• ກະຊວງການເງິນ
  • |
  • 2025-12-12
  • |
  • ວຽກວິຊາສະເພາະ

ກອງປະຊຸມການສ້າງ ແລະ ຜ່ານແຜນດຳເນີນງານປະຈໍາປີ 2026 

ຂອງບັນດາກົມພາຍໃນ ສູນສະຖິຕິແຫ່ງຊາດ

----------------------------------------

        ໃນລະຫວ່າງວັນທີ 11-12 ທັນວາ 2025 ທີ່ໂຮງແຮມວິໄລວົງ, ເມືອງວັງວຽງ, ແຂວງວຽງຈັນ ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ນຄົງ, ສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ຈັດກອງປະຊຸມການສ້າງ ແລະ ຜ່ານແຜນດຳເນີນງານປະຈໍາປີ 2026 ຂອງບັນດາກົມພາຍໃນ ສູນສະຖິຕິ             ແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ,  ມີຄະນະກົມ, ຄະນະພະແນກ ພ້ອມດ້ວຍວິຊາການຂອງ 2 ກົມພາຍໃນ ສູນສະຖິຕິແຫ່ງຊາດ ແລະ ຊ່ຽວຊານໂຄງການ LLPS II ເພື່ອຜ່ານຮ່າງແຜນກິດຈະກຳຂອງກົມສະຖິຕິເສດຖະກິດ ແລະ ສັງຄົມ ແລະ ກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໜັ້ນຄົງ ປະຈໍາປີ 2026               ພ້ອມທັງຮັບຟັງການແນະນໍາການກຳນົດຕົວຊີ້ວັດ (KPI) ຂອງແຕ່ລະກິດຈະກໍາຈາກ ທ່ານ Dr Stephan Krische ຊ່ຽວຊານໂຄງການ LLPS II ເພື່ອນຳໄປຜັນຂະຫຍາຍ ເຂົ້າໃນການສ້າງຕົວຊີ້ວັດໝາກຜົນສໍາເລັດຂອງການດໍາເນີນກິດຈະກໍາຂອງບັນດາກົມພາຍໃນສູນສະຖິຕິແຫ່ງຊາດ ເພື່ອສັງລວມເປັນຂອງສູນສະຖິຕິແຫ່ງຊາດ.

        ໃນກອງປະຊຸມ ທ່ານ ນາງ ເພັດສະໝອນ ສອນ ຫົວໜ້າສູນສະຖິຕິແຫ່ງຊາດ, ກະຊວງການເງິນ ໄດ້ມີຄໍາເຫັນ ແລະ ໄດ້ກ່າວເຖິງຄວາມໝາຍຄວາມສຳຄັນໃນການສ້າງແຜນເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານ ໃນປີ 2026 ໃຫ້ມີຜົນສຳເລັດ, ມີຄຸນ ນະພາບ ແລະ ເພື່ອໃຫ້ມີ ເນື້ອໃນຄົບຖ້ວນສົມບູນ.  ພ້ອມນັ້ນ, ທ່ານ ຍັງຮຽກຮ້ອງໃຫ້ແຕ່ລະກົມ ແລະ ແຕ່ລະພະແນກ ສ້າງແຜນ ແລະ ປະກອບຄຳຄິດຄຳເຫັນຕໍ່ແຜນກິດຈະກຳຂອງຕົນເອງຢ່າງເລິກເຊິ່ງ ແລະ ກົງໄປກົງມາ ເພື່ອໃຫ້ມີຄວາມເປັນເອກກະພາບສູງຕໍ່ວຽກງານດັ່ງກ່າວ ໂດຍອີງໃສ່ 3 ປັດໃຈຫຼັກ ຄື: 1) ອີງໃສ່ການຕິດຕາມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, 2) ອີງໃສ່ຄວາມອາດສາມາດໃນການຈັດຕັ້ງປະຕິບັດ ແລະ 3) ອີງໃສ່ການສະໜັບສະໜູນຈາກລັດຖະບານ ແລະ ສາກົນ.

© 2025 Copyright: ກະຊວງການເງິນ, ສປປ ລາວ