• ກະຊວງການເງິນ
  • |
  • 2025-12-11
  • |
  • ວຽກງານພັກ-ພະນັກງານ

ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ II ໜ່ວຍພັກຮາກຖານກົມ ຄຸ້ມຄອງວິສາຫະກິດການເງິນ

        ໃນວັນທີ 11 ທັນວາ 2025 ໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດການເງິນ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂຶ້ນຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ພູວົງ ກິດຕະວົງ ຄະນະປະຈໍາພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ  ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ໄພທູນ ທ່ຽງລະໄມ ເລຂາໜ່ວຍພັກຮາກຖານກົມ           ຄຸ້ມຄອງວິສາຫະກິດການເງິນ, ມີຄະນະໜ່ວຍພັກຮາກຖານ, ສະມາຊິກພັກພາຍໃນໜ່ວຍພັກ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.

       ກອງປະຊຸມ ໄດ້ຮັບຟັງ ບົດລາຍງານການເມືອງ, ບົດສໍາຫຼວດນໍາພາລວມ ແລະ ແຜນພັດທະນາຂະແໜງ           ການວຽກງານຄຸ້ມຄອງວິສາຫະກິດການເງິນ ໄລຍະ 05 ປີຜ່ານມາ ທີ່ໄດ້ສະຫຼຸບຕີລາຄາໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ທີ່ສາມາດຍາດມາໄດ້ຕະຫຼອດໄລຍະການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ I, ສະແດງ            ໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ມາດຕະການການແກ້ໄຂໃນຕໍ່ໜ້າ, ພ້ອມທັງ ໄດ້ຮັບຮອງເອົາບົດລາຍງານການເມືອງ, ທິດທາງແຜນການ ແລະ ຄາດໝາຍສູ້ຊົນ ການພັດທະນາຂະແໜງການຄຸ້ມຄອງວິສາຫະກິດການເງິນ ໃນ 01 ສະໄໝ ຕໍ່ໜ້າ ກໍຄື ປີ 2026 - 2030.

ຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດການເງິນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ບົນພື້ນຖານ ຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຈຳນວນ 05 ສະຫາຍ ແລະ ກອງປະຊຸມ ຄັ້ງປະຖົມມະລຶກ ຂອງໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດການເງິນ ເປັນເອກະສັນ ເລືອກເອົາ:

1. ສະຫາຍ ໄພທູນ ທ່ຽງລະໄມ           ເປັນເລຂາໜ່ວຍພັກ;

2. ສະຫາຍ ສົມໄຊ ແກ້ວວັນດີ           ເປັນຮອງເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ;

3. ສະຫາຍ ນາງ ນິດຕາ ສຸກກະເສີມ      ເປັນກຳມະການໜ່ວຍພັກ

4. ສະຫາຍ ອາລຸນໄຊ ດວງສະຫວັນ      ເປັນກຳມະການໜ່ວຍພັກ;

5. ສະຫາຍ ພອນວິໄລ ເທບວິໄລ          ເປັນກຳມະການໜ່ວຍພັກ.

        ໂອກາດນີ້ ສະຫາຍ ພູວົງ ກິດຕະວົງ ຄະນະປະຈໍາພັກກະຊວງ, ປະທານກວດກາພັກ, ຮອງລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ທີ່ໄດ້ນໍາພາ ສະມາຊິກພັກ-ພະນັກງານ ພາຍໃນໜ່ວຍພັກ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນງານ ແລະ ມີຜົນສໍາເລັດຫຼາຍດ້ານ; ພ້ອມກັນນັ້ນ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຮາກຖານກົມຄຸ້ມຄອງວິສາຫະກິດການເງິນ ຕ້ອງໄດ້ສືບຕໍ່ນໍາພາປັບປຸງແກ້ໄຂ ຈຸດອ່ອນ, ຂໍ້ຄົ້ງຄ້າງ ແລະ ໄດ້ເນັ້ນໜັກ ໃຫ້ຄະນະໜ່ວຍພັກ ຊຸດໃໝ່ ເພີ້ມທະວີສຶກສາອົບຮົມການເມືອງ-ແນວຄິດ ສະມາຊິກພັກ-ພະນັກງານ ທັງໝົດພາຍໃນໜ່ວຍພັກ, ເຊີດຊູສະຕິປັນຍາ                      ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ. ສືບຕໍ່ເພີ່ມທະວີການຕິດຕາມ ປະເມີນ ການຈັດຕັ້ງປະຕິບັດວຽກງານຂອງບັນດາສະພາບໍລິຫານ ສະຫາຍໃດມີຜົນງານດີເດັ່ນ ກໍ່ໃຫ້ມີການ ຍ້ອງຍໍ, ບຸກຄະລາກອນທີ່ຈະ ປະຈຳການເປັນສະພາບໍລິຫານ ຕ້ອງໄດ້ຜ່ານການຝຶກອົບຮົມຍົກລະດັບ ກ່ຽວກັບວຽກງານກ່ຽວຂ້ອງ ສິ່ງສຳຄັນທີ່ສຸດ ນອກຈາກ ມີຄູ່ມືວຽກງານສະພາບໍລິຫານແລ້ວ ໃຫ້ກຳນົດເປັນຫຼັກສູດການຮຽນການສອນເຂົ້າໃນສະຖາບັນການເງິນ-ການບັນຊີ ເພື່ອເປັນການສ້າງບຸກຄະລາກອນຢ່າງຕໍ່ເນື່ອງ ເພື່ອການຫັນປ່ຽນໃໝ່ຢ່າງຕັ້ງໜ້າດີຂຶ້ນ ກໍ່ສ້າງພັກ            ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.

© 2025 Copyright: ກະຊວງການເງິນ, ສປປ ລາວ