ໃນວັນທີ 11 ທັນວາ 2025 ໜ່ວຍພັກຮາກຖານກົມແຜນການ ໄດ້ເປີດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂຶ້ນຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການເງິນ, ສະຫາຍ ອຸບັນ ສຸພິດາ ຄະນະປະຈໍາພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ສະຫາຍ ສີຈັນທາ ທຳມະວົງ ເລຂາໜ່ວຍພັກຮາກຖານກົມແຜນການ, ມີຄະນະໜ່ວຍພັກຮາກຖານ, ສະມາຊິກພັກພາຍໃນໜ່ວຍພັກກົມແຜນການ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ. ໃນກອງປະຊຸມ ໄດ້ຮັບຟັງ ບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມ ແລະ ແຜນພັດທະນາຂະແໜງແຜນການຂອງໜ່ວຍພັກຮາກຖານກົມແຜນການ ເຊິ່ງໃຫ້ເຫັນຜົນງານອັນພົ້ນເດັ່ນຫຼາຍດ້ານ ທີ່ສາມາດຍາດມາໄດ້ ຕະຫຼອດໄລຍະການຈັດຕັ້ງປະຕິບັດ, ສະແດງໃຫ້ເຫັນ ດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ມາດຕະການການແກ້ໄຂໃນຕໍ່ໜ້າ, ພ້ອມທັງ ໄດ້ຮັບຮອງເອົາບົດລາຍງານການເມືອງ, ທິດທາງແຜນການ ແລະ ຄາດໝາຍສູ້ຊົນ ການພັດທະນາຂະແໜງແຜນການ ໃນ 01 ສະໄໝ ຕໍ່ໜ້າ ກໍຄື ປີ 2026 - 2030. ຈາກນັ້ນ, ບັນດາສະຫາຍສະມາຊິກພັກໜ່ວຍພັກຮາກຖານກົມແຜນການ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ບົນພື້ນຖານ ຫຼັກການລວມສູນປະຊາທິປະໄຕ ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້ ຈຳນວນ 05 ສະຫາຍ ແລະ ກອງປະຊຸມຄັ້ງປະຖົມມະລຶກ ຂອງໜ່ວຍພັກຮາກຖານກົມແຜນການ ເປັນເອກະສັນ ເລືອກເອົາ: 1) ສະຫາຍ ສີຈັນທາ ທຳມະວົງ ເປັນເລຂາໜ່ວຍພັກ; 2) ສະຫາຍ ອຸລາ ສົມຈັນມະວົງ ເປັນຮອງເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ; 3) ສະຫາຍ ກະລຸນາ ນັນທະວົງດວງສີ ເປັນກຳມະການໜ່ວຍພັກ; 4) ສະຫາຍ ປອ. ຈັນທະພອນ ວົງໄຊ ເປັນກຳມະການໜ່ວຍພັກ; 5) ສະຫາຍ ສົມໄຊ ທຳມະພັດ ເປັນກຳມະການໜ່ວຍພັກ; ໂອກາດນີ້ ສະຫາຍ ນາງ ພອນວັນ ອຸທະວົງ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການເງິນ ໄດ້ສະແດງຄວາມຊົມເຊີຍ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະໜ່ວຍພັກ ທີ່ໄດ້ນໍາພາ ສະມາຊິກພັກ-ພະນັກງານ ພາຍໃນໜ່ວຍພັກ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນງານ ແລະ ມີຜົນສໍາເລັດຫຼາຍດ້ານ; ພ້ອມກັນນັ້ນ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ ຄະນະໜ່ວຍພັກຮາກຖານກົມແຜນການ ຕ້ອງໄດ້ສືບຕໍ່ນໍາພາປັບປຸງແກ້ໄຂຈຸດອ່ອນ, ຂໍ້ຄົ້ງຄ້າງ ແລະ ເນັ້ນໜັກ ຄະນະໜ່ວຍພັກ ຊຸດໃໝ່ ເພີ້ມທະວີສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ທັງໝົດພາຍໃນໜ່ວຍພັກ, ເຊີດຊູສະຕິປັນຍາ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເຮັດໃຫ້ວຽກງານວິຊາສະເພາະຂອງແຜນການ ໃຫ້ມີການຫັນປ່ຽນໃໝ່ ຢ່າງຕັ້ງໜ້າດີຂຶ້ນ ເພື່ອກໍ່ສ້າງພັກ ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.




