• ກະຊວງການເງິນ
  • |
  • 2025-12-13
  • |
  • ວຽກວິຊາສະເພາະ

      ໃນວັນທີ 13 ທັນວາ 2025 ທີ່ສະຖາບັນເສດຖະກິດ-ການເງິນ (ດົງຄໍາຊ້າງ), ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (ສວ-ບກລ) ໄດ້ຈັດງານປະຖົມນິເທດ ແລະ ເປີດຊຸດຝຶກອົບຮົມຫຼັກສູດວິຊາຊີບຊ່ຽວຊານບັນຊີ         ຊຸດທີ 20 (CPA-XX) ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ອຸດອນ ທໍາມະວົງສາ ຮັກສາການຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ ແລະ ທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ມີ ຄະນະບໍລິຫານງານ ສວ-ບກລ, ຄູ່ຮ່ວມຍຸດທະສາດຂອງ ສວ-ບກລ ຈາກສະຖາບັນເສດຖະກິດ-ການເງິນ, ສະຖາບັນການທະນາຄານ, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະພະແນກຈາກກົມຄຸ້ມຄອງການບັນຊີ ກະຊວງການເງິນ, ກຳມະການຄະນະບໍລິຫານງານ, ຜູ້ຊ່ຽວຊານການບັນຊີ, ພະນັກງານວິຊາການ ແລະ ນັກຝຶກອົບຮົມ CPA ຊຸດທີ 20 ທີ່ໄດ້ເຂົ້າຮ່ວມທັງເຊິ່ງໜ້າ ແລະ ອອນລາຍ ຈໍານວນ 400 ກວ່າທ່ານ.

       ການປະຖົມນິເທດ ແລະ ເປີດຊຸດຝຶກອົບຮົມຄັ້ງນີ້ ເພື່ອນໍາສະເໜີ ແລະ ອະທິບາຍໂດຍຫຍໍ້ກ່ຽວກັບ ພາບລວມຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ; ລວມທັງຫຼັກສູດ ວີຊາຊີບຊ່ຽວຊານບັນຊີ ຫຼື CPA ແລະ ລະບຽບກ່ຽວກັບການຝຶກງານເປັນຊ່ຽວຊານນັກບັນຊີ ພ້ອມກັບການແນະນຳຜົນໄດ້ຮັບຫຼັງຈາກຈົບຫຼັກສູດວິຊາຊີບຊ່ຽວຊານບັນຊີ ແລະ ທາງເລືອກໃນການປະກອບອາຊີບ. ນອກຈາກນັ້ນ ສວ-ບກລ ຍັງໄດ້ຍົກໃຫ້ເຫັນກ່ຽວກັບຈັນຍາບັນດ້ານວິຊາຊີບການບັນຊີ, ລະບຽບ ການຮຽນ-ການສອນ ແລະ ການສອບເສັງ ເພື່ອເຮັດໃຫ້ບັນດານັກຝຶກອົບຮົມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບລະບຽບການຕ່າງໆ ກ່ອນເລີ່ມຝຶກອົບຮົມຢ່າງເປັນທາງການ ກ່ຽວກັບຫຼັກສູດວິຊາຊີບຊ່ຽວຊານບັນຊີລາວ.

       ໂອກາດນີ້, ທ່ານ ອຸດອນ ທຳມະວົງສາ ໄດ້ສະແດງຄວາມຊົມເຊີຍຕໍ່ຊຸດຝຶກອົບຮົມຫຼັກສູດວິຊາຊີບຊ່ຽວຊານບັນຊີ ຊຸດທີ 20 (CPA-XX) ແລະ ໄດ້ເໜັ້ນໜັກໃຫ້ບັນດານັກຝຶກອົບຮົມ ເອົາໃຈໃສ່ຕໍ່ຄວາມໝາຍ ຄວາມສຳຄັນຂອງຈັນຍາບັນການປະກອບອາຊີບນັກບັນຊີ ແລະ ການຍົກລະດັບຄວາມຮູ້ຄວາມສາມາດດ້ານການບັນຊີ-ກວດສອບ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ພ້ອມນັ້ນ ທ່ານຍັງໄດ້ເນັ້ນເຖິງພາລະບົດບາດ ຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເຊິ່ງເປັນການຈັດຕັ້ງໜຶ່ງທີ່ຂຶ້ນກັບກະຊວງການເງິນ  ມີບົດບາດໃນການສ້າງທີ່ປຶກສາການບັນຊີ ແລະ ນັກກວດສອບ ໂດຍອີງຕາມກົດໝາຍ ວ່າດ້ວຍການບັນຊີ ແລະ ກົດໝາຍວ່າດ້ວຍການກວດສອບອິດສະລະ ເຊິ່ງເປັນການປະກອບສ່ວນອັນສໍາຄັນໃນການພັດທະນາເສດຖະກິດ-ສັງຄົມ, ພ້ອມທັງເປັນການຊຸກຍູ້ນໍາພາ, ເຕົ້າໂຮມສະມາຊິກ ລວມທັງປົກປ້ອງສິດທິຜົນປະໂຫຍດອັນຊອບທຳຂອງນັກບັນຊີ ແລະ ນັກກວດສອບໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບກົດໝາຍ ທັງເປັນການຊ່ວຍຊູກຍູ້ບັນດາຫົວໜ່ວຍທຸລະກິດ, ວິສາຫະກິດທັງພາກລັດ ແລະ ເອກະຊົນ ຖືບັນຊີຢ່າງຖືກຕ້ອງຕາມລະບຽບກົດໝາຍ.

       ການປະຖົມນີ້ເທດຄັ້ງນີ້ ຍັງໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບວຽກງານວິຊາຊີບນັກບັນຊີ ແລະ ວຽກງານການຮຽນ-ການສອນ CPA ອີກດ້ວຍ.

© 2025 Copyright: ກະຊວງການເງິນ, ສປປ ລາວ