ໃນວັນທີ 12 ທັນວາ 2025, ກົມແຜນການ ກະຊວງການເງິນ ຮ່ວມກັບອົງການໄຈກາ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມ ຄະນະປັບປຸງການຄຸ້ມຄອງການລົງທຶນຂອງລັດ ຄັ້ງທີ VIII ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ແລະ ທ່ານ ນາງ ມິຢາໂກະ ໂຄບາຢາຊິ ຫົວໜ້າອົງການໄຈກາ ປະຈໍາ ສປປ ລາວ, ມີຕາງໜ້າຈາກບັນດາກົມກ່ຽວຂ້ອງອ້ອມຂ້າງກະຊວງການເງິນ, ຈາກບັນດາກະຊວງ, ອົງການຈັດຕັ້ງສາກົນ ແລະ ພະແນກການເງິນ (ນະຄອນຫຼວງວຽງຈັນ, ແຂວງຈໍາປາສັກ, ແຂວງອຸດົມໄຊ) ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ສີຈັນທາ ທໍາມະວົງ ຮັກສາການຫົວໜ້າກົມແຜນການ ກະຊວງການເງິນ ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້ ແມ່ນ (1) ເພື່ອຮັບຮອງໂຄງຮ່າງການຈັດຕັ້ງໃໝ່ຂອງຄະນະຊີ້ນໍາປັບປຸງການຄຸ້ມຄອງການລົງທຶນຂອງລັດ ພາຍຫຼັງທີ່ໄດ້ມີການປັບປຸງການຈັດຕັ້ງໃໝ່ຂອງກະຊວງການເງິນ ແລະ ກະຊວງທີ່ກ່ຽວຂ້ອງ; (2) ເພື່ອຮັບຮອງຜົນຂອງການຈັດຕັ້ງປະຕິບັດແຜນດໍາເນີນງານ ໄລຍະທີສອງ ແລະ ປຶກສາຫາລືກ່ຽວກັບຄາດຫມາຍຜົນສໍາເລັດ ຮອດເດືອນກຸມພາ 2026 ແລະ (3) ເພື່ອປຶກສາຫາກ່ຽວກັບທິດທາງຂອງແຜນຈັດຕັ້ງປະຕິບັດ ໄລຍະທີສາມ ທີ່ຈະເລີ່ມແຕ່ເດືອນມີນາ 2026 ແລະ ສິ້ນສຸດໃນເດືອນທັນວາ 2030.

ກອງປະຊຸມຄັ້ງນີ້, ຄະນະຊີ້ນໍາໄດ້ປະກອບສ່ວນ ແລະ ທົບທວນບັນດາເປົ້າຫມາຍ ແລະ ກິດຈະກໍາຂອງແຜນດໍາເນີນງານການຄຸ້ມຄອງການລົງທຶຂອງລັດ ເພື່ອກໍານົດການຈັດຕັ້ງປະຕິບັດໄລຍະທີ່ສາມ (2026 - 2030) ແລະ ພ້ອມກັນຄົ້ນຄວ້າ (ຮ່າງ) ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາ ແລະ ຄະນະວິຊາການຮັບຜິດຊອບ ຄົ້ນຄວ້າປັບປຸງການຄຸ້ມຄອງການລົງທຶນຂອງລັດ (ສະບັບປັບປຸງ) ເພື່ອຈະນໍາໄປສະເໜີລາຍງານຂໍການຮັບຮອງ ຈາກ ທ່ານລັດຖະມົນຕີກະຊວງການເງິນ. ພ້ອມກັນນັ້ນ, ຍັງໄດ້ການປຶກສາຫາລື ແລະ ເປັນເອກະພາບຕໍ່ແຜນຈັດຕັ້ງປະຕິບັດໄລຍະທີສາມ ແລະ ການສືບຕໍ່ໃຫ້ການສະຫນັບສະຫນູນຂອງອົງການ JICA; ການພິຈາລະນາໃນການຮ່ວມມື-ການສະໜັບສະໜູນຂອງທະນາຄານໂລກ ໃນຂົງເຂດການຄຸ້ມຄອງການເງິນ-ການລົງທຶນ ເພື່ອຮັບປະກັນໃຫ້ແຜນດໍາເນີນງານສາມາດສືບຕໍ່ຈັດຕັ້ງປະຕິບັດໃຫ້ສໍາເລັດ ພ້ອມກັບການຕິດຕາມ ແລະ ໃຫ້ຄໍາປຶກສາຂອງທີມງານຊ່ຽວຊານ JICA ໂດຍສະເພາະໃນວຽກງານການສ້າງຄວາມເຂັ້ມແຂງ ແລະ ຄວາມອາດສາມາດ.
ໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານຍີ່ປຸ່ນ ແລະ ອົງການ JICA ທີ່ໃຫ້ການສະໜັບສະໜູນໃນຂົງເຂດວຽກງານການລົງທຶນຂອງລັດ ຕະຫຼອດຫຼາຍປີທີ່ຜ່ານມາ ແລະ ຫວັງຢ່າງຍິ່ງວ່າ ທີມງານທີ່ປຶກສາ PIMCAP ຈະສືບຕໍ່ຕິດຕາມໃຫ້ຄໍາປຶກ ເພື່ອຮັບປະກັນໃຫ້ເປົ້າໝາຍຂອງແຜນດໍາເນີນງານສາມາດບັນລຸຜົນໄດ້.
ທ່ານ ຮອງລັດຖະມົນຕີ ກະຊວງການເງິນ ກ່າວຕື່ມວ່າ: ປັດຈຸບັນ, ພວມຢູ່ໃນໄລຍະການສ້າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030), ສະນັ້ນ ການຈັດຕັ້ງປະຕິບັດໄລຍະທີສາມ ຕ້ອງເພີ່ມທະວີໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ເພື່ອຮັບປະກັນໃຫ້ການລົງທຶນຂອງລັດມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ກະຊວງການເງິນ ຈະສືບຕໍ່ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ປັບປຸງກົດຫມາຍ ວ່າດ້ວຍການລົງທຶນຂອງລັດ ໃຫ້ສອດຄ່ອງກັບສະພາບການພັດທະນາ ແລະ ເງື່ອນໄຂຕົວຈິງໃນໄລຍະໃໝ່.