• ກະຊວງການເງິນ
  • |
  • 2025-12-15
  • |
  • ວຽກວິຊາສະເພາະ

         ໃນວັນທີ  16 ທັນວາ 2025 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ຮອງຫົວໜ້າ ຄະນະຊີ້ນໍາລະດັບຊາດ ແລະ ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າ ສູນສະຖິຕິແຫ່ງຊາດ ກະຊວງການເງິນ ພ້ອມດ້ວຍ              ຕາງໜ້າຈາກອົງການຈັດຕັ້ງສາກົນ ແລະ ນັກເດີນສຳຫຼວດ ໄດ້ລົງຕິດຕາມວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັັ້ງທີ V ປີ 2025 ທີ່ ເມືອງ ໄຊພູທອງ, ແຂວງສະຫວັນນະເຂດ.

        ທ່ານ ພູສະຫວັນ ເທບສີທາ, ຮອງເຈົ້າເມືອງ ໄຊພູທອງ, ຄະນະຊີ້ນຳການສຳຫຼວດພົນລະເມືອງ ແລະ ທີ່ຢູອາໄສຂັ້ນເມືອງ ໄດ້ລາຍງານຜົນການສໍາຫຼວດໃຫ້ຊາບວ່າ: ເມືອງ ໄຊພູທອງ ມີເຂດສໍາຫຼວດທັງໝົດ 67 ເຂດ ປະຈຸບັນ ສໍາເລັດແລ້ວ 66 ເຂດ ກວມເອົາ 99%. ແລະ ບ້ານທີ່ລົງໄປຕິດຕາມ ແມ່ນບ້ານ ມ່ວງໄຂ່ ມີ 4 ເຂດສໍາຫຼວດ ໂດຍຮ່ວມກັບຊາຍແດນບ້ານອື່ນ ຄື: ບ້ານ ນາໂດນ, ບ້ານ ຄອນຄຸມ ແລະ ບ້ານ ນໍ້າພູ. ສໍາເລັດການສໍາຫຼວດແລ້ວ 3 ເຂດ ຍັງເຫຼືອ 1 ເຂດ ຊຶ່ງແມ່ນເຂດທີ່ຈະລົງໄປຕິດຕາມ ໂດຍເຂດສໍາຫຼວດດັ່ງກ່າວມີອາຄານທັງໝົດ 434 ອາຄານ ສໍາເລັດການສໍາຫຼວດແລ້ວ 98%, ມີຈໍານວນທີ່ຢູ່ອາໄສ ທັງໝົດ 335 ທີ່ຢູ່ອາໄສ, ມີ 268 ຄົວເຮືອນ ແລະ ມີພົນລະເມືອງ 951 ຄົນ, ຍິງ 495 ຄົນ.

           

         ສຳລັບ ຜົນການສໍາຫຼວດທັງໝົດໃນແຂວງສະຫວັນນະເຂດ ມີ 1,240 ເຂດ ສໍາເລັດການສຳຫຼວດແລ້ວ 1,016 ເຂດ ກວມເອົາ ປະມານ 82%, ຄົງຄ້າງ 224 ເຂດ; ຄາດຄະເນຈໍານວນ ອາຄານມີ 502,254 ອາຄານ ໃນນັ້ນອາຄານທີ່ໄດ້ສໍາເລັດການສໍາຫລວດ ມີປະມານ 99%; ຄາດຄະເນຈໍານວນທີ່ຢູ່ອາໄສມີປະມານ 361,753 ທີ່ຢູ່ອາໄສ ສໍາເລັດການສຳຫຼວດໂຕຈິງ ປະມານ 244,309 ທີ່ຢູ່ອາໄສ ແລະ ໄດ້ສຳເລັດການສໍາພາດປະມານ 79%, ທີ່ຢູ່ອາໄສວ່າງເປົ່າ    ມີ 20%, ຄົວເຮືອນປະຕິເສດ ແລະ ຕິດຕໍ່ບໍ່ໄດ້ມີ ປະມານ 1%; ຈໍານວນຄົວເຮືອນທັງຫມົດ 193,380 ຄົວເຮືອນ.ມີຄົວເຮືອນສ່ວນບຸກຄົນ 191,846 ຄົວເຮືອນ ກວມເອົາ 99%, ຄົວເຮືອນລວມຫມູ່ ມີ 1,534 ຄົວເຮືອນ, ມີພົນລະເມືອງຕົວຈິງປະມານ 888,225 ຄົນ, ຍິງ 444,139 ຄົນ ສ່ວນເຂດທີ່ຕ້ອງເອົາໃຈໃສ່ຊຸກຍູ້ໃຫ້ຫຼາຍຂື້ນ ມີ 2 ເຂດສໍາຫຼວດ ທີ່ເຫັນວ່າ ຍັງມີຄວາມລ່າຊ້າຜິດປົກກະຕິ ໂດຍມີຈໍານວນອາຄານທີ່ຍັງບໍ່ທັນສໍາຫຼວດ ເກືອບຮອດ 40% ເປັນຕົ້ນແມ່ນ ເມືອງ ເຊໂປນ 1 ເຂດ ແລະ ເມືອງ ວິລະບູລີ 1 ເຂດ.

© 2025 Copyright: ກະຊວງການເງິນ, ສປປ ລາວ