ໃນວັນທີ 15 ທັນວາ 2025 ໜ່ວຍພັກຮາກຖານກົມຄຸ້ມຄອງໜີ້ສິນສາທາລະນະ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ຂຶ້ນຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ສຸລິວັດ ສຸວັນນະຈູມຄໍາ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີ ກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ, ສະຫາຍ ວິເລດ ກິນນາວົງ ເລຂາໜ່ວຍພັກຮາກຖານກົມຄຸ້ມຄອງໜີ້ສິນສາທາລະນະ ແລະ ມີຄະນະໜ່ວຍພັກຮາກຖານ, ສະມາຊິກສົມບູນພັກພາຍໃນໜ່ວຍພັກ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ຜ່ານຮ່າງບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ, ແຜນພັດທະນາວຽກງານຄຸ້ມຄອງໜີ້ສິນສາທາລະນະ ແລະ ເພື່ອເປັນການຢັ້ງຢືນເຖິງຜົນງານການເຄື່ອນໄຫວວຽກງານຂອງໜ່ວຍພັກ ໃນໄລຍະ 5 ປີ ຜ່ານມາ. ໂດຍຍົກໃຫ້ເຫັນຜົນສໍາເລັດອັນພົ້ນເດັ່ນ, ຂໍ້ຄົງຄ້າງ ແລະ ຮ່າງບົດຮຽນທີ່ຖອນຖອນໄດ້, ພ້ອມທັງໄດ້ກໍານົດທິດທາງ, ຄາດໝາຍສູ້ຊົນໃນການຄຸ້ມຄອງໜີ້ສິນສາທາລະນະ ໃນໄລຍະ 5 ປີຕໍ່ໜ້າ (2026-2030). ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ລົງເລີກຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ, ຮ່າງບົດສໍາຫຼວດ ການນຳພາລວມຂອງໜ່ວຍພັກ ແລະ ແຜນພັດທະນາວຽກງານຄຸ້ມຄອງໜີ້ສິນສາທາລະນະ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລະ ສອດຄ່ອງກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ແລະ ຢັ້ງຢືນເຖິງຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ. ຈາກນັ້ນ, ກອງປະຊຸມໄດ້ມີການປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ຊື່ງມີຜູ້ສະໝັກເລືອກຕັ້ງ ທັງໝົດ 05 ສະຫາຍ, ຍິງ 01 ສະຫາຍ, ຈາກນັ້ນ, ບັນດາສະຫາຍສະມາຊິກພັກສົມບູນ ກໍຄືຜູ້ແທນສົມບູນ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາ ຄະນະໜ່ວຍພັກຮາກຖານຊຸດໃໝ່ ຈຳນວນ 03 ສະຫາຍ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ໄດ້ປະຊາມະຕິເປັນເອກະສັນເລືອກເອົາຄະນະໜ່ວຍພັກຮາກຖານກົມຄຸ້ມຄອງໜີ້ສິນສາທາລະນະ ຊຸດໃໝ່ ຄື: 1) ສະຫາຍ ວິເລດ ກິນນາວົງ ເປັນເລຂາໜ່ວຍພັກ; 2) ສະຫາຍ ນາງ ມະນີວອນ ພົນອາມາດ ຮອງເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ; 3) ສະຫາຍ ພອນສະຫວັດ ແກ້ວພັນທຸວົງ ກຳມະການໜ່ວຍພັກ; ໂອກາດນີ້ ສະຫາຍ ສຸລິວັດ ສຸວັນນະຈູມຄຳ ຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກຊຸດເກົ່າ ທີ່ໄດ້ນໍາພາ ສະມາຊິກພັກ-ພະນັກງານ ພາຍໃນໜ່ວຍພັກ ປະຕິບັດໜ້າທີ່ການເມືອງຂອງຕົນຍາດໄດ້ຜົນງານຄຸ້ມຄອງໜີ້ສິນສາທາລະນະ, ມີຜົນສໍາເລັດຫຼາຍດ້ານ; ພ້ອມກັນນັ້ນ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ ຄະນະໜ່ວຍພັກຮາກຖານກົມຄຸ້ມຄອງໜີ້ສິນສາທາລະນະຊຸດໃໝ່ ຕ້ອງໄດ້ສືບຕໍ່ນໍາພາປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົ້ງຄ້າງ ແລະ ເພີ້ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ພາຍໃນໜ່ວຍພັກ ເຊີດຊູ ແລະ ເພີ້ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເຮັດໃຫ້ການຄຸ້ມຄອງໜີ້ສິນສາລະນະ ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າດີຂຶ້ນກວ່າເກົ່າ ແລະ ຍົກສູງບົດບາດການນຳພາຂອງພັກໃຫ້ມີຄວາມໜັກແໜ້ນຮອບດ້ານເພື່ອກໍ່ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.





