ການສ້າງໃບລາຍງານກະແສເງິນສົດ ຕາມມາດຕະຖານ ການລາຍງານການເງິນສາກົນ ຫຼື IAS7
ສະພາວິຊາຊີບ ນັກບັນຊີ ແລະ ນັກກວດສອບ (ສວ ລກລ) ໄດ້ຈັດຝຶກອົບຮົມ ຫົວຂໍ້: ການສ້າງໃບລາຍງານກະແສເງິນສົດ ຕາມມາດຕະຖານການລາຍງານການເງິນສາກົນ ຫຼື IAS7.
ການຝືກອົບຮົມແມ່ນໄດ້ດຳເນີນເປັນເວລາ 1 ວັນດ້ວຍ 2 ຮູບແບບ 2 ຄື: ແບບເຂົ້າເຊິ່ງໜ້າ ແລະ ເຂົ້າອອນລາຍ ໂດຍການເຂົ້າຮ່ວມຂອງທ່ານ ສອນໄຊ ສີລາເພັດ ປະທານ ສວ-ບກລ ໂດຍມີຜູ້ຝຶກອົບຮົມທັງໝົດມີ 243 ທ່ານ ຈາກ ພາກລັດ ແລະ ເອກກະຊົນເຂົ້າຮ່ວມໃນຄັ້ງນີ້.

ຈຸດປະສົງຂອງການຈັດຝຶກອົບຮົມ ກໍ່ເພື່ອຍົກລະດັບຄວາມຮູ້ທາງດ້ານຫຼັກການ ແລະ ການປະຕິບັດຈິງຕາມມາດຕະຖານສາກົນດ້ານການລາຍງານການເງິນ ເພື່ອເປັນການສ້າງຂີດຄວາມສາມາດແບບຕໍ່ເນື່ອງ ໃຫ້ກັບນັກຝຶກອົບຮົມທີ່ຕິດພັນກັບຫົວໜ່ວຍທຸລະກິດຕ່າງໆ ທີ່ມີໜ້າທີ່ ແລະ ມີພາລະບົດບາດ ໃນການສ້າງເອກະສານລາຍງານການເງິນ ກໍ່ຄື ໃບລາຍງານກະແສເງິນສົດ ແລະ ເປັນຫຼັກການສ້າງຄວາມເຂົ້າໃຈໃຫ້ກັບຫົວໜ່ວຍວິສາຫະກິດທີ່ໃຫ້ບໍລິການບັນຊີ ແລະ ກວດສອບ.
ສຳລັບການຝຶກອົບຮົມ ຄັ້ງນີ້ແມ່ນມີ 3 ເນື້ອໃນໃຫ່ຍດັ່ງນີ້:
1. ຫຼັກການ ແລະ ອົງປະກອບໃນການສ້າງໃບລາຍງານກະແສເງິນສົດຕາມມາດຕະຖານສາກົນ
2. ການແກ້ຕົວຢ່າງການສ້າງໃບລາຍງານກະແສເງິນສົດ
3. ການລົງເລິກພາກປະຕິບັດຕົວຈິງໃນການສ້າງໃບລາຍງານກະແສເງິນສົດ.
ພາຍຫລັງສຳເລັດການຝຶກອົບຮົມ ກໍໄດ້ມີພິທີມອບໃບຢັ້ງຢືນ ໂດຍທ່ານ ສີປະພັນ ຄັນທະວົງສາ ຮອງຫົວໜ້າຫ້ອງການ ສວ-ບກລ ອີກດ້ວຍ.