ໃນວັນທີ 12 ທັນວາ 2025 ຜ່ານມາ, ກະຊວງການເງິນ ແລະ ບໍລິສັດ ພູນຜົນນະຄອນ ຈຳກັດ ເຊິ່ງເປັນບໍລິສັດໃນເຄືອຂອງກຸ່ມບໍລິສັດ ພົງສະຫວັນ ຈຳກັດ ໄດ້ເຊັນສັນຍາ ວ່າດ້ວຍການພັດທະນາລະບົບຄຸ້ມຄອງແບບຟອມເອເລັກໂຕຣນິກ ແລະ ການເບີກຈ່າຍງົບປະມານ ຂອງຂະແໜງການພາກລັດ (Digital Filing).
ຕາງໜ້າກະຊວງການເງິນ ລົງນາມໂດຍ ທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີ ກະຊວງການເງິນ ແລະ ຕາງໜ້າບໍລິສັດໂດຍທ່ານ ປອ ສອນເພັດ ອິນທະວົງ ຮອງປະທານກຸ່ມບໍລິສັດ ພົງສະຫວັນ ຈຳກັດ, ຜູ້ອຳນວຍການໃຫຍ່ ບໍລິສັດ ພູນຜົນນະຄອນ ຈຳກັດ, ມີຫົວໜ້າຫ້ອງການກະຊວງ, ຕາງໜ້າບັນດາກົມອອ້ມຂ້າງ, ຄະນະຂາຮຸ້ນກຸ່ມບໍລິສັດ, ຄະນະປະທານ, ຜູ້ອຳນວຍການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການພັດທະນາລະບົບຄຸ້ມຄອງແບບຟອມ ແລະ ການເບີກຈ່າຍງົບປະມານຂອງຂະແໜງການພາກລັດ Digital Filing (D-Filing) ເປັນສ່ວນໜຶ່ງຂອງຄວາມພະຍາຍາມຂອງກະຊວງການເງິນ ກໍຄືລັດຖະບານ ໃນການຫັນເປັນທັນສະໄໝຂອງວຽກງານຄຸ້ມຄອງ ແລະ ຕິດຕາມການຈັດເກັບລາຍຮັບ ແລະ ຄ່າທໍານຽມຕ່າງໆຂອງລັດ ເພື່ອເພີ່ມປະສິດທິພາບ, ຮັບປະກັນປະສິດທິຜົນສູງສຸດໃນການຈັດເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການຂອງພາກລັດ ດ້ວຍການພັດທະນາໂມດູນການຄຸ້ມຄອງການຈັດເກັບລາຍຮັບຄ່າທຳນຽມ, ຄ່າບໍລິການຕາມທີ່ກໍານົດໄວ້ໃນລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 002/ປປທ ໃຫ້ມີຄວາມທັນສະໄໝ, ວ່ອງໄວ, ໂປ່ງໃສ, ສາມາດກວດສອບໄດ້ ແລະ ຮອງຮັບການຄຸ້ມຄອງການເບີກຈ່າຍງົບປະມານຂອງຂະແໜງການພາກລັດ.
ໃນພິທີ, ທ່ານ ສົມຈິດ ຄຳມຸງຄຸນ ຫົວໜ້າຫ້ອງການ ກະຊວງການເງິນ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ, ບັນຫາ ແລະ ສິ່ງທ້າທາຍຕ່າງໆ ຂອງວຽກງານຄຸ້ມຄອງການເກັບລາຍຮັບ, ພ້ອມທັງຍົກໃຫ້ເຫັນສາເຫດ ແລະ ຄວາມຈຳເປັນໃນການພັດທະນາລະບົບ D-Filing. ເຊິ່ງໃນໄລຍະຜ່ານມາ ການຈັດເກັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການຂອງພາກລັດ ຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ຢ່າງເຕັມປະສິດທິພາບ ຍ້ອນຮູບແບບວິທີການຈັດເກັບຮູບແບບເດີມທີ່ບໍ່ໄດ້ນຳໃຊ້ເຄື່ອງມື ຫຼື ລະບົບທີ່ທັນສະໄໝເຂົ້າໃນການຈັດຕັ້ງປະຕິີບັດ, ຂໍ້ມູນທີ່ກ່ຽວຂ້ອງຍັງບໍ່ໄດ້ລວມສູນ ແລະ ເປັນເອກະເທດ, ເຮັດໃຫ້ການເກັບລາຍຮັບດັ່ງກ່າວຍັງເປັນລັກສະນະກະແຈກກະຈາຍ ແລະ ມີການຮົ່ວໄຫຼ; ລາຍຮັບຈາກຄ່າທຳນຽມ ແລະ ຄ່າບໍລິການ ແມ່ນມີຄວາມສຳຄັນທີ່ສຸດຕໍ່ການພັດທະນາສ້າງສາປະເທດຊາດ, ໂດຍອີງຕາມຂໍ້ມູນສະຖິຕິປະຈຳປີ 2023 ຕົວເລກລາຍຮັບສະເພາະການເກັບຄ່າທໍານຽມແມ່ນສູງເຖິງ 2,000 ກວ່າຕື້ກີບ.
ພ້ອມດຽວກັນນີ້, ທ່ານ ປອ ສອນເພັດ ອິນທະວົງ ຮອງປະທານກຸ່ມບໍລິສັດ ພົງສະຫວັນ ຈຳກັດ ໄດ້ກ່າວເຖິງເຈດຈຳນົງ, ວິໄສທັດ ແລະ ພາລະກິດຂອງບໍລິສັດໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດ ເພື່ອຜົນປະໂຫຍດສູງສຸດຂອງລັດຖະບານ, ພ້ອມທັງໄດ້ເນັ້ນເຖິງຄວາມພ້ອມທາງດ້ານທຶນຮອນ, ບຸກຄະລາກອນທີ່ມີປະສົບການ, ຄວາມຮູ້ຄວາມສາມາດທີ່ຈະສາມາດປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃຫ້ປະສົບຜົນສຳເລັດ.