• ກົມຄຸ້ມຄອງວິສາຫະກິດການເງິນ
  • |
  • 2025-12-11
  • |
  • ຂ່າວເສດຖະກິດ-ການເງິນ

      ໃນວັນທີ 11 ທັນວາ 2025 ທີ່ນະຄອນຫຼວງວຽງຈັນ, ບໍລິສັດ ປະກັນໄພແຫ່ງປະເທດລາວ ຈໍາກັດຜູ້ດຽວ (AGL) ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ໄດ້ເຊັນສັນຍາ ແລະ ເປີດໂຕການຂາຍປະກັນໄພອອນໄລ ຜ່ານແອັບພຣີເຄຊັ່ນ BCEL One ໂດຍການລົງນາມຂອງ ທ່ານ ປອ ນາງ ແສງອາລຸນ ອິນມີໄຊ ຮັກສາການຜູ້ອໍານວຍການ ບໍລິສັດ AGL ແລະ ທ່ານ ນັນທະລາດ ແກ້ວປະເສີດ ຮອງຜູ້ອໍານວຍການໃຫຍ່ BCEL, ມີຜູ້ຕາງໜ້າຈາກກະຊວງການເງິນ, ທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າເຂົ້າຮ່ວມ.

       ໃນພິທີເຊັນສັນຍາ, ທ່ານ ປອ ນາງ ແສງອາລຸນ ອິນມີໄຊ ກ່າວວ່າ: ການຂາຍປະກັນໄພອອນໄລ ເປັນບາດກ້າວໃໝ່ທີ່ສໍາຄັນຂອງຂະແໜງປະກັນໄພ ແລະ ຂະແໜງການເງິນ ຂອງ ສປປ ລາວ ເຊິ່ງໃນໄລຍະຜ່ານມາ, AGL ໄດ້ຢືນຢັນຄວາມມຸ່ງໝັ້ນ ແລະ ຕັ້ງໃຈຈະຮັກສາການເປັນບໍລິສັດ ປະກັນໄພ ອັນດັບໜຶ່ງ ໃນຂະແໜງທຸລະກິດປະກັນໄພ ໃນ ສປປ ລາວ ແລະ ໃນຍຸກເສດຖະກິດດີຈີຕອນນີ້ ຍັງມີຄວາມສໍາຄັນໃນການພັດທະນາຜະລິດຕະພັນ ໃຫ້ສອດຄ່ອງຄາມຍຸກສະໄໝ ເພື່ອຕອງສະໜອງຄວາມຕ້ອງການຂອງລູກຄ້າ ໃຫ້ມີຄວາມສະດວກ, ວ່ອງໄວ, ທັນສະໄໝ ເປັນປັດໄຈຫຼັກໃນການໃຊ້ຊີວິດໃນສັງຄົມປັດຈຸບັນ.

       ທ່ານ ຮັກສາການຜູ້ອໍານວຍການ ບໍລິສັດ AGL ໄດ້ກ່າວຕື່ມວ່າ: AGL ແລະ BCEL ພ້ອມແລ້ວທີ່ຈະເປີດໂຕ “ການຂາຍປະກັນໄພອອນໄລເຕັມຮູບແບບ ຜ່ານ BCEL One” ເຊິ່ງຈະອໍານວຍຄວາມສະດວກໃຫ້ແກ່ລູກຄ້າ ຄື:

1. ງ່າຍທີ່ສຸດ: ລູກຄ້າບໍ່ຈໍາເປັນຕ້ອງເດີນທາງມາທີ່ສໍານັກງານ, ບໍ່ຕ້ອງປະກອບເອກະສານໃຫ້ຫຍຸ້ງຍາກ;

2. ໄວທີ່ສຸດ: ພຽງແຕ່ກົດເຂົ້າແອັບ BCEL One, ເລືອກຊື່ປະກັນໄພທີ່ຕ້ອງການ ແລະ ຊໍາລະເງິນ, ທ່ານຈະໄດ້ຮັບການຄຸ້ມຄອງທັນທີ.

3. ຄອບຄຸມທີ່ສຸດ: ສາມາດເຂົ້າເຖິງການບໍລິການໄດ້ຕະຫຼອດເວລາ 24 ຊົ່ວໂມງ, ທຸກທີ່, ທຸກເວລາ, ພຽງແຕ່ທ່ານມີອິນເຕີເນັດ Computer ຫຼື Smartphones ກໍສາມາດຊື້ປະກັນໄພຜ່ານລະບົບອອນໄລໄດ້.

© 2025 Copyright: ກະຊວງການເງິນ, ສປປ ລາວ