• ກົມການເງິນຕ່າງປະເທດ
  • |
  • 2025-01-20
  • |
  • ວຽກຮ່ວມມື

          ໃນວັນທີ 16 ມັງກອນ 2025 ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ທ່ານ ອໍຮານ ອິຊິກ( orhan ISIK) ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ຕ໋ວກກີ ປະຈຳ ສປປ ລາວ ແລະ ຄະນະເຂົ້າຢ້ຽມຂໍ່ານັບ.

          ໂອກາດນີ້ ທ່ານ ສັນຕິພາບ ພົມວິຫານ ໄດ້ລາຍງານສະພາບເສດຖະກິດການ, ການຄ້າ ແລະ ການລົງທືນເຊີ່ງ:  ດ້ານເສດຖະກິດໃນປີ 2024 ເປັນປີທີ່ມີທ່າແຮງດີຫຼາຍດ້ານ ໂດຍສະເພາະແມ່ນເປັນ ປີ ເປີດການທ່ອງທ່ຽວລາວ, ລາວເປັນເຈົ້າພາບໃນກອງປະຊຸມອາຊຽນ (ASEAN) ຊຶ່ງ ປະເທດລາວ ສາມາດຂະຫຍາຍຕົວໄດ້ລະດັບ 4.6% (ຕາມມະຕິສະພາແຫ່ງຊາດແມ່ນ 4.5%). ຜ່ານການຈັດຕັ້ງປະຕິບັດເຫັນວ່າ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ແລະການເງິນເປັນຕົ້ນການປະຕິບັດການແກ້ໄຂໜີ້ສິນສາທາລະນະຍັງບໍ່ທັນໄດ້ດີ, ຍັງບໍ່ທັນມີແຫຼ່ງຊຳລະໜີ້ທີ່ໝັ້ນຄົງ ແລະ ຍືນຍົງ, ອັດຕາເງິນເຟີຍັງຢູ່ໃນລະດັບສູງເຖິງ 20%, ອັດຕາແລກປ່ຽນເງິນກີບທຽບໃສ່ເງິນຕາຕ່າງປະເທດຍັງສືບຕໍ່ອ່ອນຄ່າ, ສໍາລັບປີ 2025 ຄາດຄະເນວ່າເສດຖະກິດຂອງ ສປປ ລາວ ຈະຂະຫຍາຍຕົວໃນລະດັບ 4.8% ທີ່ສະພາແຫ່ງຊາດຮັບຮອງ, ແຜນລາຍຮັບທັງໝົດ ປະມານ 18.16% ຂອງ GDP, ລາຍຈ່າຍທັງໝົດ ປະມານ 19.16% ຂອງ GDP ແລະ ຂາດດຸ່ນງົບປະມານ 1% ຂອງ GDP, ສ່ວນທາງດ້ານການຄ້າ ແລະ ການລົງທຶນ ການພົວພັນດ້ານການຄ້າ ແລະ ການລົງທຶນ ລະຫວ່າງ ລາວ ກັບ ຕ໋ວກກີ ຍັງບໍ່ທັນມີຫຼາກຫຼາຍ ໂດຍໄດ້ເຊັນສັນຍາວ່າດ້ວຍການຮ່ວມມືດ້ານການຄ້າ ແລະ ເສດຖະກິດ ໃນປີ 2008 ເພື່ອດຶງດູດນັກລົງທຶນ ຈາກຕ໋ວກກີ ມາລົງທຶນ ສປປ ລາວ ໃຫ້ຫຼາຍຂຶ້ນ.

        ໃນວາລະດຽວກັນ ທ່ານ ອໍຮານ ອິຊິກ ສະເໜີອຳລາ ໃນໂອກາດ ຈະສິນສຸດວາລະດຳລົງຕຳແໜ່ງເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ຕ໋ວກກີ ປະຈຳ ສປປລາວ, ພ້ອມກັນນັ້ນທ່ານຍັງ ແລກປ່ຽນບົດຮຽນ ໃນການປະຕິຮູບລັດວິສາຫະກິດໃນຂະແໜງພະລັງງານ, ການຄຸ້ມຄອງເກັບລາຍຮັບ ແລະ ສືບຕໍ່ການຊ່ວຍເຫຼືອ, ສະໜັບສະໜູນໃນຂົງເຂດວຽກງານ ສາທາລະນະສຸກ, ການສືກສາ, ທັກສະຄວາມກ້າວໜ້າຂອງຊາວໜຸ່ມ ແລະ ແມ່ຍິງ; ສືບຕໍ່ຊຸກຍູ້ວຽກງານສັນຍາວ່າດ້ວຍການລິກເວັນການເກັບອາກອນຊໍ້າຊ້ອນລະຫວ່າງ ສອງລັດຖະບານ ໃຫ້ສາມາດດຳເນີນການໄດ້ໃນອານາຄົດ.

