
ໃນວັນທີ 12 ທັນວາ 2025, ກົມສ່ວຍສາອາກອນ ກະຊວງການເງິນ ຈັດກອງປະຊຸມຄະນະຊີ້ນໍາໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝຂື້ນທີ່ໄດ້ຮັບການສະໜູນຈາກ ທະນາຄານພັດທະນາອາຊີ (ADB) ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄໍາ ຮອງລັດຖະມົນຕີກະຊວງການເງິນ, ຫົວໜ້າໂຄງການ ເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝ (DRMM) ມີ ຄະນະສ່ວຍສາອາກອນ, ຄະນະບໍລິຫານງານ, ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ, ຄະນະພະແນກການເງິນ ອ້ອມຂ້າງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ກອງປະຊຸມ ແມ່ນເປັນການທົບທວນຄືນ ກ່ຽວກັບ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການໃນໄລຍະປີ 2025 ຂອງບັນດາຄະນະຊີ້ນໍາ ແລະ ຄະນະບໍລິຫານງານໂຄງການພ້ອມທັງກໍານົດທິດທາງແຜນການໃນການເຄື່ອນໄຫວ ໃນປີ 2026.
![]() | ![]() |
ໂຄງການ DRMM ແມ່ນໂຄງການທີ່ມີບົດບາດສຳຄັນຕໍ່ການພັດທະນາຂະແໜງສ່ວຍສາອາກອນໃຫ້ມີຄວາມເຂັ້ມແຂງ ດັ່ງນັ້ນ, ຈຶ່ງໄດ້ສືບຕໍ່ຫັນວຽກງານຂອງຂະແໜງສ່ວຍສາອາກອນໃຫ້ເປັນທັນສະໄໝແບບຄົບຊຸດໂດຍເອົາໃຈໃສ່ຈັດຕັ້ງປະຕິບັດບັນດາກິດຈະກຳທີ່ເປັນບຸລິມະສິດ ພາຍໃຕ້ໂຄງການ DRMM ເປົ້າໝາຍແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານຄຸ້ມຄອງລາຍຮັບສ່ວຍສາອາກອນ, ເພື່ອຮັບປະກັນເຮັດໃຫ້ການແຈ້ງ-ມອບ ລາຍຮັບເຂົ້າງົບປະມານພາຍໃນທີ່ເປັນລາຍຮັບສ່ວຍສາອາກອນ ແລະ ລາຍຮັບຊັບສິນຂອງລັດ ລວມສູນເຂົ້າໃນລະບົບຖານຂໍ້ມູນລວມສູນ ຂອງຂະແໜງການເງິນ ແນ່ໃສເຮັດໃຫ້ລາຍຮັບງົບປະມານພາຍໃນເພີ່ມຂຶ້ນ, ລວມສູນ, ທັນເວລາ, ໂປ່ງໃສ ແລະ ສາມາດກວດສອບໄດ້ ແລະ ສາມາດເຊື່ອມຕໍ່ຂໍ້ມູນຈາກພາກສ່ວນກ່ຽວຂ້ອງ ໃຫ້ການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ສະນັ້ນຕ້ອງສຸມໃສ່ພັດທະນາ 04 ດ້ານ ຄື: ການຫັນເປັນທັນສະໄໝໃນການບໍລິການເສຍອາກອນຜ່ານຊ່ອງທາງດິຈິຕອນ, ການພັດທະນາລະບົບຄຸ້ມຄອງໃບເກັບເງິນແບບເອເລັກໂທຣນິກ (E-invoice), ການພັດທະນາການວິເຄາະ-ວິໄຈຂໍ້ມູນຄວາມສ່ຽງໃນການຫລົບຫລີກການປະຕິບັດພັນທະອາກອນ ແລະ ການສ້າງຕັ້ງສະຖາບັນການສຶກສາດ້ານອາກອນ (ຫ້ອງຝຶກອົບຮົມ) ຊື່ງໂຄງການນີ້ຈະສາມາດສ້າງຄວາມໂປ່ງໃສ, ປັບປຸງຂອດການບໍລິການຜູ້ຊໍາລະອາກອນ, ຫລຸດຜ່ອນຄ່າໃຊ້ຈ່າຍໃນການເຮັດທຸລະກຳຕ່າງໆ ໃນການແຈ້ງມອບພັນທະອາກອນ ແລະ ຍັງເປັນກົນໄກທີ່ສຳຄັນ ໃນການຂັບເຄື່ອນໃຫ້ແກ່ການເພີ່ມລາຍຮັບພາຍໃນປະເທດ ຢ່າງມີປະສິດທີຜົນ ແລະ ຍືນຍົງ.
![]() | ![]() |
ໂອກາດນີ້ທ່ານ ສຸລິວັດ ສຸວັນນະຈູມຄໍາ ມີຄໍາເຫັນວ່າ ກອງປະຊຸມນີ້ ແມ່ນວາລະ ແລະ ບາດກ້າວທີ່ສຳຄັນໃນການດຳເນີນໂຄງການດັ່ງກ່າວ ຊື່ງຈະໄດ້ທົບທວນຄືນ ການຈັດຕັ້ງປະຕິບັດຂໍ້ຕົກລົງ ແລະ ຜົນການຈັດຕັ້ງປະຕິບັດງານຕົວຈິງ ໃນໄລຍະຜ່ານມາ ມີຂໍ້ສະດວກ, ຫຍຸ້ງຍາກ ແລະ ສາມາດຖອດຖອນບົດຮຽນໄດ້ໃນສ່ວນໃດ ຂອງແຜນກິດຈະກຳ, ແຜນການເບິກຈ່າຍທາງດ້ານການເງິນ ແລະ ບັນຫາອື່ນ ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຮ່ວມກັນຖອດຖອນບົດຮຽນ ແລະ ລະດົມແນວຄວາມຄິດເພື່ອກຳນົດທິດທາງແຜນການຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບເປົ້າໝາຍໂດຍສະເພາະ ແມ່ນແຜນກິດຈະກໍາຫຼັກຂອງ ສົກປີ 2026 ຕາມທີໄດ້ເອກະພາບກັບ ADB.



