວດ, ເມືອງເລົ່າງາມ 72 ເຂດສໍາຫຼວດ, ເມືອງສະໝ້ວຍ 19 ເຂດສໍາຫຼວດ.

        ສຳລັບການເກັບກຳຂໍ້ມູນພາກສະໝາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ມີບຸກຄະລາກອນທັງໝົດ 573 ຄົນ. ໃນນັ້ນ, ນັກກວດກາທັງໝົດ 118 ຄົນ, ນັກເດີນສໍາຫຼວດຕົວຈິງທັງໝົດ 455 ຄົນ, ການເກັບກຳຂໍ້ມູນນັກກວດກາ 1 ຄົນ ແມ່ນຮັບຜິດຊອບນັກເດີນສໍາຫຼວດ 4 ຄົນ, ນັກເດີນສໍາຫຼວດ 1 ຄົນ ແມ່ນຮັບຜິດຊອບ 1 ເຂດສໍາຫຼວດ, ໂດຍການລົງເກັບກຳຂໍ້ມູນການສໍາຫຼວດແມ່ນໄດ້ເກັບກຳ ມີ 2 ຮູບແບບ ຄື: Online  ແລະ ຮູບແບບ Offline ແລະ ມາຮອດປັດຈຸບັນການລົງເກັບກຳຂໍ້ມູນການສໍາຫຼວດພາກສະໝາມຢູ່ແຂວງສາລະວັນແມ່ນສໍາເລັດຮ້ອຍສ່ວນຮ້ອຍ.

                  ໃນກອງປະຊຸມໄດ້ຮັບຟັງການປະກອບຄຳຄິດຄໍາເຫັນຈາກທ່ານ ວິໄລສຸກ ສີສຸລາດ ຮອງຫົວໜ້າກົມສະຖິຕິ ເສດຖະກິດ ແລະ ສັງຄົມ ສູນສະຖິຕິແຫ່ງຊາດ, ກ່ຽວກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ການສະເໜີບັນຫາຕ່າງໆກ່ຽວ ກັບການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ແລະ ບັນດາຂະແໜງການກ່ຽວຂ້ອງຢູ່ແຂວງສາລະວັນຢ່າງກົງໄປກົງມານໍາອີກດ້ວຍ.

        ໂອກາດນີ້, ທ່ານ ນາງ ສີພະຈັນ ນັນທະວົງສາ ຮອງປະທານສູນກາງແນວລາວສ້າງຊາດ, ຄະນະຊີ້ນໍາລະດັບຊາດການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໄດ້ມີຄໍາເຫັນກ່ຽວກັບການລົງຊຸກຍູ້ ແລະຕິດຕາມວຽກງານການເດີນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຢູ່ແຂວງສາລະວັນ, ເຊິ່ງເຫັນໄດ້ວ່າຜົນສໍາເລັດຂອງການເກັບກໍາຂໍ້ມູນພາກສະໜາມຢູ່ແຂວງສາລະວັນໄດ້ສຳເລັດການເກັບກໍາຂໍ້ມູນຕົວຈິງພາກສະໜາມ. ທັງນີ້, ແມ່ນຍ້ອນການກະກຽມທາງດ້ານບຸກຄະລາກອນ, ການຝຶກອົບຮົມໃຫ້ຄູຝຶກ, ຝຶກອົບຮົມນັກເດີນສຳຫຼວດ ແລະ ນັກກວດກາທົ່ວແຂວງສາລະວັນ, ພ້ອມທັງການລົງເກັບກຳຂໍ້ມູນພາກສະໜາມແມ່ນສໍາເລັດຕາມແຜນທີ່ກຳນົດໄວ້.

        ການສໍາຫຼວດຄັ້ງນີ້ເປັນການສໍາຫຼວດທີ່ໃຫຍ່ເຊິ່ງຕ້ອງໄດ້ເກັບກໍາຂໍ້ມູນຂອງທຸກໆຄົວເຮືອນຢ່າງລະອຽດ, ສໍາ ລັບແຂວງສາລະວັນເປັນເຂດທີ່ມີເນື້ອທີ່ກວ້າງຂວາງ ແລະ ມີພົນລະເມືອງອາໄສຢູ່ໜາແໜ້ນ, ຕ້ອງໄດ້ສູ້ຊົນຈັດຕັ້ງປະຕິບັດໃຫ້ປະສົບຜົນສຳເລັດຕາມກຳນົດເວລາ, ພ້ອມທັງຮັບປະກັນທາງດ້ານຄຸນນະພາບໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

        ສະນັ້ນ, ເພື່ອຮັບປະກັນໃນການການເກັບກຳຂໍ້ມູນໃຫ້ມີປະສິດທິພາບ ແລະ ປະສິດຜົນສູງ, ຄະນະນຳທຸກຂັ້ນທີ່ລົງຊຸກຍູ້ຕິດຕາມ ແລະ ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ອື່ນໆທີ່ຈຳເປັນ, ສິ່ງສຳຄັນທີ່ສຸດນັກກວດກາຂັ້ນແຂວງ ແລະ ຂັ້ນເມືອງເປັນເຈົ້າການ, ເຮັດໜ້າທີ່ໃນການຕິດຕາມກວດກາການຈັດຕັ້ງປະຕິບັດການເກັບກຳຂໍ້ມູນພາກສະໜາມຂອງນັກເດີນສຳຫຼວດຢ່າງໃກ້ຊິດ, ຖືກຕາມຫຼັກການເຮັດໃຫ້ການເກັບກໍາຂໍ້ມູນພາກສະໜາມສຳເລັດຕາມລະດັບຄາດໝາຍ; ການປະສານງານ, ການແບ່ງຄວາມຮັບຜິດຊອບແຕ່ລະຂັ້ນຢ່າງຈະແຈ້ງ, ເອົາໃຈໃສ່ປະສານສົມທົບກັບຫ້ອງການສຳຫຼວດຂັ້ນສູນກາງ ແລະ ປະຕິບັດລະບອບການລາຍງານໃຫ້ເປັນລະບົບ ແລະ ຕໍ່ເນື່ອງ.

 

© 2025 Copyright: ກະຊວງການເງິນ, ສປປ ລາວ