        ຫຼັງຈາກນັ້ນ ທ່ານ ສັັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ຍັງໄດ້ຕ້ອນຮັບ ທ່ານ ມາກ ກາລາເກີ ( Mark GALLAGHER) ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບປະຈຳ ສປປ ລາວ ແລະ ຄະນະເຂົ້າຢ້ຽມຂໍ່ານັບ.

         ທ່ານ ສັນຕິພາບ ພົມວິຫານ ໄດ້ລາຍງານໃຫ້ຮູ້ວ່າ: ການຮ່ວມມືລະຫວ່າງ ສປປ ລາວ ແລະ EU ແມ່ນໄດ້ຮັບການຊ່ວຍເຫຼືອນັບແຕ່ປີ 1990 ເປັນຕົ້ນມາ ໂດຍການຊ່ວຍເຫຼືອທາງການປະຕິຮູບດ້ານນະໂຍບາຍ ແລະ ສົ່ງເສີມຄວາມເປັນເຈົ້າການຂອງລັດຖະບານ, ຍຸດທະສາດຂະແໜງການຕ່າງໆ ແລະ ການຊ່ວຍເຫຼືອເພື່ອດຸ່ນງົບປະມານ, ລາຍງານຄວາມຄຶບໜ້າການຈັດຕັ້ງປະຕິບັດແຜນງານການສະໜັບສະໜູນດ້ານງົບປະມານຂອງ EU, ໃນຂະແໜງການສືກສາ, ສ້າງທັກສະໃນການເຕີບໂຕຮອບດ້ານ ແລະ ສີຂຽວ, ສຳລັບຂະແໜງການສຶກສາ ນອນຢູ່ພາຍໃຕ້ ແຜນງານ PESIG, ໂດຍມີ ກະຊວງສຶກສາທິການ ແລະ ກິລາ ເປັນໃຈກາງຈັດຕັ້ງປະຕິບັດ ແລະ ກະຊວງການເງິນ ເປັນຜູ້ຈັດຕັ້ງປະຕິບັດ ເງື່ອນໄຂ, ແຜນງານການຄຸ້ມຄອງການເງິນພາກລັດ ສີຂຽວ ເຫັນວ່າ ທາງ EU ໄດ້ປະສານກັບ OECD ໃນການຈະສະໜັບສະໜູນໃຫ້ແກ່ ສປປ ລາວ ໂດຍສຸມໃສ່ການສ້າງຄວາມອາດສາມາດ ໃນວຽກງານ PFM ທີ່ລົງເລິກ ໃນການກະກຽມ ການສ້າງຍຸດທະສາດການເງິນແຫ່ງລັດ ແຕ່ປີ 2026-2036 ທີ່ຕິດພັນກັບວຽກງານການປ່ຽນແປງດິນຟ້າອາກາດ ເຊັ່ນ: ການສ້າງແຜນງົບປະມານສີຂຽວ, ການຈັດຊື້ສີຂຽວ ແລະ  ເຫັນວ່າ EU ມີແຜນຈະໃຫ້ການຊ່ວຍເຫຼືອລ້າທຶນ ໃນການປັບປຸງວຽກງານ PFM ໃຫ້ແກ່ການຈັດຕັ້ງປະຕິບັດ ຍຸດທະສາດພັດທະນາການເງິນແຫ່ງລັດ ແຕ່ປີ 2026-2036 ເພື່ອໃຫ້ການຈັດຕັ້ງປະຕິບັດເປັນຮູບປະທຳຫຼາຍຂື້ນ. 

© 2025 Copyright: ກະຊວງການເງິນ, ສປປ ລາວ